ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ການຊອກຄົ້ນຫາ ຖ້ຽວບິນ MH370 ໃຕ້ທະເລ ສິ້ນສຸດລົງ ໂດຍປາດສະຈາກ ຮ່ອງຮອຍ ຂອງເຮືອບິນ


ພາບເມື່ອວັນທີ 31 ມີນາ 2014 ທີ່ເຫັນເງົາ ຂອງເຮືອບິນກອງທັບອາກາດ Royal New Zealand P3 Orion.

ເກືອບ​ສາມ​ປີ​ທີ່​ຜ່ານ​ມາ ການ​ຊອກ​ຄົ້ນ​ຫາ​ສາຍ​ການບິນ​ມາ​ເລ​ເຊຍຖ້ຽວ​ບິນ 370 ​ໄດ້​ສິ້ນ​ສຸດລົງ ຢ່າງ​ບໍ່​ໄດ້ຜົນ ​ແລະ​ຍັງ​ມີ​ຄວາມ​ຂັດຂ້ອງ​ໃຈ​ຢູ່ ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ຂະນະ​ທີ່​ພວກ​ລູກ​ເຮືອ ​ເສັດ​ສິ້ນ​ການ​ຊອກຄົ້ນ​ຫາ​ຢູ່ໃຕ້​ທະ​ເລ​ເລິກ​ເປັນ​ບໍລິ​ເວນ ກວ້າງ​ຂອງ​ມະຫາ​ສະມຸດ​ອິນ​ເດຍ​ໂດຍ​ບໍ່​ໄດ້​ພົບ​ເຫັນ​ຮ່ອງ​ຮອຍ​ຂອງ​ເຮືອບິນ​ເລີຍ.

ສູນ​ກາງປະສານງານ​ຮ່ວມຂອງອົງການຕ່າງໆຢູ່​ໃນ​ປະ​ເທດ​ອອສ​ເຕຣ​ເລຍທີ່ໄດ້້​ໃຫ້ການ​ຊ່ວ​ຍເຫລື​ອ ​ໃນ​ການ​ຕາມ​ລ່າ​ຊອກຄົ້ນ​ຫາ​ເຮືອບິນ Boeing 777 ໃນ​ມູນ​ຄ່າ 160 ລ້ານ​ໂດ​ລາ ຢູ່​ໃນ​ນ່ານນໍ້າ​ທີ່​ໂດດດ່ຽວ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ອອສເຕຣ​ເລຍ ​ໄດ້​ກ່າວ​ວ່າ ການ​ຊອກ​ຄົ້ນ​ຫາ​ໄດ້​ຖືກ​ຍົກ​ເລີກ ​ຢ່າງ​ເປັນ​ທາງ​ການ ຫລັງ​ຈາກ​ພວກ​ລູ​ກ​ເຮືອ​ໄດ້ເສັດ​ສິ້ນ ການກວດ​ຄົ້ນທີ່​ບໍ່​ມີ​ໝາກຜົນ​ຂອງ​ເຂົາ​ເຈົ້າ ​ຢູ່​ໃນ​ພື້ນທີ່ 120,000 ຕະ​ລາງ​ກິ​ໂລ​ແມັດຂອງ​ເຂດ​ຊອກ​ຄົ້ນ.

ສູນການ​ດັ່ງກ່າວ ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “​ເຖິງ​ແມ່ນ​ຄວາມ​ພະຍາຍາມ​ໃດໆທີ່​ໃຊ້ວິທະຍາສາດ​ສຸດ​ຍອດ ທີ່​ມີ​ຢູ່ນັ້ນ ​ເທັກ​ໂ​ຈ​ໂລ​ຈີໃໝ່​ສຸດ ພ້ອມ​ດ້ວຍໂຕ ຢ່າງ ​ແລະ​ອຸບ​ປະກອນ​ອັນ​ຊຳ​ນິຊຳນານ​ຂອງ​ນັກວິຊາການສູງ​ສຸດ ​ທີ່​ດີ​ເລີດໃນ​ຂະ​ແໜງ​ການ​ຂອງ​ເຂົາ​ເຈົ້າ ​ແຕ່​ໂຊກບໍ່​ດີ ການ​ຊອກ​ຄົ້ນ​ຫາ​ບໍ່​ສາມາດ​ທີ່​ຈະ​ພົບ​ເຫັນ​ເຮືອບິນ” ອີງ​ຕາມການ​ຊອກ ຄົ້ນ​ຫາໃຕ້​ທະ​ເລ​ຖ້ຽວ​ບິນ MH370 ​ໄດ້​ຖືກ​ຍົກ​ເລີກ.”

ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ກ່ຽວ​ກັບການ​ຫາຍ​ສາບ​ສູນ​ຂອງ​ເຮືອບິນ ​ໄດ້​ສະ​ເໜີ​ໃຫ້​ພວກ​ລູກ​ເຮືອ​ທີ່​ຄົ້ນ​ຫາ​ໄປ​ສູ່​ທາງ​ພາ​ກ​ເໜືອທີ່ອາດ​ເປັນ​ເຂດ​ໃໝ່ຢູ່​ໃນ​ການ​ວິ​ເຄາະ ​ຫວ່າງ​ມໍ່ໆ​ມານີ້ ວ່າ​ ມີ​ຄວາມ​ເປັນ​ໄປ​ໄດ້​ກ່ຽວ​ກັບບ່ອນ​ເຮືອບິນ​ຕົກ. ​ແຕ່​ວ່າ​ລັດ ຖະບານ​ອອສ​ເຕຣເລຍ​ໄດ້​ປະຕິ​ເສດຕໍ່ແນ​ວຄິດ​ດັ່ງກ່າວ.

ປີ​ແລ້ວ​ນີ້ ອອສ​ເຕຣ​ເລຍ ມາ​ເລ​ເຊຍ ​ແລະ​ຈີນ ຊຶ່ງ​ແຕ່ລະປະ​ເທດ​ໄດ້​ຊ່ວຍ​ໃຫ້​ທຶນ​ໃນ​ຊອກ​ຄົ້ນ​ຫາໄດ້​ຕົກລົງ​ວ່າ ການ​ຄົ້ນ​ຫາ​ຈະ​ຖືກ​ຍົກ​ເລີກ ​ເວລາ​ໃດທີ່​ການຄົ້​ນຫາ​ຢູ່​ໃນ​ເຂດ​ດັ່ງກ່າວ
ໄດ້ເສັດ​ສິ້ນລົງ ຍົກ​ເວັ້ນວ່າ ມີ​ຫລັກ​ຖານ​ໃໝ່​ເກີດ​ຂຶ້ນ ທີ່​ຊີ້ແນ​ະບ່ອນ​ເຮືອບິນ​ຕົກ​ໂດຍ​ສະ​ເພາະ. ນັບແຕ່ວ່າ ​ເທັກ​ໂນໂລ​ຈີ​ປັດຈຸບັນ​ບໍ່​ມີ​ຄວາມ​ສາມາດ​ບອກ​ໃຫ້​ບັນດາ​ນັກ​ສຶບສວນ​ສະ​ເພາະເຈະ​ຈົງວ່າ​ເຮືອບິນ​ຢູ່​ໃສນັ້ນ​ໝາຍ​ຄວາມ​ວ່າ​ ມີ​ລາ​ຄາ​ແພງ​ທີ່​ສຸດ ​ເປັນ​ການ​ຄົ້ນ​ຊອກຄົ້ນ​ຫາ​ທີ່ສັບສົນ​ໃນ​ປະ ຫວັດສາດ​ການບິນ ​ໄດ້​ເສັດ​ສິ້ນ​ໄປ​ແລ້ວ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG