ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ຈະເດີນທາງໄປຢ້ຽມຢາມ ເຄບເວີດ ໄອວໍຣິໂຄສທ໌ ໄນຈີເຣຍ ແລະອັງໂກລາ ໃນອາທິດໜ້ານີ້ ກະຊວງການຕ່າງປະເທດສະຫະລັດໄດ້ປະກາດ ນີ້ແມ່ນການຢ້ຽມຢາມທະວີບອາຟຣິກາຄັ້ງທີ 4 ຂອງທ່ານ.
ການເດີນທາງດັ່ງກ່າວ ມີຂຶ້ນຫຼັງຈາກ ເຈົ້າໜ້າທີ່ລະດັບລັດຖະມຸນຕີ 17 ທ່ານໄດ້ເດີນທາງໄປຢ້ຽມຢາມ ເພື່ອຕິດຕາມເບິ່ງຜົນຂອງກອງປະຊຸມສຸດຍອດ ຜູ້ນຳສະຫະລັດແລະອາຟຣິກາ ທີ່ວໍຊິງຕັນໃນປີ 2022.
ປະທານາທິບໍດີໂຈ ໄບເດັນ ກໍໄດ້ສະແດງຄວາມປະສົງ ຢາກຈະໄປຢ້ຽມຢາມອາຟຣິກາໃນປີນີ້ ແຕ່ຍັງບໍ່ທັນໄດ້ປະກາດແຜນການທີ່ແນ່ນອນເທື່ອ.
ໂຄສົກກະຊວງການຕ່າງປະເທດ ທ່ານແມັດທິວ ມິລເລີ້ ກ່າວວ່າ ການເດີນທາງໄປຢ້ຽມຢາມເປັນເວລາ 6 ວັນຂອງທ່ານບລິງເກັນ ຈະເນັ້ນໜັກໃສ່ເລື້ອງສະຫະລັດໄດ້ເລັ່ງລັດການເປັນພາຄີລະຫວ່າງສະຫະລັດກັບອາຟຣິກາແບບໃດ ນັບແຕ່ໄດ້ມີກອງປະຊຸມສຸດຍອດ ຮວມທັງຂົງເຂດຕ່າງໆເຊັ່ນການປ່ຽນແປງຂອງດິນຟ້າອາກາດ ຄວາມໝັ້ນຄົງທາງດ້ານອາຫານ ແລະສຸຂະພາບ.
“ທ່ານຍັງຈະເນັ້ນໜັກໃສ່ ການເພັ່ງເລັງໃນອະນາຄົດໃສ່ການເປັນພາຄີທາງດ້ານເສດຖະກິດ ແລະສະຫະລັດຈະລົງທຶນແບບໃດເຂົ້າໃນພື້ນຖານໂຄງລ່າງຢູ່ໃນອາຟຣິກາເພື່ອເສີມຂະຫຍາຍການຄ້າສອງທາງ ສ້າງວຽກເຮັດງານທຳພາຍໃນປະເທດແລະຢູ່ໃນທະວີບດັ່ງກ່າວ ແລະຊ່ວຍໃຫ້ອາຟຣິກາສາມາດທຳການແຂ່ງຂັນຢູ່ໃນຕະຫຼາດຂອງໂລກ ທ່ານມິລເລີ້ກ່າວ.
ເມື່ອມີການຖາມວ່າ ການຕໍ່ຕ້ານອິດທິພົນຈີນຢູ່ໃນທະວີບອາຟຣິກາເນື້ອໄນທີ່ສຳຄັນຫຼືບໍ່? ທ່ານນາງໂມລລີ ພີ (Molly Phee) ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ຮັບຜິດຊອບກິດຈະການອາຟຣິກາ ກ່າວວ່າ ນີ້ອາດຈະເປັນຄວາມຄິດຂອງສື່ມວນຊົນຫຼາຍກ່ອນ.
ຟໍຣັມສະແດງຄວາມຄິດເຫັນ