ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸ​ບັດ​ເຫດ​ເໝືອງຄຳ​ໃນ​ປະ​ເທດ ​ໂຄລ​ຳ​ເບຍ​ ເຮັດ​ໃຫ້​ຄົນ​ງານ​ 15 ຄົນ ຫາຍສາບ​​ສູນ​


ຄົນ​ງານ​ເໝືອງກຳລັງພະຍາຍາມ ​ທີ່​ຈະ​ຊ່ວຍ​ເຫຼືອ​ເພື່ອ​ນທີ່​ຕິ​ດຄ້າງ ຢູ່​​ໃນ​ເໝືອງ​ຄຳ ຫຼັງເກີດອຸບັດເຫດ ​ທີ່​​ແຂວງ Caldas, ປະເທດ Colombia.
ຄົນ​ງານ​ເໝືອງກຳລັງພະຍາຍາມ ​ທີ່​ຈະ​ຊ່ວຍ​ເຫຼືອ​ເພື່ອ​ນທີ່​ຕິ​ດຄ້າງ ຢູ່​​ໃນ​ເໝືອງ​ຄຳ ຫຼັງເກີດອຸບັດເຫດ ​ທີ່​​ແຂວງ Caldas, ປະເທດ Colombia.

ໜ່ວຍ​ກູ້​ໄພໃນ​ປະ​ເທດ​ໂຄ​ລຳ​ເບຍ​ ກຳລັງ​ດຳ​ເນີນ​ການ​ຊອກຄົ້ນ​ຫາ ​ຄົນ​ງານ​ເໝືອງ​ຄຳ 15 ຄົນ​ທີ່​ສູນຫາຍ ​ແລະ ​ຢ້ານ​ວ່າ​ໄດ້​ຕາຍ​ໄປ​ແລ້ວ.

ພວກຄົນ​ງາ​ນ​ເໝືອງ​ໄດ້​ຖືກ​ຕິ​ດຄ້າງ ​ຢູ່​ໃນເໝືອງ El Tunel ຫຼັງຈາກ ທີ່ມີນ້ຳຫຼັ່ງໄຫຼເຂົ້າທາງ ຍ່າງໃຕ້ດິນ ບ່ອນທີ່ພວກເຂົາ​ເຈົ້າທຳການຂຸດ ເຈາະ​ເອົາ​ຄຳ ຢູ່ພາກຕາເວັນຕົກສຽງເໜືອ ຂອງປະເທດ.

ເຈົ້າໜ້າທີ່ເວົ້າວ່າອຸບັດເຫດທີ່ເກີດຂຶ້ນເມື່ອວັນພຸດທີ່ຜ່ານມານັ້ນເຊື່ຶອວ່າໄດ້ເກີດຈາກແຮງລະ
ເບີດຫຼືວ່າໄຟຟ້າມອດເຊິ່ງເຮັດໃຫ້ເຄື່ອງປ້ຳ ທີ່​ໃຊ້ສູບນ້ຳອອກ ແລະສະໜອງ ອອ໊ກຊີ​ເຈັນ ໃຫ້ບັນດາຄົນງານທີ່ເຮັດ ວຽກຢູ່ໃຕ້ດິນ ​ເລິກເຖິງ 27 ແມັດນັ້ນ ບໍ່ເຮັດວຽກ.

ອຸບັດເຫດເໝືອງແມ່ນເລື່ອງທີ່ເກີດຂຶ້ນໂດຍທົ່ວໄປໃນປະເທດ ໂຄ​ລຳ​ເບຍ ແຕ່ວ່າມັກເກີດ ຂຶ້ນໃນເໝືອງ ເຊິ່ງຄວບ​ຄຸມໂດຍກຸ່ມກະບົດຝ່າຍຊ້າຍ ແລະ ກຸ່ມອາຊະຍາກອນ.

ເໝືອງຄຳປະເທດ ໂຄລຳເບຍ
please wait

No media source currently available

0:00 0:00:40 0:00

Rescue workers in Colombia continue to search for 15 gold miners missing and feared dead.

The miners were trapped in the El Tunel mine after water poured into the underground shafts where they were digging in northwestern Colombia.

Authorities said Wednesday's accident was likely triggered by an explosion or power outage that disabled pumps used to extract water and supply oxygen to crews working as deep as 27 meters underground.

Mining accidents are common in Colombia but usually take place in wildcat mines dominated by leftist rebels and criminal gangs.

XS
SM
MD
LG