ການໂຈມຕີດ້ວຍລະເບີດລົດຄັນໜຶ່ງ ທີ່ແນເປົ້າໝາຍ ໃສ່ຕຶກອາຄານ ຂອງລັດ
ຖະບານ ເທີກີ ໃນເມືອງ Adana ຢູ່ທາງພາກໃຕ້ຂອງປະເທດ ເຮັດໃຫ້ມີຢ່າງໜ້ອຍ
2 ຄົນເສຍຊີວິດ ແລະອີກ 16 ຄົນ ໄດ້ຮັບບາດ ເຈັບ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່.
ທ່ານ Mahmut Demirtas ຜູ້ປົກຄອງແຂວງ Adana ກ່າວຕໍ່ອົງການຂ່າວ Anadolu ຂອງທາງການ ວ່າ ການໂຈມຕີນັ້ນ ເກີດຂຶ້ນໃນບ່ອນຈອດລົດ ຢູ່ໃກ້ກັບທາງເຂົ້າຫ້ອງ
ການຂອງທ່ານ. ທ່ານໄດ້ກ່າວວ່າ ເຊື່ອກັນວ່າ ມັນເປັນການປະຕິບັດການ ໂດຍແມ່ຍິງ ຄົນໜຶ່ງ ແຕ່ບໍ່ໄດ້ແຈ້ງໃຫ້ຊາບວ່າ ເປັນການໂຈມຕີສະຫຼະຊີບ ຫຼືບໍ່.
ການໂຈມຕີດັ່ງກ່າວ ເປັນຄັ້ງຫຼ້າສຸດ ໃນການໂຈມຕີດ້ວຍລະເບີດຮ້າຍແຮງທີ່ມີມາເປັນລຳດັບ ທີ່ໄດ້ເກີດຂຶ້ນຢູ່ໃນປະເທດເທີກີ ມາເປັນເວລາດົນກວ່າໜຶ່ງປີແລ້ວ. ການໂຈມຕີເຫຼົ່ານີ້ ແມ່ນເປັນນ້ຳມື ຂອງພວກຫົວຮຸນແຮງຊາວເຄີດ ຫຼືບໍ່ກໍກຸ່ມລັດອິສລາມ.
ທ່ານ Omer Celik ລັດຖະມົນຕີ ຮັບຜິດຊອບກ່ຽວກັບກິດຈະການສະ ຫະພາບຢູໂຣບ ໄດ້ກ່າວຜ່ານທາງ Twitter ວ່າ “ການກໍ່ການຮ້າຍທີ່ຊົ່ວຮ້າຍນີ້ ແມ່ນຍັງແນເປົ້າໝາຍ ໃສ່ປະຊາຊົນຂອງພວກເຮົາ. ພວກເຮົາຈະສືບຕໍ່ການຕໍ່ສູ້ຕ້ານການກໍ່ການຮ້າຍ ຈົນ ເຖິງທີ່ສຸດ ໃນນາມຂອງມວນມະນຸດຊາດ.”
ລົດຫຼາຍຄັນທີ່ຈອດຢູ່ໃນບ່ອນຈອດລົດ ໄດ້ລຸກໄໝ້ ຫຼັງຈາກລະເບີດແຕກຂຶ້ນ ດັ່ງທີ່ໄດ້ເຫັນໃນວີດີໂອ.
ອົງການຂ່າວ Anadolu ໄດ້ກ່າວວ່າ ລະເບີດທີ່ແຕກຂຶ້ນ ຍັງໄດ້ເຮັດໃຫ້ ອາຄານ ຂອງ ລັດຖະບານ ເສຍຫາຍ.
ທ່ານ Huseyin Sozlu ຜູ້ປົກຄອງເມືອງ Anada ກ່າວວ່າ ຜູ້ທີ່ໄດ້ຮັບບາດເຈັບບາງຄົນ ແມ່ນຢູ່ໃນອາການສາຫັດ.
ທ່ານເວົ້າວ່າ “ລະເບີດທີ່ແຕກຂຶ້ນນັ້ນ ແມ່ນເປັນລະເບີດທີ່ມີແຮງກະທົບສູງ.”
ດັ່ງດຽວກັນກັບການໂຈມຕີ ໃນຄັ້ງທີ່ຜ່ານມາ ທາງການຂອງເທີກີ ໄດ້ວາງມາດຕະການ ຫ້າມສື່ມວນຊົນ ບໍ່ໃຫ້ຖ່າຍທອດອອກອາກາດ ແລະ ພິມເຜີຍແຜ່ ຮູບພາບທີ່ໂຫດຮ້າຍ ທັງຫຼາຍ ຫຼື ຂໍ້ມູນທີ່ອາດເປັນອຸບປະສັກ ຕໍ່ການສືບສວນສອບສວນ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ