ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ອົງການຂ່າວ AP ລາຍງານວ່າ ກຳລັງ ສະຫະລັດ ກວ່າ 4,000 ຄົນ ຈະຖືກສົ່ງໄປ ອັຟການິສຖານ


ປະທານເສນາທິການຮ່ວມ ຂອງກອງທັບສະຫະລັດ ນາຍພົນ Joseph Dunford (ຊ້າຍ) ແລະລັດຖະມົນຕີປ້ອງກັນປະເທດ ທ່ານ Jim Mattis (ຂວາ).

ອົງການ​ຂ່າວ AP ອ້າງ​ຄຳ​ເວົ້າ​ເຈົ້າ​ໜ້າ​ທີ່​ລັດຖະບານທ່ານ​ທຣໍາ ທີ່​ບໍ່​ປະສົງ​ບອກ​ຊື່ວ່າ
ທຳ​ນຽບຫ້າ​ແຈ ​ຈະ​ສົ່ງ​ກຳລັງ​ອາ​ເມຣິກັນ​ຕື່ມ​ອີກ​ເກືອບ 4,000 ຄົນ​ໄປຍັງ​ອັ​ຟກາ​ນິສຖານ
​ເພື່ອ​ຊ່ວຍ​ປະ​ເທດ​ເອ​ເຊຍ​ໃຕ້ດັ່ງກ່າວ ສູ້​ລົບ​ກັບພວກ​ກະບົດ​ຕາ​ລີ​ບານ ທີ່​ຟື້ນ​ໂຕ​ຄືນ​ມາ
​ໃໝ່.

ຈຳນວນ​ດັ່ງກ່າ​ວນີ້ ​ແມ່ນຄ້າຍຄື​ກັບ​ລາຍ​ງານ​ເທື່ອ​ກ່ອນ ຈາກ​ເຈົ້າ​ໜ້າ​ທີ່ຄົນ​ອື່ນໆ​ຂອງລັດ
ຖະບານປະທາ​ນາ​ທິບໍ​ດີ​ທຣໍາ.

ແຕ່​ແນວ​ໃດ​ກໍ​ຕາມ ໂຄສົກ​ທຳນຽບຫ້າ​ແຈ​ຄົນ​ນຶ່ງ ​ໄດ້​ກ່າວ​ຕໍ່​ອົງການ​ຂ່າວຣອຍ​ເຕີ ​ເວລາ
​ມີ​ການ​ຖາມ​ກ່ຽວ​ກັບ​ລາຍ​ງານ​ຂອງ​ອົງການ​ຂ່າວ AP ວ່າ “ຍັງບໍ່ທັນ​ມີ​ການ ​ຕັດສິນ​ໃຈ​
ເທື່ອ” ກ່ຽວ​ກັບ​ການ​ສົ່ງ​ກຳລັງ​ໄປ​ເພີ້ມ​.

ອົງການ​ຂ່າວ AP ລາຍ​ງານ​ວ່າ ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Jim Mattis
ອາດ​ຈະ​ປະກາດ ​ກ່ຽວ​ກັບ​ການ​ສົ່ງ​ກຳລັງ ​ໃນ​ຕົ້ນ​ອາທິດ​ໜ້າ​ນີ້.

​ເຈົ້າ​ໜ້າ​ທີ່​ສະຫະລັດ​ຄົນ​ນຶ່ງ​ກ່າວ​ໃນ​ຕົ້ນ​ອາທິດ​ນີ້​ວ່າ ປະທານາທິບໍດີ​ສະຫະລັດ ທ່ານ
ດໍ​ໂນ​ລ ທຣໍາ ​ໄດ້​ອະນຸຍາດ​ໃຫ້​ທ່ານ Mattis ກຳນົົດລະດັບກຳລັງຢູ່​ໃນ​ ອັຟກາ​ນິສຖານ.

ທ່ານ Mattis ​ໄດ້​ກ່າວ​ຕໍ່​ຄະນະ​ກຳມະການ​ກອງທັບ​ຂອງ​ສະພາ​ສູງ​ໃນ​ວັນ​ອັງ ຄານ​ທີ່​
ຜ່ານ​ມາ​ນີ້ວ່າ ສະຫະລັດ​ບໍ່​ໄດ້​ຮັບ​ຄວາມ​ກ້າວໜ້າ​ໃນ​ການ​ສູ້​ລົບ​ເພື່ອ​ເຮັດໃຫ້​ອັຟກາ​ນິສ
ຖາ​ນມີ​ຄວາມທຸ່ນທ່ຽງ ​ແລະ​ທ່ານ​ໄດ້​ປະກາດ ​ທີ່​ຈະນຳສະ​ເໜີແຜນ ຍຸດທະ​ສາດ​ຕໍ່​ລັດ
ຖະສະພາ “​ໃນ​ກາງ​ເດືອນ​ກໍລະກົດ” ຈະ​ມາ​ເຖິງ​ນີ້.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG