ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດສະຫຼະຊີບ ສັງຫານປະຊາຊົນຫຼາຍສິບຄົນ ໃນວັດອິສລາມ ນິກາຍ ຊີໄອ


ພະນັກງານເຂດເທດສະບານ ອັຟການິສຖານມ້ຽນມັດ
ອະນາໄມ ວັດ Baqir-ul Ulom ຫຼັງຈາກການໂຈມຕີ
ສະຫຼະຊີບໃນນະຄອນຫຼວງ ກາບູລ, ອັຟການິສຖານ. 21 ພະຈິກ, 2016.
ພະນັກງານເຂດເທດສະບານ ອັຟການິສຖານມ້ຽນມັດ ອະນາໄມ ວັດ Baqir-ul Ulom ຫຼັງຈາກການໂຈມຕີ ສະຫຼະຊີບໃນນະຄອນຫຼວງ ກາບູລ, ອັຟການິສຖານ. 21 ພະຈິກ, 2016.

ບັນດາເຈົ້າໜ້າທີ່ໃນ ອັຟການິສຖານ ກ່າວວ່າ ລະເບີດສະຫຼະຊີບລູກໜຶ່ງໄດ້ແຕກຂຶ້ນ ຢູ່ ນອກວັດອິສລາມນິກາຍ ຊີໄອ ໃນນະຄອນຫຼວງ ກາບູລ ວັນຈັນມື້ນີ້ ເຮັດໃຫ້ປະຊາຊົນ ຢ່າງໜ້ອຍ 33 ຄົນ ເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ.

ມືລະເບີດໄດ້ເຂົ້າໄປໃນວັດອິສລາມ Baqir ul Olum ໃນລະຫວ່າງການຈັດພິທີໜຶ່ງ ແລະ ໄດ້ບີບຂະນວນສາຍແອວລະເບີດຢູ່ອ້ອມຕົວຂອງລາວ ຖ່າມກາງຜູ່ທີ່ມາບູຊານັ້ນ.

ນາຍພົນ Faridoon Obaidi ຫົວໜ້າພະແນກສືບສວນສອບສວນອາຊະຍາກຳຂອງນະ ຄອນຫຼວງ ກາບູລ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ຜູ້ຖືກເຄາະຮ້າຍໝົດທຸກຄົນແມ່ນພົນລະ ເຮືອນ. ຕຳຫຼວດກ່າວວ່າ ປະຊາຊົນຫຼາຍກວ່າ 50 ຄົນໄດ້ຮັບບາດເຈັບ.

ປະທານາທິບໍດີ Ashraf Ghani ໄດ້ກ່າວປະນາມການລະເບີດນີ້ວ່າ “ບໍ່ສາມາດໃຫ້ອະ ໄພໄດ້” ແລະ ເປັນການກຳທຳຂອງສັດຕູຂອງ ອັຟການິສຖານ ທີ່ໄດ້ເພັ່ງເລັງໃສ່ການ ແບ່ງແຍກຊົນເຜົ່າຂອງ ອັຟການິສຖານ.

ຜູ້ບໍລິຫານລະດັບສູງ ອັຟການິສຖານ ທ່ານ Abdullah Abdullah ໄດ້ກ່າວປະນາມການ ໂຈມຕີ ໂດຍກ່າວວ່າ ມັນໄດ້ແນເປົ້າໃສ່ “ພົນລະເຮືອນຜູ້ບໍລິສຸດ ລວມທັງເດັກນ້ອຍໃນ ສະຖານທີ່ສັກສິດ. ມັນແມ່ນອາຊະຍາກຳສົງຄາມ ແລະ ການກະທຳຕໍ່ຕ້ານສາສະໜາ ອິສລາມ."

ບໍ່ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບສຳລັບການນອງເລືອດຄັ້ງນີ້.

ໂຄສົກຂອງກຸ່ມ ຕາລີບານ ຄົນນຶ່ງໄດ້ກ່າວປະຕິເສດການມີສ່ວນຮ່ວມໃນການລະເບີດຄັ້ງ ນີ້ ໃນຖະແຫຼງການສັ້ນສະບັບໜຶ່ງທີ່ຖືກສົ່ງໃຫ້ບັນດານັກຂ່າວ ໂດຍກ່າວວ່າ ກຸ່ມຕາລີບານ ບໍ່ມີສ່ວນກ່ຽວຂ້ອງຫຍັງກັບມັນ.

ອົງການນິລະໂທດກຳສາກົນ, ໄດ້ສະແດງປະຕິກິລິຍາໂຕ້ຕອບໃນສິ່ງທີ່ພວກເຂົາເຈົ້າອະ ທິບາຍວ່າ “ເປັນການໂຈມຕີທີ່ໂຫດຮ້າຍ ແລະ ເຈຕະນາເຮັດໃສ່ພວກພົນລະເຮືອນ," ແລະໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ອັຟການິສຖານ ສືບສວນສອບສວນການກໍ່ ອາຊະຍາກຳນີ້ຢ່າງຮີບດ່ວນເພື່ອນຳຕົວຜູ້ກະທຳຜິດມາລົງໂທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Afghanistan Blast
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG