ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຈະລົງໂທດຄົນລາວ ແລະຊາວຕ່າງຊາດທຸກຄົນ ທີ່ມີສ່ວນກ່ຽວຂ້ອງ ໃນການກໍ່ໃຫ້ເກີດ ການລະບາດຂອງໂຄວິດ-19


ການກວດການັກທ່ອງທ່ຽວ ກ່ອນເຂົ້າມາໃນລາວ.
ການກວດການັກທ່ອງທ່ຽວ ກ່ອນເຂົ້າມາໃນລາວ.

ທາງການລາວຈະລົງໂທດຄົນລາວ ແລະຊາວຕ່າງຊາດທຸກຄົນ ທີ່ປົກປິດຂໍ້ມູນ ຫລືມີສ່ວນກ່ຽວຂ້ອງ ໃນການກໍ່ໃຫ້ເກີດການລະບາດຂອງໄວຣັສໂຄວິດ-19 ໃນລາວ ແລະຈະຖືກປັບໃໝສູງສຸດ ເຖິງ 70 ລ້ານກີບ.


ທ່ານເພັດສະໝອນ ຜິວແສງທອງ ແພດປະຈໍາດ່ານ ຂົວມິດຕະພາບລາວ-ໄທແຫ່ງທີ່ນຶ່ງຢັ້ງຢືນວ່າ ການກວດສຸຂະພາບຂອງຄົນລາວ ແລະຊາວຕ່າງຊາດທີ່ເດີນທາງເຂົ້າມາໃນລາວຍັງສືບຕໍ່ດໍາເນີນການໄປຢ່າງເຂັ້ມງວດຕາມຄໍາສັ່ງຂອງນາຍົກລັດຖະມົນຕີເລກທີ 15/ນຍ. ທີ່ວ່າດ້ວນການເພີ້ມທະວີ ມາດຕະການສະ ກັດກັ້ນ ຄວບຄຸມ ແລະຕຽມຄວາມພ້ອມຢ່າງຮອບດ້ານເພື່ອຕ້ານພະຍາດໄວຣັສໂຄວິດ-19 ໃຫ້ເຂັ້ມງວດ ແລະມີປະສິດທິຜົນສູງທີ່ມີຜົນບັງຄັບໃຊ້ຢ່າງເປັນທາງການນັບຕັ້ງແຕ່ວັນທີ 22 ເມສາ 2021 ເປັນຕົ້ນມາ ກໍ່ຄືທຸກຄົນຕ້ອງປະຕິບັດຕາມເງື່ອນໄຂທີ່ທາງການລາວກໍາໜົດ ຈຶ່ງຈະໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າມາລາວຢ່າງຖືກຕ້ອງຕາມກົດໝາຍ ດັ່ງທີ່ທ່ານເພັດສະໝອນ ໄດ້ໃຫ້ການຢັ້ງຢືນວ່າ:

“ທຸກຄົນທີ່ເຂົ້າມານີ້ ເຮົາກໍ່ໄດ້ມີການກວດວັດແທກອຸນນະພູມທຸກຄົນ ສໍາລັບນັກ ວິຊາການ ຫລືວ່ານັກການທູດຫັ້ນ ແມ່ນທຸກຄົນເຂົ້າມາຈະຕ້ອງມີໃບກວດໂຄວິດກ່ອນ 72 ຊົ່ວໂມງ ແລະສໍາລັບແຮງງານລາວທີ່ເຂົ້າມານີ້ ແມ່ນເຂົ້າມາໄດ້ທຸກມື້ ທຸກເວລາເນາະຕອນນີ້ ພວດເຮົາກໍ່ມີນະໂຍບາຍແລ້ວ ເຂົ້າມາແລ້ວກໍ່ຕ້ອງໄປກັກຢູ່ສະຖານທີ່ທີ່ເພິ່ນອະນຸຍາດໃຫ້ຫັ້ນ ແຕ່ວ່າຕ້ອງໄດ້ກວດໂຄວິດກ່ອນຊິເຂົ້າໄປທຸກຄົນ.”

ສ່ວນ ພັນໂທ ວິລະພົນ ໄພບູນ ຫົວໜ້າພະແນກຄຸ້ມຄອງຄົນຕ່າງປະເທດ ນະ ຄອນຫລວງວຽງຈັນຖະແຫລງວ່າ ບຸກຄົນ ຫລືນິຕິບຸກຄົນໃດມີເຈດຕະນາປົກປິດຂໍ້ມູນ ກ່ຽວກັບການຕິດເຊື້ອໄວຣັສໂຄວິດ-19 ທີ່ກໍ່ໃຫ້ເກີດການລະບາດຢ່າງກ້ວາງຂວາງໃນລາວ ນອກຈາກຈະເປັນການລະເມີດຄໍາສັ່ງເລກທີ 15/ນຍ. ແລ້ວກໍ່ຍັງຖືວ່າເປັນຄວາມຜິດຕາມກົດໝາຍອາຍາດ້ວຍຂໍ້ຫາເຮັດໃຫ້ເກີດການລະບາດຂອງພະຍາດຕິດຕໍ່ຮ້າຍແຮງໃນລາວອີກດ້ວຍ ດັ່ງທີ່ທ່ານ ພັນໂທວິລະພົນໄດ້ໃຫ້ການຢັ້ງຢືນວ່າ:

“ໃນການຕິດເຊື້ອນີ້ ໃຜກໍ່ບໍ່ຢາກຕິດ ແຕ່ວ່າໂຕນີ້ມັນສະພາວະທີ່ເຫດສຸດວິໄສ ແຕ່ມີບາງຄົນຖ້າຮູ້ວ່າໂຕເອງຕິດເຊື້ອແລ້ວ ຍັງເຈດຕະນາບໍ່ໃຫ້ການຮ່ວມມືຕໍ່ ເຈົ້າໜ້າທີ່ ຕໍ່ແພດ ມີການລີ້ຊ້ອນ ປ້ອນຕົວ ແລະມີການອອກໄປແຜ່ເຊື່ອສູ່ຊຸມຊົນ ທຸກກໍລະນີຖືວ່າເປັນການລະເມີດຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລ້ວກໍ່ເລກທີ 006 ຂອງນະຄອນຫລວງວຽງຈັນ ນອກຈາກນີ້ແລ້ວ ມັນກໍ່ເປັນການແຕະຕ້ອງເຖິງກົດໝາຍອາຍາ ຈັງຊັ້ນທຸກຄົນກໍ່ຕ້ອງໄດ້ຖືກດໍາເນີນຄະດີກໍ ລະນີມີເຈດຕະນາໃນການແຜ່ເຊື້ອ ບໍ່ປະຕິບັດຕາມຄໍາສັ່ງຕ່າງໆ.”

ສ່ວນການລະເມີດຄໍາສັ່ງໃນຮູບແບບອື່ນໆ ການຕັ້ງວົງຊຸມແຊວສິ່ງມຶນເມົາ ການລັກລອບເປີດຮ້ານກິນ-ດື່ມ ສິ່ງມຶນເມົາ ຄາຣາໂອເກະ ສະຖານບັນເທີງ ຮ້ານສະນຸກເກີ້ ຮ້ານນວດ ຮ້ານສະປາ ຮ້ານເກມ ແລະຂໍ້ຫ້າມຕ່າງໆທີ່ໄດ້ລະບຸໄວ້ໃນມາດຕະການປ້ອງກັນ ຄວບຄຸມ ແລະສະກັດກັ້ນໂຄວິດ-19 ນັ້ນ ກໍ່ຈະຖືກປັບໃໝ 5 ແສນກີບຫາ 3 ລ້ານ ກີບສໍາລັບບຸກຄົນ ແລະ 5 ລ້ານກີບຫາ 10 ລ້ານກີບ ສໍາລັບນິຕິບຸກຄົນ.

ກ່ອນໜ້ານີ້ ທາງການຕໍາຫລວດລາວກໍ່ໄດ້ຄວບຄຸມໂຕຜູ້ຕ້ອງຫາເພດຍິງລາວສອງຄົນທີ່ເປັນສາຍເຫດຕົ້ນຕໍການລະບາດຂອງໄວຣັສໂຄວິດ-19 ໃນໄລຍະໃໝ່ໄວ້ເພື່ອດໍາເນີນຄະດີຕາມກົດໝາຍອາຍາແລ້ວ ໂດຍແມ່ຍິງລາວສອງຄົນໄດ້ລັກລອບນໍາພາຜູ້ຊາຍໄທສອງຄົນເດີນທາງເຂົ້າມາທ່ຽວຕາມສະຖານບັນເທີງຕ່າງໆໃນແຂວງສະຫວັນນະເຂດ ແລະນະຄອນຫລວງວຽງຈັນກໍ່ຄື ນາງພາວະດີ ວິພາກອນ (ຕຸກຕິກ) ຜູ້ທີ່ນໍາພາຄົນໄທເຂົ້າມາລາວ ກັບນາງມອນມີນາ ສຸດທິດາ (ຕິນ່າ) ຜູ້ນໍາທ່ຽວຢູ່ໃນນະຄອນຫລວງວຽງຈັນ ໃນຊ່ວງວັນທີ 7-15 ເມສາຜ່ານມາ ເຊິ່ງຖ້າຫາກວ່າ ສານປະຊາຊົນລາວໄດ້ຕັດສິນວ່າ ມີຄວາມຜິດຕາມມາດຕາ 199 ຂອງກົດໝາຍອາຍາ ກໍ່ຄືເຮັດໃຫ້ເກີດການແແຜ່ລະບາດຂອງເຊື້ອໂຣກທີ່ຮ້າຍແຮງໃນລາວ ກໍ່ຈະຖືກລົງໂທດຂັງຄຸກແຕ່ 2 ປີເຖິງ 15 ປີ ແລະປັບໃໝແຕ່ 10 ລ້ານກີບ ເຖິງ 70 ລ້ານກີບ.

ນອກຈາກນີ້ ທາງການລາວກໍ່ຍັງໄດ້ອອກຄໍາສັ່ງໃຫ້ປົດນາຍຕໍາຫລວດ 2 ຄົນອອກຈາກຕໍາແໜ່ງອີກດ້ວຍກໍ່ຄື ຮ້ອຍເອກພູໄຊ ສີສະຫວັນ ຕໍາຫລວດສື່ສານປະຈໍາແຂວງສະຫວັນນະເຂດ ກັບຮ້ອຍໂທສອນອາໄລ ໂພທິລາດ ນາຍຕໍາຫລວດປະຈໍາເມືອງສອງຄອນ ເພາະວ່າມີສ່ວນພົວພັນໃນການລັກລອບນໍາພາຄົນໄທທັງສອງຄົນເຂົ້າມາໃນລາວໂດຍເຮືອຂ້າມຝັ່ງແມ່ນໍ້າຂອງລະຫວ່າງ ລາວ-ໄທນັ້ນ ແລະນາຍຕໍາຫລວດທັງສອງທີ່ຖືກປົດອອກຈາກຕໍາແໜ່ງດັ່ງກ່າວຍັງຈະຖືກດໍາເນີນຄະດີອາຍາອີກດ້ວຍ ເຊັ່ນດຽວກັນກັບຊາຍໄທສອງຄົນ ທີ່ລັກລອບເດີນທາງເຂົ້າມາໃນລາວນັ້ນ ທາງການຕໍາຫລວດລາວ ກໍ່ໄດ້ປະສານງານກັບຕໍາຫລວດໄທ ເພື່ອຂໍໃຫ້ດໍາເນີນການສົ່ງໂຕຜູ້ຕ້ອງຫາທັງສອງ ມາດໍາເນີນຄະດີໃນລາວ ເພາະມີສ່ວນກ່ຽວຂ້ອງເຮັດໃຫ້ເກີດການລະບາດຮອບໃໝ່ ຂອງໄວຣັສໂຄວິດ-19 ດ້ວຍການລັກເຂົ້າມາທ່ຽວສະຖານບັນເທີງໃນລາວນັ້ນເອງ.

XS
SM
MD
LG