ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກເດີນຂະບວນ ພາກັນອອກມາໂຮມຊຸມນຸມ ຢູ່ໃນທົ່ວໂລກ ເພື່ອປະທ້ວງຕໍ່ຕ້ານການຈຳແນກເຊື້ອຊາດ


ພວກປະທ້ວງພາກັນອອກມາໂຮມຊຸມນຸມ ເພື່ອຕໍ່ຕ້ານການຈຳແນກເຊື້ອຊາດ ຢູ່ໃນນະຄອນຫຼວງຕ່າງໆ ຂອງປະເທດໃນທະວີບຢູໂຣບ ເຊັ່ນ ໂຣມ ເບີລິນ ລອນດອອນ ບຣັສເຊີລສ໌ ແລະປາຣີ ໃນວັນອາທິດ ທີ 7 ມິຖຸນາ 2020.
ພວກປະທ້ວງພາກັນອອກມາໂຮມຊຸມນຸມ ເພື່ອຕໍ່ຕ້ານການຈຳແນກເຊື້ອຊາດ ຢູ່ໃນນະຄອນຫຼວງຕ່າງໆ ຂອງປະເທດໃນທະວີບຢູໂຣບ ເຊັ່ນ ໂຣມ ເບີລິນ ລອນດອອນ ບຣັສເຊີລສ໌ ແລະປາຣີ ໃນວັນອາທິດ ທີ 7 ມິຖຸນາ 2020.

ການປະທ້ວງຕໍ່ຕ້ານການຈຳແນກເຊື້ອຊາດໄດ້ຖືກຈັດຂຶ້ນຢູ່ທົ່ວໂລກໃນວັນອາທິດວານນີ້ ໂດຍມີຫຼາຍສິບພັນຄົນພາກັນອອກມາເດີນຂະບວນ ຢູ່ຕາມທ້ອງຖະໜົນໃນນະຄອນໂຣມ ເບີລິນ ລອນດອອນ ບຣັສເຊີລສ໌ ແລະປາຣີ.

ໃນຂະນະທີ່ການປະທ້ວງສ່ວນຫຼາຍ ແມ່ນໄດ້ເກີດຂຶ້ນກໍຍ້ອນການເສຍຊີວິດຂອງທ້າວຈອຣຈ໌ ຟຣອຍດ໌ ຊາຍອາເມຣິກັນເຊື້ອສາຍອາຟຣິກາ ຢູ່ໃນນະຄອນມິນເນອາໂປລິສ ລັດມີເນໂຊຕາ ຜູ້ທີ່ເສຍຊີວິດໃນຂະນະທີ່ຕຳຫຼວດຄວບຄຸມຕົວລາວຢູ່ນັ້ນ ສ່ວນປະເທດຕ່າງໆໃນຢູໂຣບ ຍັງໄດ້ອ້າງເຖິງເຫດການຂອງຄວາມແຮງດ້ານເຊື້ອຊາດຂອງພວກເຂົາເຈົ້າເອງເຊັ່ນກັນ.

ໂດຍໃສ່ໜ້າກາກ ຫຼາຍພັນຄົນໄດ້ພາກັນໄປຊຸມນຸມຢູ່ທີ່ຈັດຕຸລັດປະຊາຊົນຂອງນະຄອນໂຣມ ເມື່ອວັນອາທິດວານນີ້ ໃນການປະທ້ວງຕໍ່ຕ້ານການຈຳແນກເຊື້ອຊາດທີ່ສຳຄັນ.

ພວກທີ່ໄດ້ໄປເຕົ້າໂຮມກັນຢູ່ຈັດຕຸລັດນັ້ນ ດັ່ງດຽວກັນກັບການປະທ້ວງຢູ່ຫຼາຍໆແຫ່ງ ໄດ້ພາກັນສະຫງົບງຽບເປັນເວລາ 8 ນາທີ ຊຶ່ງຊ່ຳກັບເວລາດົນພໍປະມານ ທີ່ເຈົ້າໜ້າທີ່ຕຳຫຼວດໄດ້ເອົາຫົວເຂົ່າກົດໃສ່ຄໍຂອງທ້າວຟຣອຍດ໌. ແລະຫຼາຍພັນຄົນໄດ້ພາກັນຄຸກເຂົ່າເບື້ອງນຶ່ງລົງໃນການລຳລຶກເຖິງທ້າວຟຣອຍດ໌ ແລ້ວພວກເຂົາເຈົ້າໄດ້ຊູກຳປັ້ນຂອງພວກເຂົາຂຶ້ນ ອີງຕາມລາຍງານຂອງອົງການຂ່າວຝຣັ່ງ ຫຼື AFP.

“ມັນຍາກລໍາບາກແທ້ໆເລີຍທີ່ອາໄສຢູ່ແຫ່ງນີ້” ຜູ້ຍົກຍ້າຍຖິ່ນຖານຊາວເຊເນການຄົນນຶ່ງ ຊື່ວ່າ ໂມຣີເກບາ ຊາມາເຕ ອາຍຸ 32 ປີ ໄດ້ກ່າວຕໍ່ອົງການຂ່າວ AFP. ການຄັດຄ້ານຕໍ່ການລັ່ງໄຫລເຂົ້າມາໃນປະເທດທີ່ໄດ້ນໍາເອົາທ້າວຊາມາເຕ ແລະອີກຫຼາຍໆພັນຄົນເຂົ້າມາໃນຢູໂຣບນັ້ນ ກໍໄດ້ຊ່ອຍຊຸກຍູ້ໃຫ້ກຸ່ມຂວາຈັດໄດ້ກຳອຳນາດໃນອີຕາລີ.

ພວກປະທ້ວງຫຼາຍສິບພັນຄົນ ກໍໄດ້ພາກັນລົງສູ່ຖະໜົນຫົນທາງຢູ່ໃນນະຄອນ ຫຼວງລອນດອນເຊັ່ນກັນ ບາງສ່ວນໄປປະທ້ວງຢູ່ນອກສະຖານທູດສະຫະລັດ ໂດຍຖືປ້າຍແລະແຜ່ນຄຳຂວັນຕ່າງໆນາ. ພວກຈັດແຈງການປະທ້ວງ ໄດ້ກ່າວວ່າ ການປະທ້ວງຂອງພວກເຂົາເຈົ້ານັ້ນ ພຽງກ່ຽວກັບການຈຳແນກເຊື້ອຊາດຢູ່ໃນອັງກິດເທົ່ານັ້ນ.

ແຜ່ນຄຳຂວັນອັນນຶ່ງ ອ່ານວ່າ “ອັງກິດກໍຜິດຄືກັນ.”

ພວກຝຸງຄົນທີ່ໄດ້ໄປເຕົ້າໂຮມກັນ ຢູ່ນອກສະຖານທູດສະຫະລັດແລະແຫ່ງອື່ນໆໃນຢູໂຣບນັ້ນ ໂດຍມີຫຼາຍກວ່າ 10,000 ຄົນທີ່ໂຮມກັນຢູ່ນະຄອນຫຼວງໂກເປັນເຮເກັນຂອງເດັນມາກ ຫຼາຍຮ້ອຍຄົນຢູ່ນະຄອນຫຼວງ ບູດາແປັສທ໌ ແລະຫຼາຍພັນຄົນຢູ່ໃນນະຄອນຫຼວງມາດຣິດ ບ່ອນທີ່ພວກເຂົາທັງຫຼາຍລຽນລາຍຢູ່ຕາມຖະໜົນທີ່ມີຕຳຫຼວດໃສ່ຊຸດປາບຈະລາຈົນຢືນຍາມຢູ່ນັ້ນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ.

ຢູ່ໃນນະຄອນຫຼວງບຣັສເຊີລສ໌ ກະປະມານໄດ້ວ່າ ມີ 10,000 ຄົນໄດ້ໄປເຕົ້າ ໂຮມກັນຢູ່ທີ່ ພະຣາຊະວັງຄວາມຍຸຕິທຳ ອີງຕາມອົງການຂ່າວຣອຍເຕີໄດ້ກ່າວໄປ.

ອ່ານຂ່າວນີ້ຕື່າ ເປັນພາສາອັງກິດ

XS
SM
MD
LG