ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຊຸມນຸມປະທ້ວງຕໍ່ຕ້ານ ລັດຖະບານ ດຳເນີນສືບຕໍ່ໄປ ໃນໄທ (ວີດີໂອ)


ພວກ​ຊຸມນຸມ​ຕໍ່ຕ້ານ​ລັດຖະບານ​ໃນ​ນະຄອນຫຼວງ​ບາງກອກ ​
ໄດ້​ປິດ​ລ້ອມທຳນຽບລັດຖະບານ ບ່ອນ​ທີ່​ທ່ານ​ນາງ​ຍິ່ງ​ລັກ
ນາຍົກລັດຖະມຸນຕີ ມີ​ສຳນັກງານ​ຕັ້ງ​ຢູ່ໃນນັ້ນ ​ໂດຍ​ໃຊ້​ຜ້​າ
​ແພ​ເປັນຜືນ​ໃຫຍ່ໆ​ ທີ່​ປະດັບ​ດ້ວຍ​ສີ​ຂອງ​ທຸງຊາດ​ໄທ.

​ໃນ​ຂະນະ​ທີ່​ພວກ​ຊຸມນຸມ​ປະ​ທ້ວງ​ສືບ​ຕໍ່​ພັກ​ຄ້າງ​ຄືນ​ຢູ່​ນອກ​
ບໍລິ​ເວນ​ທຳນຽບລັດຖະບານ​ ໃນ​ວັນ​ສຸກ​ມື້​ນີ້ ທ່ານ​ສຸ​ເທບ
ເທືອ​ກສຸບັນ ແກນ​ນຳ​ຂອງ​ກຸ່ມ​ປະ​ທ້ວງ ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​
ວ່າ ທ່ານ​ຢາກ​ພົບ​ປະ​ກັບ​ພວກ​ນາຍ​ທະຫານ​ໃນ​ວັນເສົາ​ມື້​
ອື່ນ​ນີ້ ​ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ຍຸດ​ທະ​ສາດ
​ຂອງ​ທ່ານ​ສຳລັບທຳ​ການ​ປະ​ທ້ວງ​ຕໍ່​ໄປ​ນັ້ນ.

ທ່ານ​ນາງ​ຍິ່ງ​ລັກ​ບໍ່​ຍອມ​ປະຕິບັດ​ຕາມ​ຄຳ​ຮຽກຮ້ອງ​ຂອງ​ພວກ​
ປະ​ທ້ວງ ທີ່ໃຫ້​ທ່ານ​ນາງ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ແລະ​ມອບ​ອຳ
ນາດ​ໃຫ້​ສະພາ​ທີ່​ບໍ່​ໄດ້​ຖືກ​ເລືອກ​ຈາກ​ປະຊາຊົນ​ນັ້ນ ​ແຕ່​ທ່ານ
ນາງ​ໄດ້​ຍຸບ​ສະພາ​ແລະ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ທົ່ວ​ໄປ
​ກ່ອນ​ກຳ​ນົດ​ໃນ​ເດືອນ​ກຸມພາ​ປີໜ້າ​ນີ້.

ທາງ​ການ​ໄທ​ໄດ້​ກ່າວ​ຫາ​ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ອະດີດ​ນາຍົກລັດຖະມຸນຕີ ​ແລະ​ຜູ້ນຳ​ຂອງ​ພັກ​ປະຊາທິປັດ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ສຸກ​ມື້​ນີ້ ​ໃນ​ຂໍ້​ຫາ​ຄາດ​ຕະກຳ​ພວກ​ປະ​ທ້ວງ 2 ຄົນໃນ​ລະຫວ່າງ​ການ​ປາບ​ປາມ​ພວກ​ປະ​ທ້ວງ​ຂອງ​ພວກ​ທະຫານ​ໃນ​ປີ 2010 ນັ້ນ.

ບັນດາ​ໄອ​ຍະ​ການ​ກ່າວ​ວ່າ ທ່ານ​ອະພິສິດ​ໄດ້​ສັ່ງ​ໃຫ້​ພວກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຍິງ​ປືນ
​ໃສ່​ພວກ​ຊຸມນຸມ​ປະ​ທ້ວງ​ເສື້ອ​ແດງ ຊຶ່ງ​ສ່ວນ​ຫຼາຍ​ບໍ່​ມີ​ອາວຸດ 90 ຄົນ​ຕາຍ​ໄປ​ໃນ​ລະຫວ່າງ
​ການ​ປາບປາມ​ພວກ​ປະ​ທ້ວງ​ນັ້ນ. ທ່ານ​ອະພິສິດ​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງກ່າວ ​ໂດຍ​ເວົ້າ​ວ່າ
ຂໍ້​ກ່າວ​ຫາເຫຼົ່າ​ນີ້ ​ເປັນ​ການ​ກ່າວ​ຫາ​ທາງ​ການ​ເມືອງ.

ທ່ານ​ສຸ​ເທບ ຊຶ່ງ​ເປັນ​ອະດີດ​ຮອງ​ນາຍົກລັດຖະມຸນຕີ ທີ່​ໄດ້​ລາ​ອອກ​ຈາກ​ພັກ​ປະຊາທິປັດ​
ເປັນ​ແກນນຳ​ຂອງ​ການ​ປະ​ທ້ວງ​ທີ່​ດຳ​ເນີນ​ໄປ​ໃນ​ປັດຈຸບັນ​ນີ້ ກໍ​ກຳລັງ​ປະ​ເຊີນ​ກັບ​ຂໍ້​ກ່າວ​
ຫາຕ່າງໆ​ທີ່​ພົວພັນ​ກັບ​ການ​ປາບ​ປາມ​ຄັ້ງ​ນັ້ນ​ເຊັ່ນ​ກັນ.
XS
SM
MD
LG