ປະທານາທິບໍດີ ບາຣັກ ໂອມາມາ ໄດ້ທຳການໂອ້ລົມສົນທະນາຄັ້ງປະຫວັດສາດໃນວັນເສົາວານນີ້ ກັບຄູ່ຕຳແໜ່ງຈາກຄິວບາ ທ່ານ Raul Castro ແລະກ່າວວ່າ ທ່ານຢາກ “ເປີດປື້ມໄປໜ້າໃໝ່” ອອກຈາກຄວາມແຕກແຍກກັນໃນຍຸກສົງຄາມເຢັນ ໂດຍທຳການພົວພັນກັນກັບລັດຖະບານຄິວບາ ທີ່ຖືກໂດດດ່ຽວມາດົນນານນັ້ນ.
ການພົບປະທີ່ໄດ້ຄາດກັນມາລ່ວງໜ້າຢ່າງສູງ ຢູ່ນອກກອງປະຊຸມສຸດຍອດຂອງບັນດາປະເທດໃນທະວີບອາເມຣິກາ ທີ່ປະເທດປານາມາ ແມ່ນເປັນການພົບປະກັນຢ່າງເປັນທາງການຄັ້ງທຳອິດ ລະຫວ່າງບັນດາຜູ້ນຳຂອງສອງປະເທດ ໃນເວລາດົນກວ່າເຄິ່ງສັດຕະວັດ.
ພາບໂທລະພາບ ກ່ອນກອງປະຊຸມສຸດຍອດ ສະແດງໃຫ້ເຫັນທ່ານໂອບາມາ ແລະທ່ານ
ກາສໂຕຣ ນັ່ງຮຽງຂ້າງກັນ ໃນຫ້ອງປະຊຸມແຫ່ງໜຶ່ງ ຫ້ອມລ້ອມດ້ວຍເຈົ້າໜ້າທີ່ລັດຖະບານ
ທັງສອງຝ່າຍແແລະນາຍພາສາ.
ໃນການຖະແຫຼງຕໍ່ບັນດານັກຂ່າວໃນເວລາຕໍ່ມາ ປະທານາທິບໍດີ ໂອບາມາ ກ່າວວ່າ
ການໂອ້ລົມສົນທະນາກັນນີ້ ສາມາດເປັນ “ຈຸດຫົວ ລ້ຽວຫົວຕໍ່ໄດ້ " ໃນຂະນະທີ່ ລັດຖະ
ບານວໍຊິງຕັນ ແລະຮາວານາ ຫາທາງ ຮື້ຟື້ນສາຍພົວພັນທາງການທູດກັນໂດຍເຕັມ.
ນອກນັ້ນ ທ່ານໂອບາມາ ຍັງກ່າວຕື່ມວ່າ ປະຊາຊົນອາເມຣິກັນສ່ວນຫຼາຍ ສະໜັບສະໜຸນ
ການຜູກຄວາມສຳພັນກັນຄືນກັບຄິວບາ ແລະວ່າ ຄວາມພະຍາຍາມເຫຼົ່ານັ້ນ ກໍໄດ້ຮັບການສະໜັບສະໜຸນຢ່າງຖ້ວມລົ້ນ ຈາກປະຊາຊົນຄິວບາ ເຊັ່ນກັນ.