ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ມີນາ ໒໐໒໓

ການປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ສປປ ລາວ ທີ່ນະຄອນຫຼວງວໍຊິງຕັນ


ອົງການອາເມຣິກັນເພື່ອອະທິປະໄຕໃນລາວ ປະທ້ວງຢູ່ຕໍ່ໜ້າສະຖານທູດລາວ ທີ່ນະຄອນຫຼວງວໍຊິງຕັນ

ອົງການລາວອາເມຣິກັນເພື່ອອະທິປະໄຕໃນລາວ ຫຼື laosovereignty.org ໄດ້ຈັດການໂຮມຊຸມນຸມປະທ້ວງຂຶ້ນຢູ່ຕໍ່ໜ້າສະຖານທູດຂອງ ສປປ ລາວທີ່ນະຄອນ ຫຼວງວໍຊິງຕັນ ໃນວັນເສົາຜ່່ານມານີ້. ໃນການໂຮມຊຸມນຸມປະທ້ວງດັ່ງກ່າວ ດຣ. ທອງ ວັນນະຣາດ ປະທານອົງການລາວອາເມຣິກັນເພື່ອອະທິປະໄຕໃນປະເທດລາວໄດ້ຮຽກຮ້ອງໃຫ້ລັດຖະບານ ປະຕິຮູບຫຼາຍໆຢ່າງ ຮວມທັງອະນຸຍາດໃຫ້ປະຊາຊົນລາວ ມີສິດໃນການເລືອກເອົາຜູ້ນຳຂອງຕົນ. ໃນການຕ້ອງຕິຕໍ່ການປ່ອຍໃຫ້ຊາວຕ່າງດ້າວ ໃຊ້ພາສາຂອງຕົນແບບບໍ່ເຄົາລົບອະທິປະໄຕຂອງລາວນັ້ນ ດຣ. ທອງກ່າວກ່ຽວກັບເລື້ອງນີ້ວ່າ:

please wait

No media source currently available

0:00 0:00:18 0:00


ນອກນັ້ນ ທ່ານ ດຣ. ທອງຍັງຮຽກຮ້ອງໃຫ້ປະເທດລາວຫຼຸດພົ້ນຈາກການຢູ່ພາຍໃຕ້ອິດທິ ພົນຂອງຕ່າງຊາດ ບໍ່ໃຫ້ມີການເອົາລັດເອົາປຽບໃນດ້ານແຮງງານ ຮຽກຮ້ອງໃຫ້ປະຊາຊົນລາວ ມີສິດເສລີພາບໃນການປາກເວົ້າ ມີສິດໃນການນັບຖືສາສະໜາ ໃຫ້ລາວນອກມີສິດໃນການລົງສະໝັກເລືອກຕັ້ງ ມີສິດໃນການຖືສອງສັນຊາດ ມີິສິດໃນການເຂົ້າໄປເຮັດທຸລະກິດຢູ່ລາວ ແບບບໍ່ມີການຮາວີລົບກວນ ຂໍຄວາມໂປ່ງໃສກ່ຽວກັບເງິນ 9 ຕື້ໂດລາທີ່ພວກຜູ້ນຳກູ້ຢືມມາແລະຍຸຕິໃນການບັງຄັບໃຫ້ຫາຍສາບສູນ. ທ່ານ ດຣ. ທອງ ໄດ້ຕັ້ງຄຳຖາມ ກ່ຽວກັບການທີ່ລູກ ຫຼານລາວ ຜູ້ທີ່ມີຄວາມຮູ້ຄວາມສາມາດແຕ່ບໍ່ໄດ້ຮັບໂອກາດໃຫ້ໄປຮຽນຕໍ່ຢູ່ຕ່າງປະເທດ.

ການປະທ້ວງຢູ່ຕໍ່ໜ້າສະຖານທູດ ສປປ ລາວ ທີ່ວໍຊິງຕັນ
ການປະທ້ວງຢູ່ຕໍ່ໜ້າສະຖານທູດ ສປປ ລາວ ທີ່ວໍຊິງຕັນ
please wait

No media source currently available

0:00 0:00:25 0:00


ພ້ອມນີ້ ດຣ. ທອງຍັງຮຽກຮ້ອງໃຫ້ທາງການລາວເລັ່ງລັດໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບໄພຈາກເຂື່ອນແຕກຢູ່ໃນແຂວງອັດຕະປື ຊຶ່ງບາງຄົນໃນເວລານີ້ ທ່ານກ່າວວ່າ ຍັງອາໄສຢູ່ໃນສູນ ແລະທ່ານ ດຣ. ທອງ ຍັງຮຽກຮ້ອງໃຫ້ລັດຖະບານຍຸຕິການຂາຍຊັບສົມບັດຂອງແຜ່ນດິນ ຊຶ່ງຈະເປັນມູນມໍລະດົກ ຕົກທອດໄວ້ໃຫ້ພວກອະນຸຊົນລາວ ທີ່ເກີດໃໝ່ໃຫຍ່ລຸນ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG