ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຕໍ່ຕ້ານ​ພວກ​ຕາ​ລີ​ບານ​ໃນ​ ອັຟການິສຖານ ​​ລົງທະບຽນ​ໃນ​ ສຫລ ເພື່ອສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜຸນທາງ​ການ​ເມືອງ


​ກຳ​ລັງ​ທະ​ຫານ​ຂອງກຸ່ມ​ລຸກ​ຂຶ້ນ​ຕໍ່​ຕ້ານພວກ​ຕາ​ລີ​ບານຢືນ​ຍາມ​ຢູ່​ເທິງ​ພູໃນ​ເຂດ Astana ຂອງ​ເມືອງ Bazarak ໃນ​ແຂວງ​ພານ​ເຊຍຂອງ​ອັ​ຟ​ກາ​ສິ​ສ​ຖານ, ວັນ​ທີ 27 ສິງ​ຫາ, 2021
​ກຳ​ລັງ​ທະ​ຫານ​ຂອງກຸ່ມ​ລຸກ​ຂຶ້ນ​ຕໍ່​ຕ້ານພວກ​ຕາ​ລີ​ບານຢືນ​ຍາມ​ຢູ່​ເທິງ​ພູໃນ​ເຂດ Astana ຂອງ​ເມືອງ Bazarak ໃນ​ແຂວງ​ພານ​ເຊຍຂອງ​ອັ​ຟ​ກາ​ສິ​ສ​ຖານ, ວັນ​ທີ 27 ສິງ​ຫາ, 2021

ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ຢືນຢັນ​ວ່າກຸ່ມ​ປະກອບ​ອາວຸດ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່ ທີ່​ຕໍ່ຕ້ານ​ການ​ປົກຄອງ​ຂອງ​ກຸ່ມ​ຕາ​ລີ​ບານ​ໃນ​ອັຟກາ​ນິສຖານ​ ໄດ້​ລົງທະບຽນ​ກັບ​ກະຊວງ​ຍຸຕິ​ທຳ ເພື່ອ​ດຳ​ເນີນ​ການ​ຫາ​ການ​ສະ​ໜັບ​ສະ​ໜຸນດ້ານ​ການ​ເມືອງ​ໃນ​ສະຫະລັດ.

ການ​ຢືນຢັນ​ດັ່ງກ່າວ​ມີ​ຂຶ້ນ​ເພື່ອເປັນການ​ຕອບຕໍ່​ການ​ກ່າວ​ອ້າງ​ຂອງ​ແນວ​ໂຮມ​ຕໍ່ຕ້ານ​ຕ້ານ​ກຸ່ມຕາ​ລີ​ບານ​ແຫ່ງ​ຊາດ ຫລື NRF ທີ່​ວ່າ​ຫ້ອງການ​ສາກົນ​ຂອງ​ແນວໂຮມ​ດັ່ງ​ກ່າວ​ “​ໄດ້​ຮັບ​ອະນຸຍາດ​ໃຫ້​ເປີດ​ຢ່າງ​ເປັນ​ທາງ​ການ” ຢູ່​ໃນ​ ອາ​ເມ​ຣິ​ກາ.

ທ່ານ​ ອາ​ລີ ໄມ​ແຊມ ນາ​ຊາ​ຣີ (Ali Maisam Nazary), ຫົວ​ໜ້າ​ດ້ານ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ກຸ່ມ​ຕໍ່ຕ້ານຕາ​ລີ​ບານ, ໄດ້​ປະ​ກາດ​ໃນ​ວັນ​ສຸກ​ຜ່ານ​ມາ​ຜ່ານ​ທາງທວີດ​ເຕີ (Twitter) ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ NRF ຈະ “ຂະ​ຫຍາຍ​ການ​ເຄື່ອນ​ໄຫວຂອງ​ຕົນ​ໄປ​ທົ່ວ​ໂລກ​ໃນ​ໄວໆ​ນີ້.”​

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ຕໍ່​ວີ​ໂອ​ເອວ່າ ເຈົ້າ​ໜ້າ​ທີ່ “ຮູ້​ວ່າ​ອົງການ​ທີ່​ເອີ້ນ​ຕົນ​ເອງ​ວ່າ “ແນວ​ໂຮມ​ຕໍ່ຕ້ານ​ແຫ່ງ​ຊາດ” ​ໄດ້​ຂຶ້ນ​ທະບຽນ​ພາຍ​ໃຕ້​ກົດໝາຍ​ວ່າ​ດ້ວຍ​ການ​ຂຶ້ນ​ທະບຽນ​ເປັນຕົວ​ແທນຂອງ​ຕ່າງປະ​ເທດ​ໃນ​ວັນ​ທີ 26 ຕຸລາ​ນີ້.

ແຕ່ຢ່າງໃດກໍຕາມ, ໂຄສົກທ່ານນັ້ນໄດ້ອະທິບາຍວ່າ ການຕັດສິນໃຈລົງທະບຽນ ແມ່ນເຮັດໂດຍຜູ້ລົງທະບຽນ ແລະບໍ່ໄດ້ຮຽກຮ້ອງໃຫ້ມີການປະຕິບັດການເພີ່ມເຕີມ ຫຼືໄດ້ຮັບການອະນຸມັດຈາກກະຊວງຍຸຕິທໍາ ຫຼືຫນ່ວຍງານອື່ນຂອງ ລັດຖະບານ ອາເມຣິ​ກາ.

ໂຄສົກກ່າວວ່າ "ໂດຍທົ່ວໄປແລ້ວ, ອົງການຈັດຕັ້ງເຊັ່ນນີ້ສາມາດເປີດຫ້ອງການໃນສະຫະລັດໄດ້ ແລະບໍ່ມີ​ຂໍ້ກຳ​ນົດ​ໃຫ້ມີສ່ວນກ່ຽວ​ຂ້ອງຂອງ ກະຊວງການຕ່າງປະເທດເລີຍ."

ກຸ່ມຕາລີບານໄດ້ຍຶດຄອງອັຟການິສຖານ ໃນເດືອນສິງຫາຜ່ານ​ມາ ຫລັງຈາກ ໄດ້ຂັບໄລ່ລັດຖະ ບານທີ່ໄດ້ຮັບການສະໜັບສະໜຸນຈາກຕາເວັນຕົກຢູ່ໃນນະຄອນຫລວງ ກາບູລ ອອກ ຂະນະທີ່ທະຫານ ອາເມຣິກັນ ແລະອົງການເນໂຕ້ ໄດ້ຖອນຕົວອອກຈາກປະເທດດັ່ງ​ກ່າວຫລັງຈາກ 20 ປີ ແຫ່ງຂອງການມີສ່ວນກ່ຽວ​ຂ້ອງໃນສົງຄາມຢູ່​ແຫ່ງນັ້ນ.

ກຸ່ມອິສລາມ, ເຊິ່ງປະກອບດ້ວຍສະມາຊິກຊຶ່ງສ່ວນໃຫຍ່​ເປັນຊົນເຜົ່າ ພາ​ສ​ຕັນ (Pashtun) ໄດ້ປະກາດການອະໄພຍະໂທດໃຫ້ທຸກຄົນທີ່ຮັບໃຊ້ໃນລັດຖະບານຊຸດກ່ອນນີ້ ຫຼັງຈາກໄດ້ກັບໄປຄວບຄຸມປະເທດຄືນ​ອີກ, ເຖິງແມ່ນວ່ານັກລົບ​ຂອງຕາລີບານຈະຖືກກ່າວຫາວ່າທຳການສັງຫານອະດີດເຈົ້າຫນ້າທີ່ຮັກສາຄວາມປອດໄພຂອງ ອັຟການິສຖານ ກໍ​ຕາມ.

NRF ອ້າງ​ວ່າຕົນ​ໄດ້​ຕັ້ງ​ຖານ​ທັບ​ຢູ່​ພ​າກ​ສ່ວນ​ທີ່ເປັນ​ພູ​ດອຍ​ທີ່​ສຳຄັນຂອງ​ຮ່ອມ​ພູ ພານ​ເຊຍ (Panjshir) ຊຶ່ງ​ເປັນ​ແຂວງ​ທີ່​ມີ​ຊົນ​ເຜົ່າ​ຕາ​ຈິກເປັນ​ຊຸມ​ຊົນສ່ວນ​ໃຫຍ່, ຊຶ່ງ​ຕັ້ງ​ຢູ່ປະມານ 100 ກິ​ໂລ​ແມັດຫ່າງ​ຈາກ​ນະຄອນຫຼວງ ກາ​ບູ​ລ ໄປ​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອຂອງ​ ອັຟກາ​ນິສຖານ. ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ​ໄດ້​ປະ​ຕິ​ເສດ​ການ​ກ່າວ​ອ້າງ​ເຫຼົ່າ​ນັ້ນ ແລະ​ກ່າວ​ວ່າ​ຜູ້​ນໍາ​ຂອງ​ພວກທີ່​ເອີ້ນ​ວ່າ​ຕໍ່​ຕ້ານນັ້ນ​ໄດ້​ອອກ​ຈາກ ​ອັ​ຟ​ກາ​ນິ​ສ​ຖານ ໄປ​ແຕ່​ດົນ​ແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG