ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕໍ່ຕ້ານຊາວຢີວ ລຸກລາມໄປທົ່ວໂລກ ໃນຂະນະທີ່ອິສຣາແອລ ປະທະກັບກຸ່ມຮາມາສ


ສະມາຊິກຂອງຊຸມຊົນອິສຣາແອລໃນໂຄລອມເບຍ ລືບຮູບແຕ້ມຕໍ່ຕ້ານຊາວຢີວ ທີ່ຢູ່ນອກສະຖານທູດອິສຣາແອລ ໃນເມືອງໂບໂກຕ້າ ຂອງໂຄລອມເບຍ ວັນທີ 9 ຕຸລາ 2023, ສອງມື້ຫຼັງຈາກທີ່ນັກລົບຮາມາສ ເປີດສາກບຸກໂຈມຕີອິສຣາແອລ ແບບບໍ່ໄດ້ຄາດຄິດ
ສະມາຊິກຂອງຊຸມຊົນອິສຣາແອລໃນໂຄລອມເບຍ ລືບຮູບແຕ້ມຕໍ່ຕ້ານຊາວຢີວ ທີ່ຢູ່ນອກສະຖານທູດອິສຣາແອລ ໃນເມືອງໂບໂກຕ້າ ຂອງໂຄລອມເບຍ ວັນທີ 9 ຕຸລາ 2023, ສອງມື້ຫຼັງຈາກທີ່ນັກລົບຮາມາສ ເປີດສາກບຸກໂຈມຕີອິສຣາແອລ ແບບບໍ່ໄດ້ຄາດຄິດ

ໃນຂະນະທີ່ຄວາມຂັດແຍ້ງລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ ແກ່ຍາວເປັນມື້ທີ 5, ຊາວຢິວຈຳນວນຫຼາຍໃນທົ່ວໂລກ ຕ້ອງປະເຊີນກັບໄພຂົ່ມຂູ່ທີ່ຄຸ້ນເຄີຍ ນັ້ນກໍຄື: ການຕໍ່ຕ້ານຊາວຢີວ ທີ່ເພີ້ມຂຶ້ນຢ່າງວ່ອງໄວ.

ຈາກນິວຢອກໄປຮອດ ລອນດອນ, ເຊນຫລຸຍ ໄປຮອດ ຊິດນີ, ຊຸມຊົນຊາວຢິວ ກໍາລັງປະເຊີນກັບຄວາມກຽດຊັງ ແລະຄວາມດູໝິ່ນ ທີ່ມັກຈະລຸກໄໝ້ຂຶ້ນທຸກຄັ້ງ ທີ່ພາກຕາເວັນອອກກາງ ລະເບີດຂຶ້ນ.

"ມັນເປັນຄວາມຈິງທີ່ໜ້າເສົ້າໃຈທີ່ເວລາໃດກໍ່ຕາມທີ່ເກີດຄວາມຂັດແຍ້ງລະຫວ່າງ ອິສຣາແອລ ແລະ ປາແລັສໄຕນ໌, ຊາວຢິວ ໃນທຸກພາກສ່ວນຂອງໂລກ ຈະປະ ສົບກັບຄວາມທຸກທໍລະມານຈາກຄວາມຮຸນແຮງຈາກຄວາມກຽດຊັງ." ທ່ານເຮດີ ເບຣິຈ (Heidi Beirich), ຜູ້ຮ່ວມກໍ່ຕັ້ງໂຄງການຕໍ່ຕ້ານຄວາມກຽດຊັງ ແລະ ລັດທິຫົວຮຸນແຮງໃນທົ່ວໂລກ ກ່າວ.

ອິສຣາແອລ ໄດ້ຕົກຢູ່ໃນຝັນຮ້າຍທີ່ນອງເລືອດໃນວັນເສົາ ເມື່ອພວກຫົວຮຸນແຮງຮາມາສ ໄດ້ທຳການໂຈມຕີແບບບໍ່ໄດ້ຄາດຄິດ, ເຮັດໃຫ້ຊາວອິສຣາແອລເສຍຊີວິດໄປຢ່າງນ້ອຍ 1,000 ຄົນ, ບາດເຈັບຫຼາຍກວ່າ 2,000 ຄົນ ແລະ ປະ ມານ 150 ຄົນ ຖືກຈັບເປັນຕົວປະກັນ.

ທ່ານໄບແອນ ເລວິນ (Brian Levin), ນັກວິໄຈກ່ຽວກັບລັດທິຫົວຮຸນແຮງ ແລະ ສາດສະດາຈານທີ່ຊົງຄຸນນະວຸດທິ ຂອງມະຫາວິທະຍາໄລແຫ່ງລັດຄາລິຟໍເນຍ, ຊານເບີນາດິໂນ (San Bernardino), ກ່າວວ່າ ການສັງຫານໝູ່ຄັ້ງນີ້ ແມ່ນເປັນ "ການສັງຫານໝູ່ຊາວຢິວ ທີ່ຮ້າຍແຮງທີ່ສຸດ ໃນມື້ດຽວ ນັບຕັ້ງແຕ່ການຂ້າລ້າງເຜົ່າພັນໂຮ​ໂລ​ຄອດ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG