ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ຕໍ່ຕ້ານ ລັດຖະບານ ໂຮມຊຸມນຸມກັນອີກ ທີ່ ບາງກອກ (ວີດີໂອ)


ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ໂຮມຊຸມນຸມເດີນຂະບວນ ທີ່ບາງກອກ (29 ມີນາ 2014)
ພວກປະທ້ວງ ຕໍ່ຕ້ານລັດຖະບານໄທ ໂຮມຊຸມນຸມເດີນຂະບວນ ທີ່ບາງກອກ (29 ມີນາ 2014)
ພວກປະທ້ວງຕໍ່ຕ້ານລັດຖະບານຫຼາຍສິບພັນຄົນ ໃນປະເທດ
ໄທໄດ້ພາກັນລົງສູ່ຖະໜົນຫົນທາງໃນບາງກອກອີກເພື່ອຮຽກ ຮ້ອງໃຫ້ນາຍົກລັດຖະມົນຕີຮັກສາການ ທ່ານນາງຍິ່ງລັກ ຊິນ
ນະວັດ ລາອອກ.

ທ່ານສຸເທບ ເທືອກສຸບັນ ເລຂາທິການໃຫຍ່ ຂອງຄະນະກຳ
ມະການປະຊາຊົນເພື່ອການປ່ຽນແປງປະເທດໄທໃຫ້ເປັນປະ
ຊາທິປະໄຕທີ່ສົມບູນອັນມີພະມະຫາກະສັດຊົງເປັນປະມຸກທີ່
ເອີ້ນຫຍໍ້ວ່າ ກປປສ ນັ້ນ ໄດ້ນຳພາ ການເດີນຂະບວນ ຈາກ
ສວນລຸມພີນີ ຊຶ່ງເປັນສູນກາງໃຫຍ່ ໃນການໂຮມຊຸມນຸມຂອງ
ພວກປະທ້ວງໄປຍັງສະໜາມຫຼວງ ໃນຕອນເຊົ້າຂອງວັນເສົາ
ມື້ນີ້.

ການເດີນຂະບວນດັ່ງກ່າວ ແມ່ນການໂຮມຊຸມນຸມໃຫຍ່ເທື່ອທຳອິດນັບຕັ້ງແຕ່ວັນທີ 21 ມີນາເປັນຕົ້ນມາ ເວລາສານລັດຖະທຳມະນູນຂອງໄທ ປະກາດໃຫ້ການເລືອກຕັ້ງທົ່ວ
ໄປ ໃນເດືອນແລ້ວນີ້ ເປັນໂມຄະ.

ພວກປະທ້ວງເວົ້າວ່າ ທ່ານນາງຍິ່ງລັກພຽງແຕ່ເປັນສາກບັງໜ້າໃຫ້ແກ່ອ້າຍ ຂອງທ່ານ
ນາງ ອະດີດນາຍົກລັດຖະມົນຕີທັກສິນ ຊິນນະວັດ. ພວກປະທ້ວງຕ້ອງການ ໃຫ້ທ່ານ ນາງລາອອກແລະມອບລັດຖະບານໃຫ້ແກ່ສະພາຮັກສາການຊົ່ວຄາວທີ່ບໍ່ໄດ້ຮັບການ ເລືອກຕັ້ງ ເພື່ອທຳການປະຕິຮູບລະບົບການເມືອງແລະສະຖາບັນຄັ້ງໃຫຍ່.

ນອກນັ້ນແລ້ວ ນາຍົກລັດຖະມົນຕີໄທ ຍັງຖືກກ່າວຫາວ່າ ບໍ່ເອົາຫົວຊາ ຕໍ່ການສໍ້ລາດ
ບັງຫຼວງ ພາຍໃນໂຄງການຈຳນຳເຂົ້າຂອງລັດຖະບານ ທີ່ໄດ້ສ້າງຄວາມເສຍຫາຍໃຫ້
ແກ່ປະເທດຊາດ ຫຼາຍພັນລ້ານໂດລາ. ທ່ານນາງຍິ່ງລັກມີກຳນົດທີ່ຈະນຳສະເໜີການ
ຕໍ່ສູ້ປ້ອງກັນໂຕ ຕໍ່ຄະນະກຳມະການຕໍ່ຕ້ານຄໍຣັບຊັ່ນແຫ່ງປະເທດໄທ ໃນມື້ວັນຈັນຈະ
ມານີ້.
THAILAND POLITICS VOSOTVO
please wait

No media source currently available

0:00 0:00:33 0:00
XS
SM
MD
LG