ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດແຕກໃນລະຫວ່າງ ການແຂ່ງຂັນ ຕີມວຍ ໃນປະເທດ ຟີລິບປິນ


ແຂວງ ເລເຕ, ປະເທດ ຟີລິບປິນ.
ແຂວງ ເລເຕ, ປະເທດ ຟີລິບປິນ.

ບັນດາເຈົ້າໜ້າທີ່ລັດຖະບານ ຟີລິບປິນ ກ່າວວ່າ ປະຊາຊົນຢ່າງໜ້ອຍ 32 ຄົນໄດ້ຮັບບາດ ເຈັບໃນວັນພຸດວານນີ້ ເມື່ອລະເບີດສອງລູກໄດ້ແຕກຂຶ້ນໃນລະຫວ່າງ ການແຂ່ງຂັນຕີ ມວຍສະໝັກຫຼິ້ນໃນແຂວງ Leyte ທີ່ຕັ້ງຢູ່ພາກກາງຂອງປະເທດ.

ເຈົ້າໜ້າທີ່ຕຳຫຼວດຄົນໜຶ່ງກ່າວວ່າ ປະຊາຊົນ 16 ໄດ້ນອນປິ່ນປົວໃນໂຮງໝໍຫຼາຍແຫ່ງ ໃນ ຂະນະທີ່ຜູ້ຖືກເຄາະຮ້າຍຄົນອື່ນໆໄດ້ຮັບການປິ່ນປົວ ແລະ ຖືກປ່ອຍກັບບ້ານ. ຜູ້ຖືກເຄາະ ຮ້າຍຢ່າງໜ້ອຍ 10 ຄົນແມ່ນເດັກນ້ອຍທີ່ມີອາຍຸລະຫວ່າງ 7 ຫາ 15 ປີ.

ເຈົ້າໜ້າທີ່ຕຳຫຼວດກຳລັງພະຍາຍາມຊອກຫາຜູ້ໂຈມຕີຢູ່ ແລະ ຍັງບໍ່ມີໃຜອອກມາອ້າງ ເອົາຄວາມຮັບຜິດຊອບສຳລັບເຫດການຄັ້ງນີ້ເທື່ອ.

ພວກກອງໂຈນຄອມມູນິສໄດ້ໄປປະກົດຕົວໃນແຂວງ Leyte, ທີ່ຕັ້ງຢູ່ທາງພາກຕາເວັນ ອອກສຽງໃຕ້ຂອງນະຄອນຫຼວງ ມະນິລາ ປະມານ 610 ກິໂລແມັດ, ແຕ່ບໍ່ມີສັນຍານທີ່ສະ ແດງໃຫ້ເຫັນໃນທັນທີທັນໃດວ່າ ພວກເຂົາ ຫຼື ກຸ່ມຫົວຮຸນແຮງກຸ່ມອື່ນໄດ້ມີສ່ວນຮ່ວມໃນ ເຫດການນີ້.

ປະທານາທີບໍດີ ທ່ານ Rodrigo Duterte ໄດ້ເຕືອນ ກ່ຽວກັບ ການແຊກຊຶມຂອງພວກ ຫົວຮຸນແຮງລັດອິສລາມ ຫຼື IS ເຂົ້າໃນ ຟີລິບປິນ ຖ້າການຕໍ່ສູ້ທາງທະຫານເພື່ອຂັບໄລ່ ພວກຫົວຮຸນແຮງ IS ອອກຈາກ ອີຣັກ ແລະ ຊີເຣຍ ຫາກປະສົບຄວາມສຳເລັດ.

ທ່ານ Duterte ໄດ້ກ່າວວ່າ ພາກສ່ວນຕອນໃຕ້ຂອງ ຟີລິບປິນ ແມ່ນມີຄວາມສ່ຽງຕໍ່ອິດທິ ພົນຂອງພວກ IS, ໃນຂະນະທີ່ໄລຍະທາງຂະໜາດນ້ອຍຂອງທະເລ ໄດ້ແບ່ງແຍກມັນ ອອກຈາກເກາະອື່ນໆ, ສ່ວນໃຫຍ່ແມ່ນເຂດທີ່ມີ ປະຊາກອນມຸສລິມຂອງ ຟີລິບປິນ, ແລະ ປະເທດ ມຸສລິມ ທີ່ມີອິດທິພົນອື່ນໆເຊັ່ນ ບຣູໄນ, ອິນໂດເນເຊຍ ແລະ ມາເມເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG