ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກເຈົ້າໜ້າທີ່ ສ້າງຂົວ ຢູ່ອິນເດຍ ຖືກຈັບ ຫຼັງຈາກ ຂົວຂ້າມທາງ ຫັກພັງລົງມາ


ບັນດາໜ່ວຍກູ້ໄພກຳລັງປະຕີບັດງານຢູ່ບ່ອນຂົວຂ້າມຫັກພັງລົງມາ
ທີ່ປະເທດອິນເດຍ.
ບັນດາໜ່ວຍກູ້ໄພກຳລັງປະຕີບັດງານຢູ່ບ່ອນຂົວຂ້າມຫັກພັງລົງມາ ທີ່ປະເທດອິນເດຍ.

ຕຳຫລວດ​ອິນ​ເດຍກ່າວໃນ​ວັນ​ສຸກ​ມື້​ນີ້ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ເຈົ້າ​ໜ້າ​ທີ່​ຫ້າ​ຄົນ ຂອງ​ບໍລິສັດ​ກໍ່ ສ້າງຂົວ ທີ່​ໄດ້​ຫັກ​ພັງ​ລົງ​ມາ ​ໃນ​ວັນ​ພະຫັດ​ວານນີ້ ຢູ່​ທີ່ເມືອງ Kolkata ທາງ​ພາກ​ຕາ​ເວັນ​ອອກ​ຂອງປະ​ເທດ​ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 23 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບກວ່າ 80 ຄົນ.

​ໃນ​ຕອນເຊົ້າ​ວັນ​ສຸກ​ມື້​ນີ້ ຕຳຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ເປີດ​ຄະດີ​ການ​ຂ້າ​ຄົນ​ຕໍ່ ​ບໍລິສັດ​ກໍ່ສ້າງດັ່ງກ່າວ.

​ໃນ​ຂະນະ​ທີ່ການປະຕິບັດ​ງານກູ້​ໄພ​ໄດ້​ດຳ​ເນີນ​ຕະຫລອດ​ຄືນ ບັນດາ​ເຈົ້າ​ໜ້າ​ທີ່​ ​ກ່າວ​ວ່າ ການ​ປະຕິບັດ​ງານ​ໃນ​ເວລາ​ນີ້ ​ແມ່ນແນໃສ່ເພື່ອເກັບ​ກູ້​ເອົາ​ຊາກ​ສົບ.

ທ່ານ Javed Ahmed Khan ລັດຖະມົນຕີ​ຄຸ້ມ​ຄອງ​ໄພພິບັດ ຂອງ​ລັດ Bengal ຕາ​ເວັນ ຕົກກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ຄາດ​ວ່າ​ຈະເພີ້​ໃຊຶ້ຍ​ເນື່ອງ​ຈາກມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຢ່າງ ຫລວງຫລາຍ.

ພວກຄົນງານ​ພາກັນ​ເທ​ຊິ​ມັງ​ເວລາ ຊິ້ນສ່ວນຂອງ​ຂົວ​ທີ່​ຍາວ 100 ​ແມັດ ໄດ້​ຫັກພັງ​ລົງ​ມາ ໃນ​ທັນ​ໃດ ​ໃສ່​ຝູງ​ຊົນ​ທີ່​ໜາ​ແໜ້ນຢູ່​ຕາມຖະໜົນ​ຂ້າງ​ລຸ່ມ.

ບັນດາ​ເຈົ້າໜ້າ​ທີ່ກູ້​ໄພ ຈາກ​ໜ່ວຍ​ຮັບ​ມື​ກັບໄພພິບັດສຸກ​ເສີນແຫ່ງ​ຊາດ ຂອງອິນ​ເດຍ ຫລື NDRF ​ແລະມີ​ການ​ສົ່ງ​ທະຫານ ໄປ​ໃຫ້ການ​ຊ່ວຍ​ເຫລືອ​ ໃນ​ຄວາມ​ພະ​ຍາມ​ກູ້​ໄພ. ກ່ອນ ພວກ​ເຈົ້າໜ້າ​ທີ່​ກູ້​ໄພ​ແລະ​ທະຫານມາ​ເຖິງນັ້ນ ພວກ​ຊາວບ້ານ ​ແລະ​ພວກ​ດັບ​ເພີງ​ໄດ້​ພະ ຍາຍາມຊ່ວຍ​ພວກທີ່​ຖືກ​ທັບຈາກ​ຊິ້ນສ່ວນ​ຂອງ​ຂົວ​ໂດຍທີ່ຫຼາຍໆ​ຄົນ​ໄດ້​ພາກັນໃຊ້​ມື​ເປົ່າ.

India Bridege Collapse
please wait

No media source currently available

0:00 0:00:44 0:00

XS
SM
MD
LG