ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງຕໍ່ຕ້ານ ທ່ານ Donald Trump ຍັງດຳເນີນຕໍ່ມາ


ພວກຜູ້ປະທ້ວງ ຖືປ້າຍຕ່າງໆ ໃນລະຫວ່າງການຊຸມນຸມ
ຢູ່ນອກຫ້ອງຂ່າວ CNN ໃນການຄັດຄ້ານປະທານາທິບໍດີ
ທີ່ຖືກເລືອກໃໝ່ ທ່ານ Donald Trump, ໃນພາກສ່ວນ Hollywood ຂອງນະຄອນ Los Angeles, 13 ພະຈິກ, 2016.
ພວກຜູ້ປະທ້ວງ ຖືປ້າຍຕ່າງໆ ໃນລະຫວ່າງການຊຸມນຸມ ຢູ່ນອກຫ້ອງຂ່າວ CNN ໃນການຄັດຄ້ານປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump, ໃນພາກສ່ວນ Hollywood ຂອງນະຄອນ Los Angeles, 13 ພະຈິກ, 2016.

ປະຊາຊົນຫຼາຍພັນຄົນໄດ້ເດີນຂະບວນໃນວັນອາທິດວານນີ້ ເພື່ອປະທ້ວງປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Danald Trump ພ້ອມດ້ວຍປ້າຍຕ່າງໆ ແລະ ຮ້ອງຄຳຂວັນທີ່ຄັດ ຄ້ານຄຳເວົ້າຂອງທ່ານ ແລະ ຂໍ້ສະເໜີນະໂຍບາຍ ກ່ຽວກັບ ບັນຫາຕ່າງໆເຊັ່ນ ຄົນເຂົ້າ ເມືອງ ແລະ ສິດທິຂອງແມ່ຍິງ.

ການປະທ້ວງຫຼາຍຄັ້ງໃນບັນດາຕົວເມືອງທີ່ສຳຄັນ ແມ່ນນ້ອຍກວ່າການປະທ້ວງທີ່ໄດ້ເກີດ ຂຶ້ນໃນວັນເສົາທີ່ຜ່ານມາ, ມີຈຳນວນຄົນປະມານຫຼາຍຮ້ອຍ ແທນທີ່ຈະແມ່ນຫຼາຍພັນຄົນ. ແຕ່ການຊຸມນຸມຫຼາຍຄັ້ງທີ່ໄດ້ເລີ່ມຂຶ້ນດ້ວຍການເລືອກຕັ້ງຂອງທ່ານ Trump ໃນສັບປະ ດາທີ່ຜ່ານມາ ໄດ້ສັນຍາວ່າຈະສືບຕໍ່ໄປໃນຫຼາຍສັບປະດາຂ້າງໜ້າ ຈົນຮອດວັນພິທີສາ ບານ ຕົວເຂົ້າຮັບຕຳແໜ່ງໃນກາງເດືອນມັງກອນປີໜ້າ.

ໃນນະຄອນ ນິວຢອກ ມີປະຊາຊົນຫຼາຍກວ່າ 1,000 ຄົນ ເດີນຂະບວນໄປຫາ Trump Tower ໃນເມືອງ Manhattan. ແລະ ໃນນະຄອນ Chicago ມີຕຶກໜຶ່ງທີ່ມີຊື່ຄືກັນ ກໍໄດ້ ເປັນຈຸດເພັ່ງເລັງສຳລັບກຸ່ມປະທ້ວງທີ່ມີຂະໜາດນ້ອຍກວ່າ ໃນວັນອາທິດວານນີ້ເຊັ່ນກັນ.

ພວກປະທ້ວງເດີນຂະບວນຢູ່ຖະໜົນ 5th Avenue ໃນລະຫວ່າງການປະທ້ວງຕໍ່ຕ້ານການເລືອກເອົາ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump. ນິວຢອກ. 12 ພະຈິກ, 2016.
ພວກປະທ້ວງເດີນຂະບວນຢູ່ຖະໜົນ 5th Avenue ໃນລະຫວ່າງການປະທ້ວງຕໍ່ຕ້ານການເລືອກເອົາ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump. ນິວຢອກ. 12 ພະຈິກ, 2016.

ໃນນະຄອນ San Francisco, ປະຊາຊົນຫຼາຍຮ້ອຍຄົນໄດ້ພົບປະກັນເພື່ອປະທ້ວງທ່ານ Trump ໃນສວນສາທາລະນະ Golden Gate,ແລະ ໃນຕອນຄ່ຳຂອງວັນອາທິດວານນີ້ ມີກຸ່ມໜຶ່ງໄດ້ເດີນຂະບວນລົງໄປໃນຖະໜົນຕະຫຼາດຂອງເມືອງ. ໃນທົ່ວອ່າວ San Francisco, ປະຊາຊົນຫຼາຍຮ້ອຍຄົນໄດ້ເຕົ້າໂຮມກັນໃນເມືອງ Oakland ເພື່ອສ້າງຕ່ອງ ໂສ້ມະນຸດຍາວປະມານ 5.5 ກິໂລແມັດຢູ່ທະເລສາບ Merrit.

ນອກນັ້ນ ປະຊາຊົນຫຼາຍຮ້ອຍຄົນຍັງໄດ້ປະທ້ວງຢູ່ໃນນະຄອນ Philadelphia, ລວມທັງ ການເດີນຂະບວນໄປບໍລິເວນດ້ານໜ້າຂອງຫໍເອກະລາດ ບ່ອນທີ່ຜູ້ກໍ່ຕັ້ງຂອງປະເທດໄດ້ ໂຕ້ວາທີກັນ ແລະ ໄດ້ເຊັນຖະແຫຼງການເອກະລາດ ແລະ ລັດຖະທຳມະນູນ. ຄູ່ແຂ່ງຂັນໃນ ການເລືອກຕັ້ງຂອງທ່ານ Trump, ອະດິີດລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ໄດ້ຈັດການຊຸມນຸມຂະໜາດໃຫຍ່ຢູ່ທີ່ນັ້ນກັບປະທານາທິບໍດີ ບາຣັກ ໂອບາມາ ໃນຄ່ຳຄືນກ່ອນການລົງຄະແນນສຽງ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ


Protests in Los Angeles
please wait

No media source currently available

0:00 0:00:58 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG