ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ປະ​ທ້ວງ​ຕໍ່​ຕ້ານ​ທ່ານ ສີ ຈິ່ນ​ຜິງ ເວົ້າ​ວ່າ​ຕຳຫຼວດ ແຊນ ແຟ​ຣນ​ຊິ​ສ​ໂກ ເມີນ​ເສີຍ​ຕໍ່​ການ​ທຸບ​ຕີ​ກັນ ໃນ​ລະ​ຫວ່າງກອງ​ປະ​ຊຸມ APEC


ປະ​ຊາ​ຊົນ​ປະ​ທ້ວງ​ຕໍ່​ຕ້ານ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເອ​ເຊຍ-ປາ​ຊີ​ຟິກ ໃນ​ນະ​ຄອນ ແຊນ ແຟ​ຣນ​ຊິ​ສ​ໂກ, 15 ພະ​ຈິກ 2023.
ປະ​ຊາ​ຊົນ​ປະ​ທ້ວງ​ຕໍ່​ຕ້ານ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເອ​ເຊຍ-ປາ​ຊີ​ຟິກ ໃນ​ນະ​ຄອນ ແຊນ ແຟ​ຣນ​ຊິ​ສ​ໂກ, 15 ພະ​ຈິກ 2023.

ບັນ​ດາ​ອົງ​ການປົກ​ປ້ອງ​ສິດ​ທິ​ມະ​ນຸດ ແລະ ນັກ​ເຄື່ອນ​ໄຫວ​ໃນ ສະ​ຫະ​ລັດ ແມ່​ນ​ກຳ​ລັງ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ​ຈັດ​ການຟັງ​ຄຳ​ໃຫ້ການ ໃນ​ການ​ຮັບ​ມື ສຳ​ລັບ​ການ​ທຳ​ຮ້າຍ​ຮ່າງ​ກາຍ​ຕໍ່​ຜູ້​ຄັດ​ຄ້ານ​ລັດ​ຖະ​ບານ​ ຈີນ ຜູ້​ທີ່​ໄດ້​ປະ​ທ້ວງ​ຕໍ່​ຕ້ານ​ການ​ຢ້ຽມ​ຢາມ​ຂອງ​ຜູ້​ນຳ​ຈີນ ທ່ານ ສີ ຈິ່ນ​ຜິງ ໃນ​ກອງ​ປະ​ຊຸມ​ສຸດຍອດ APEC ຢູ່​ນະ​ຄອນ ແຊນ ແຟ​ຣນ​ຊິ​ສ​ໂກ ຈາ​ກວັນ​ທີ 15 ແລະ 17 ພະ​ຈິກ​ທີ່​ຜ່ານ​ມາ.

ກຸ່ມ​ສ​ະ​ໜັບ​ສະ​ໜູນ​ທ່ານ ສີ ແລະ ກຸ່ມ​ຕໍ່​ຕ້ານ​ລັດ​ຖະ​ບານ​ຈີນ ໄດ້​ປະ​ທະ​ກັນ​ໃນຫຼາຍ​ສະ​ຖານ​ທີ່​ໃນ​ນະ​ຄອນ ແຊນ ແຟ​ຣນ​ຊິ​ສ​ໂກ ກ່ອນ ແລະ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ APEC, ຈົນ​ສົ່ງ​ຜົນ​ໃຫ້​ມີ​ຜູ້​ບາດ​ເຈັບ​ໃນ​ກຸ່​ມ​ຜູ້​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ຈີນ.

ພວກ​ປະ​ທ້ວງ​ທີ່​ຄັດ​ຄ້ານ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຂອງ ຈີນ ແລະ ສະ​ໜັບ​ສະ​ໜູນ​ຄວາມ​ເປັນ​ເອ​ກະ​ລາດ​ສຳ​ລັບ ໄຕ້​ຫວັນ ໄດ້​ປະ​ເຊີນ​ໜ້າ​ກັບ​ຜູ້​ສະ​ໜັບ​ສະໜູນ​ຂອງ​ທ່ານ​ສີ​ ທີ່​ຟາດ​ທ່ອນ​ເຫຼັກ, ເສົາ​ທຸງ, ຄັນ​ຮົ່ມ​ໃສ່ ແລະ ສີດ​ສະ​ເປ​ໝາກ​ເຜັດ​ໃສ່​ຢູ່​ສະ​ໜາມ​ບິນ​ສາ​ກົນ ແຊນ ແຟ​ຣນ​ຊິ​ສ​ໂກ,ສູນ ມອ​ສ​ໂຄນ (Moscone Caenter) ບ່ອນ​ທີ່ກອງ​ປະ​ຊຸມ​ສຸດຍອດ​ຖືກ​ຈັດ, ແລະ ໂຮງ​ແຮມ ເຊັ້ນ ເຣ​ຈິ​ສ ບ່ອນ​ທີ່​ທ່ານ ສີ ພັກ​ຢູ່, ແລະ ສະ​ຖານ​ທີ່ໆ​ສຳ​ຄັນ​ອື່ນໆ​ໃນ​ເມືອງ​ນັ້ນ.

ທ້າວ ທັອບ​ຈໍ ຊຸນ​ທ​ຣິມ, ສະ​ມາ​ຊິກ​ຂອງ​ພວກ​ນັກ​ສຶກ​ສາ​ທີ່​ອາ​ໄສ​ຢູ່​ນະ​ຄອນ ແຊນ ແຟ​ຣນ​ຊິ​ສ​ໂກ ສຳ​ລັບພາກ​ພື້ນ ທິ​ເບດ ທີ່​ເສ​ລີ, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ​ຜູ້​ປະ​ທ້ວງຊາວ ຕິ​ເບດ ຢ່າງ​ໜ້ອຍ 30 ຄົນ​ຖືກ​ທຳ​ຮ້າຍ​ຮ່າງ​ກາຍ​ໂດຍ​ກຸ່ມ​ສະ​ໜັບ​ສະ​ໜູນ​ຈີນ.

ທ້າວ ຊຸນ​ທ​ຣິມ ໄດ້​ກ່າວ​ວ່າ​ໃນ​ວັນ​ທີ 17 ພະ​ຈິກ, ຢູ່​ສະ​ຖານ​ທີ່​ປ​ະ​ທ້ວງ​ໃກ້​ກັບ​ສະ​ໜາມ​ບິນ, ນັກ​ສຶກ​ສາ​ວິ​ທະ​ຍາ​ໄລ​ຊາວ ທິ​ເບດ 3 ຄົນ​ຖືກ​ຕີ​ໂດຍ​ຜູ້​ຊາຍ ຈີນ ຫຼາຍກວ່າ 20 ຄົນ​ດ້ວຍ​ທ່ອນ​ເຫຼັກ. ລາວ​ໄດ້​ກ່າວ​ວ່າ​ພວກ​ເຂົາ​ໄດ້​ທຳ​ລາຍ​ໂທ​ລະ​ສັບ​ຂອງ​ນຶ່ງ​ໃນ​ຊາວ ທິ​ເບດ ນັ້ນ ແລະ ໄດ້​ດຶກ​ໂທ​ລະ​ສັບ​ອີກ​ໜ່ວຍ​ນຶ່ງ​ລົງ​ໄປ​ໃນ​ນ້ຳ. ຊາວ ທິ​ເບດ ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຢູ່​ຫົວ ແລະ ຕົນ​ໂຕ ພ້ອມ​ກັບ​ກະ​ດູກ​ຫັກ ແລະ ຖືກ​ນຳ​ຕົວ​ສົ່ງ​ໄປ​ໂຮງ​ໝໍ​ໂດຍ​ລົດ​ພະ​ຍາ​ບານ.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG