ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Mandela ບຸກຄົນ​ ທີ່​ນາໆປະ​ເທດ ນິຍົມ​ນັບຖື​ ມີ​ອາຍຸ​ ຄົບ 95 ປີ (ວີດີໂອ/ສະໄລດ໌)


ອາຟຣິກາ​ໃຕ້ ກ່າວ​ວ່າ ສຸຂະພາບ​ຂອງອະດີດ​ປະທານາທິບໍດີ
ອາຟຣິກາ​ໃຕ້ທ່ານ Nelson Mandela ນັ້ນ ​ແມ່ນ​ດີ​ຂຶ້ນເລື້ອຍໆ
​ໃນ​ຂະນະ​ທີ່​ທ່ານ​ມີ​ອາຍຸ​ໄດ້ 95 ປີ ​ໃນ​ວັນ​ພະຫັດ​ມື້​ນີ້.

ປະທານາທິບໍດີອາຟຣິກາ​ໃຕ້ ຄົນ​ປະຈຸ​ບັນ ທ່ານ Jacob Zuma
​ໄດ້​ອວຍພອນ​ວັນ​ເກີດໃຫ້​ທ່ານ Mandela ​ໃນ​ຄໍາ​ຖະ​ແຫຼງ
ສະບັບ​ນຶ່ງ ກ່າວ​ວ່າ ອາຟຣິກາ​ໃຕ້ພູມ​ໃຈ​ທີ່ ທ່ານ Mandela
ບຸກຄົນ​ທີ່​ນາໆປະ​ເທດນິຍົມ​ນັບຖື​ນັ້ນ ​ເປັນ​ຄົນອາຟຣິກາ​ໃຕ້.

ທ່ານ Mandela ​ໄດ້​ພັກ​ຮັກສາ​ຕົວ​ຢູ່​ທີ່​ໂຮງພະຍາບານ​ມາ​ໄດ້
ເດືອນ​ກ່ວາ​ແລ້ວ ຍ້ອນ​ໂຣກປອດ​ອັກ​ເສບ ທີ່​ກັບ​ຄືນ​ມາ. ທາງ​ການ​ລະບຸອາການ​ຂອງ​ທ່ານ​ວ່າ ຫຼໍ່​ແຫຼມ​ແຕ່​ກໍຊົງ​ຕົວ ​ທຸ່ນ​ທ່ຽງ​.

ຊາວອາຟຣິກາ​ໃຕ້ ວາງ​ແຜນການ​ສະ​ເຫຼີ​ມສະຫຼອງ​ວັນ​ເກີດ​ຂອງທ່ານ Mandela ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ​ໃນ​ວັນ​ພະຫັດມື້ນີ້ ທີ່​ຖືກ​ຈັດ​ໃຫ້​ເປັນ ວັນບໍລິການ​ສາກົນ ຫຼື international day of service​.

ເບິ່ງວີດິໂອ ກ່ຽວກັບຂ່າວນີ້:

South Africans Want to Give More This Mandela Day
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ

ໃນ​ມື້​ນີ້ ຊຶ່ງ​ເອີ້ນກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ Mandela Day ຫຼືວັນ​ຂອງ​ທ່ານ Mandela ນັ້ນ ​ໄດ້​ມີ​ການຂໍ​ຮ້ອງໃຫ້ຜູ້​ຄົນ​ ​ໃຊ້​ເວລາ 67 ນາທີ​ ປະກອບ​ກິດຈະ​ກໍາກຸສົນ​ແບບ​ໃດ​ແບບ​ນຶ່ງ ຄື 1 ນາ​ທີ​ ສໍາລັບ​ແຕ່ລະ​ປີທີ່​ທ່ານ​ໄດ້​ອຸທິດ​ຊີວິດ​ຂອງ​ທ່ານ ຕໍ່ສູ້​ເພື່ອ​ຄວາມ​ຍຸຕິທໍາໃນສັງຄົມ.

ປະທານາທິບໍດີສະຫະລັດ Barack Obama ທີ່​ໄດ້ຢ້ຽມຢາມອາ​ຟຣິກາ​ໃຕ້ ​ໃນ​ເດືອນ​ແລ້ວ​ນີ້ ກ່າວ​ຢູ່​ໃນ​ຄໍາຖະ​ແຫຼ​ງສະບັບ​ນຶ່ງໃນ​ແລງ​ວັນ​ພຸດ​ວານ​ນີ້ວ່າ ຜູ້​ຄົນ​ຢູ່ທຸກ​ຫົນ​ແຫ່ງ​ໃນ​ທົ່ວໂລກ​ ສາມາດ​ສະ​ແດງ​ການໃຫ້​ກຽດ​ແຫ່​ທ່ານ Mandela ​ໄດ້ ​ໂດຍ​ການ​ປະຕິບັດ​ຕາມ​ຕົວຢ່າງ​ຂອງ​ທ່ານ ຜ່ານ​ການ​ຮັບ​ໃຊ້​ສັງ​ຄົມ​ແບບ​ໃດ​ແບບ​ນຶ່ງ.

Shakespeare Inspired Robben Island Inmates, Including Mandela
please wait

No media source currently available

0:00 0:02:35 0:00
ລິງໂດຍກົງ
XS
SM
MD
LG