ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ຄາດກັນວ່າ ຈະມີການແຕ່ງຕັ້ງ ຄະນະລັດຖະບານ ຂັ້ນສຸດທ້າຍ ທີ່ຕຶກ Trump Tower


ຮອງປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Mike Pence ກຳລັງອອກຈາກຕຶກ Trump Tower ທີ່ນະຄອນນິວຢອກ.

ຢູ່ນອກ​ຕຶກ Trump Tower ທີ່​ທາງ​ແຍກ ບ່ອນຖະໜົນ​ເລກ 5 ​ແລ​ະຖະໜົນ 56 ຕັດກັນ ໄດ້​ມີ​ການ​ຮ້ອງໂຈມ​ຕີ​ກັນຢ່າງ​ຮ້ອນ​ແຮງ ທ່າມກາງ​ສະພາບ​ອາກາດ​ທີ່ເຍືອກ​ເຢັນ​ຂອງ​ຕອນ​ເຊົ້າ ​ໃນ​ຂະນະ​ທີ່​ບັນດາ​ຜູ້​ສະໜັບສະໜູນການ ​ນັບ​ບັດ​ຄະແນນ​ສຽງຄືນ​ໃໝ່ຢູ່​ໃນ​ສາມ​ລັດ​ເຂົ້າຮ່ວມສົມທົບ​ກັບຜູ້​ສະໝັກ​ປະທານາທິບໍດີຂອງ ພັກ Green Party ທ່ານ ​ນາງ Jill Stein ​ໃນ​ການ​ໂຮມ​ຊຸມນຸມປະ​ທ້ວງ ເພື່ອ ຄໍ້າປະກັນວ່າ ການ​ນັບ​ບັດ​ເປັນ​ໄປ ​ຢ່າງ “ຖືກ​ຕ້ອງ ປອດ​ໄພ ​ແລະ​ຍຸຕິ​ທຳ”.

ທ່ານ​ນາງ Stein ກ່່າ​ວວ່າ “ພວ​ກ​ເຮົາ​ມາ​ທີ່​ນີ້ ​ເພື່ອ​ໃຫ້ການ​ຄໍ້​າປະກັນ ​ແກ່​ທ່ານ Trump ວ່າ ບໍ່​ມີ​ຫຍັງ​ເປັນ​ໜ້າ​ຢ້ານ​. ຖ້າ​ຫາກ​ທ່ານ​ເຊື່ອ​ໃນ​ປະຊາທິປະ​ໄຕ ຖ້າ​ຫາກ​ທ່ານ​ເຊື່ອ​ໃນ​ຄວາມ ໜ້າ​ເຊື່ອ​ຖື​ໃນ​ໄຊຊະນະ​ຂອງ​ທ່ານ ຈົ່ງ​ເອົາ​ແຂນ​ຂອງ​ທ່ານ​ລົງ ຍຸຕິ​ການ​ຂັດ​ຂວາງ​ຖ່ວງ​ດຶງ​ຂອງ​ທ່ານ ຍຸຕິ​ການ​ຂົ່ມ​ຂູ່ ​ແລະເ​ຂົ້າຮ່ວມກັບ​ພວກ​ເຮົາ​ປະຊາຊົນ​ອາ​ເມຣິກັນ ຜູ້​ທີ່​ຮຽກຮ້ອງ​ເອົາ​ປະຊາທິປະ​ໄຕ ທີ່​ໃຫ້​ບໍລິການ​ແກ່​ພວກ​ເຮົາ​ທຸກ​ຄົນ ​ແລະ​ການ​ເລືອກ​ຕັ້ງ​ທີ່​ພວກ​ເຮົາສາມາດເຊື່ອ​ຖື​ໄດ້.”

ພວກ​ປະ​ທ້ວງ​ໄດ້​ພາກັນ​ລົບ​ກວນ ​ແລະເຍາະ​ເຍີ້​ຍ​ກຸ່ມ​ສະໜັບສະໜູນ​ດ້ວຍ​ການ​ຮ້ອງ​ປະນາມ ​ແລະ​ປ້າຍ​ຄຳ​ຂວັນ​ຕ່າງໆ. “ການລົງ​ຄະ​ແນນ​ສຽງ​ຜິດ​ກົດໝາຍ ພວກ​ຊ້າຍ​ຈັດ​ຮ້ອງ​ໃຫ້​ຄືກັນ​ກັບແອນ້ອຍ ທ່ານ​ນາງ Stein ຈະ​ບໍ່​ປ່ຽນ​ແປງ​ຜົນ​ການ​ເລືອກ​ຕັ້ງ: ປະທາ ນາທິບໍດີ Trump ​ໃນ​ວັນ​ທີ 20 ປີ 2017!!” ນັ້ນຄື​ປ້າຍ​ຄຳ​ຂວັນຂອງ​ແມ່ຍິງ​ຄົນ​ນຶ່ງ.

ຜູ້​ສະໜັບສະໜູນ​ຄົນ​ນຶ່ງ​ຮ້ອງຕອບ​ຄືນ​ວ່າ “​ພວກ​ຝັນ​ຫວານໃນ​ຕົນ​ເອງ.”

ຜູ້​ພິພາສາ​ຄົນ​ນຶ່ງ ​ໄດ້​ສັ່ງ​ໃຫ້​ນັບບັດ​ຄືນດ້ວຍ​ມື ​ເລີ້ມ​ຢູ່​ໃນ​ລັດ Michigan ນຶ່ງ​ໃນ​ຈຳນວນ​ສາມ​ລັດ​ທີ່​ມີ​ຄະ​ແນນ​ສຽງ​ປ່ຽນໄປມາ ທີ່​ທ່ານ​ນາງ Stein ​ເຊື່ອ​ວ່າ ​ອາດ​ໄດ້​ຖືກໂຈມ​ຕີ​ຍ້ອນ ເຄື່ອງ​ຈັກ​ປ່ອນ​ບັດ​ເກົ່າ​ແກ່. ຄ້າຍຄື​ກັນນີ້ ທ່ານ​ນາງ​ໄດ້​ກົດ​ດັນ​ໃຫ້​ສານ​ລັດຖະບານ​ກາງ ອອກ​ຄຳ​ສັ່ງ​ໃຫ້​ນັບບັດ​ຄະ​ແນ​ນສຽງ​ຄືນ​ໃໝ່ ​ຢູ່ໃນ​ລັດ Pennsylvania.

ທ່ານ​ນາງ Rachel Desario ຜູ້​ສະໜັບສະໜູນ ທ່ານ​ນາງ Clinton ທີ່​ໄດ້​ເຂົ້າ​ຮ່ວມ​ການ​ປະ​ທ້ວງ​ໃນ​ວັນ​ຈັນ​ວານ​ນີ້ ກ່າວ​ວ່າ “​ໃນ​ນາມ​ຜູ້​ປ່ອນ​ບັດພວກ​ເຮົາ​ຢາກ ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ປະຊາທິປະ​ໄຕ​ບໍ່​ໄດ້​ຖືກ​ຂັດຂວາງ​ດ້ວຍ​ວິທີ​ການ​ໃດ​ນຶ່ງແລະ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ພວກ​ເຮົາ​ໄດ້​ມີ​ການ​ນັບ​ເອົາ​ຢ່າງ​ຖືກຕ້ອງ.”

​ເຖິງ​ຢ່າງ​ໃດ​ກໍ​ດີ ຄົນ​ອື່ນໆມອງເຫັນວ່າ ​ຄວາມພະຍາ​ຍາມ​ຂອງ​ທ່ານ​ນາງ Stein ​ເປັນ​ການ​ສິ້ນເປືອງ​ເງິນ ​ແລະເວລາ​ໂດ​ຍບໍ່​ມີ​ປ​ະ​ໂຫຍ​ດ.

ນາງ Pim Couch ນັກ​ທ່ອງ​ທ່ຽວ​ຈາກ​ລັດ Texas ກ່າວ​ວ່າ “ພວກ​ເຮົາ​ໝົດ ທຸກ​ຄົນ​ມີໂອກາດ​ໄດ້​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ. ທຸກ​ຄົນ​ໄດ້​ເຮັດ. ​ແລະ​ບັດ​ນີ້​ພວກ​ເຮົາ​ຕ້ອງເດີນ​ໄປ​ໜ້າຕໍ່​ໄປ.”

ອ່ານຂ່າວນີເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG