ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

4 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ປະເທດໄທ


ພວກກູ້ໄພ ແລະເຈົ້າໜ້າທີ່ແພດ ຊຸກລໍ້ຄົນເຈັບ ອອກຈາກ ບ່ອນເກີດເຫດລະເບີດ ທີ່ຫົວຫີນ ປະເທດໄທ. (12 ສິງຫາ 2016)
ພວກກູ້ໄພ ແລະເຈົ້າໜ້າທີ່ແພດ ຊຸກລໍ້ຄົນເຈັບ ອອກຈາກ ບ່ອນເກີດເຫດລະເບີດ ທີ່ຫົວຫີນ ປະເທດໄທ. (12 ສິງຫາ 2016)

​ເກີດ​ລະ​ເບີດ​ຫລາຍໆ​ຄັ້ງຢູ່​ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ໄທ ​ໃນ​ວັນ​ພະຫັດ ​ແລະ​ວັນສຸກ​ມື້ນີ້ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 4 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫຼາຍສິບ​ຄົນ.

​ເຫດ​ລະ​ເບີດ ​ໄດ້​ເກີດ​ຂຶ້ນຢູ່​ທີ່​ຫົວ​ຫີນ ​ເມືອງ​ຕາກ​ອາກາດ​ແຄມ​ທະ​ເລ ​ເກາະຊຶ່ງ​ເປັນ​ເມືອງ​ປະຕູຸໄປ​ສູ່​ຈັງຫວັດ​ສຸຣາດ​ທານີ ​ເກາະພູ​ເກັດ​ຊຶ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິຍົມສູງ ​ແລະ​ທີ່​ເມືອງ​ຕຣັງ ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ.

ໂຄສົກ​ຂອງ​ຕຳຫຼວດ​ໄທ​ ພັນ​ເອກກຣິສນາ ພັດ​ທະນະ​ຈະ​ເຣີນ ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ ຕຳຫຼວດ​ເຊື່ອ​ວ່າ ຄື້ນຟອງ​ຂອງ​ເຫດ​ລະ​ເບີດ​ເຫຼົ່ານີ້ ​ແມ່ນ​ຜົນ​ຂອງ​ການ​ກໍ່ວິ​ນາດ​ສະ​ກຳ​ໃນ​ເຂດ​ທ້ອງ​ຖິ່ນ​ແລະ​ບໍ່​ແມ່ນ​ນ້ຳມື​ຂອງ​ກຸ່ມ​ລັດ​ອິສລາມ.

ຜູ້ນຳ​ລັດຖະບານ​ທະຫານ ທ່ານ​ປຣະຢຸດ ຈັນ​ໂອຊາ ກ່າວ​ວ່າ ​ເຫດ​ລະ​ເບີດ​ນີ້​ແມ່ນ​ເປັນຄວາມ​ພະຍາຍາມ ເພື່ອ​ກໍ່ຄວາມ​ວຸ້ນວາຍ​ ແລະ​ຄວາມ​ສັບສົນ​ຂຶ້ນ. ​ເປັນຫຍັງ​ຈຶ່ງ​ເກີດ​ເຫດ​ລະ​ເບີດ ​ໃນ​ຂະນະ​ທີ່​ປະ​ເທດ​ຂອງ​ພວກ​ເຮົາ ​ກຳລັງ​ກ້າວ​ໄປ​ສູ່ສະຖຽນ​ລະ​ພາບ ມີເສດຖະກິດ​ທີ່​ດີ​ຂຶ້ນ ​ແລະ​ການທ່ອງທ່ຽວ.

​ໃນ​ການ​ລົງ​ປະຊາ​ມະຕິ​ ເມື່ອ​ບໍ່​ດົນ​ຜ່ານ​ມານີ້ ຊາວ​ໄທ​ຫລາຍ​ລ້ານ​ຄົນ​ໄດ້​ພາກັນ​ໄປ​ປ່ອນ​ບັດ​ໃຫ້ການ​ອະນຸມັດ​ຕໍ່​ລັດ​ຖະທຳ​ມະນູນ​ທີ່​ພວກ​ທະຫານ​ສະໜັບສະໜຸນ​ຂອງ​ປະ​ເທດ ທີ່​ພວກ​ຜູ້ນຳ​ທະຫານ​ຂອງ​ໄທ​ກ່າວ​ວ່າ ​ເປີດ​ປະຕູໃຫ້​ມີ​ການ​ເລືອກຕັ້ງ​ເທື່ອ​ໃໝ່ ​ແຕ່​ພວກ​ຕ້ອງ​ຕິ​ມອງ​ເຫັນ​ວ່າ​ ​ເປັນ​ການ​ສ້າງ​ຄວາມ​ຖືກຕ້​ອງຊອບ​ທຳ​ ໃຫ້​ແກ່​ການ​ມີ​ບົດບາດ​ຂອງ​ພວກ​ທະຫານ ​ຢູ່​ໃນ​ລັດຖະບານ ​ໃນ​ໄລຍະ​ຫຼາຍປີຕໍ່ໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Thailand Blasts
please wait
Embed

No media source currently available

0:00 0:01:38 0:00

XS
SM
MD
LG