ຄະນະກຳມາທິການຕໍ່ຕ້ານຊາວ ຢິວ ຂອງ ເຢຍຣະມັນ ໄດ້ແນະນຳຊາວ ຢິວ ວ່າມັນ
ອາດເປັນອາດຕະລາຍ ໃນບາງພາກສ່ວນຂອງປະເທດທີ່ຈະໃສ່ໝວກ ກິບປາ, ເຊິ່ງ
ຮູ້ຈັກກັນອີກຊື່ນຶ່ງວ່າ ໝວດກະໂຫຼກ, ທີ່ໃສ່ເປັນປະເພນີໂດຍຜູ້ຊາຍຊາວ ຢິວ. ລາວບໍ່
ໄດ້ລະບຸວ່າ ລາວໄດ້ອ້າງເຖິງຂົງເຂດໃດຂອງປະເທດ.
ທ່ານ ເຟລິກສ໌ ໄຄລນ໌ ໄດ້ກ່າວຕໍ່ກຸ່ມສື່ມສວນຊົນ Funke ໃນການສຳພາດທີ່ຖືກເປີດ
ໃນວັນເສົາວານນີ້ວ່າ “ຂ້າພະເຈົ້າບໍ່ສາມາດແນະນຳໃຫ້ຊາວ ຢິວ ໃສ່ໝວກ ກິບປາ
ໄປທຸກບ່ອນທຸກເວລາໃນປະເທດ ເຢຍຣະມັນ.”
ການເຕືອນຂອງທ່ານ ໄຄລນ໌ ໄດ້ມີຂຶ້ນທ່າມກາງຈຳນວນການໂຈມຕີຕໍ່ຕ້ານຊາວ ຢິວ
ທີ່ເພີ່ມຂຶ້ນໃນ ເຢຍຣະມັນ.
ຄະກຳມາທິການດັ່ງກ່າວໄດ້ເວົ້າວ່າ “ຍົກເລີກການລະງັບຍັບຢັ້ງ ແລະ ຄວາມຫຍາບ
ຄາຍ ເຊິ່ງກຳລັງເພີ່ມຂຶ້ນໃນປະເທດນັ້ນ” ໄດ້ມີສ່ວນຕໍ່ຈຳນວນການໂຈມຕີທີ່ເພີ່ມຂຶ້ນ.
“ອິນເຕີແນັດ ແລະ ສື່ສັງຄົມ ໄດ້ມີສ່ວນຮ່ວມກັບບັນຫານີ້ຢ່າງຫຼວງຫຼາຍ, ແຕ່ມັນກໍໄດ້
ມີການໂຈມຕີຕໍ່ວັດທະນະທຳ ກ່ຽວກັບ ຄວາມຊົງຈຳຂອງພວກເຮົາມາຕະຫຼອດ.”
ການຕໍ່ຕ້ານຊາວ ຢິວ “ມີຮາກຖານຢ່າງເລິກເຊິ່ງ” ໃນສັງຄົມ ເຢຍຣະມັນ ແລະ “ມັນໄດ້
ຢູ່ທີ່ນີ້ມາຕະຫຼອດ.” ອີງຕາມການກ່າວຕໍ່ອົງການຂ່າວ AFP ຂອງ ຝຣັ່ງ ໂດຍທ່ານນາງ
ຄລາໂອເດຍ ວາໂນນີ, ຜູ້ຊ່ຽວຊານລະດັບສູງດ້ານກົດໝາຍ ກ່ຽວກັບ ການຕໍ່ຕ້ານຊາວ
ຢິວ.
ໃນການສຳພາດກັບໜັງສືພິມ ຮານແດລສບລາດ (Handelsblatt) ນັ້ນ, ລັດຖະມົນຕີ
ກະຊວງຍຸຕິທຳ ທ່ານນາງ ແຄັດທາຣີນາ ບາລີ ໄດ້ກ່າວວ່າ ການໂຈມຕີຕ່າງໆ “ແມ່ນໜ້າ
ອັບອາຍຂາຍໜ້າ ສຳລັບປະເທດຂອງພວກເຮົາ.”
ຄະນະກຳມາທິການ ໄຄລນ໌ ໄດ້ຖິ້ມໂທດໃສ່ກຸ່ມຂວາຈັດ ສຳລັບ ການໂຈມຕີຕໍ່ຕ້ານຊາວ
ຢິວ ສ່ວນຫຼາຍ. ທ່ານໄດ້ກ່າວວ່າ ອີກບັນຫານຶ່ງທີ່ມີສ່ວນກ່ຽວຂ້ອງ, ແມ່ນການມາຮອດ
ຂອງຜູ້ຂໍລີ້ໄພຊາວມຸສລິມໃນ ເຢຍຣະມັນ, ຜູ້ທີ່ອາດມີອິດທິພົນ ຈາກສະຖານີໂທລະ
ພາບບາງແຫ່ງ “ເຊິ່ງໄດ້ສົ່ງຕໍ່ຮູບພາບທີ່ເປັນຕາຢ້ານຂອງຊາວ ອິສຣາແອລ ແລະ ຢິວ.”