ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳຝ່າຍຄ້ານ ລວມທັງ ນັກເຄື່ອນໄຫວ ຫຼາຍຮ້ອຍຄົນ ທີ່ປະທ້ວງ ປ. ປູຕິນ ຖືກຈັບ

ພວກຕຳຫຼວດຣັດເຊຍ ຫາມຜູ້ນຳຝ່າຍຄ້ານ ທ່ານອາເລັກຊີ ນາວາລນີ, ກາງ, ຢູ່ບ່ອນເດີນຂະບວນປະທ້ວງຕໍ່ຕ້ານ ປະທານາທິບໍດີ ວາລາດີເມຍ ປູຕິນ ໃນຈະຕຸລັດ ພຸຊກິນ ທີ່ນະຄອນຫຼວງ ມົສກູ, ວັນທີ 5 ພຶດສະພາ 2018.
ພວກຕຳຫຼວດຣັດເຊຍ ຫາມຜູ້ນຳຝ່າຍຄ້ານ ທ່ານອາເລັກຊີ ນາວາລນີ, ກາງ, ຢູ່ບ່ອນເດີນຂະບວນປະທ້ວງຕໍ່ຕ້ານ ປະທານາທິບໍດີ ວາລາດີເມຍ ປູຕິນ ໃນຈະຕຸລັດ ພຸຊກິນ ທີ່ນະຄອນຫຼວງ ມົສກູ, ວັນທີ 5 ພຶດສະພາ 2018.

ທ່ານ ອາເລັກຊີ ນາວາລນີ (Alexei Navalny) ຜູ້ນຳຝ່າຍຄ້ານ ທີ່ຮູ້ຈັກກັນດີ ຢ່າງກວ້າງ
ຂວາງທີ່ສຸດ ຂອງຣັດເຊຍ ພ້ອມກັບພວກສະໜັບສະໜູນທ່ານ ຫຼາຍຮ້ອຍຄົນ ໄດ້ຖືກ
ຄວບຄຸມໂຕໄວ້ ໃນວັນເສົາວານນີ້ ໃນຂະນະທີ່ການປະທ້ວງຢູ່ຕາມຖະໜົນ ໄດ້ເກີດຂຶ້ນ
ໃນນະຄອນຫຼວງ ມົສກູ ແລະ ຢູ່ໃນ 90 ຕົວເມືອງອື່ນໆ ຂອງຣັດເຊຍ ເພື່ອປະທ້ວງ
ການສາບານໂຕ ເຂົ້າຮັບຕຳແໜ່ງ ປະທານາທິບໍດີ ອີກໜຶ່ງສະໄໝ ຂອງທ່ານ
ວາລາດີເມຍ ປູຕິນ.

ຂະບວນການນັກລົບປົດປ່ອຍແຫ່ງຊາດ ປະທະກັບພວກປະທ້ວງ ໃນລະຫວ່າງ ການເດີນຂະບວນປະທ້ວງ ຕໍ່ຕ້ານ ປະທານາທິບໍດີ ວາລາດີເມຍ ປູຕິນ ໃນຈະຕຸລັດ ພູຊກິນ (Pushkin Square) ໃນນະຄອນຫຼວງ ມົສກູ ຂອງຣັດເຊຍ, ວັນທີ 5 ພຶດສະພາ 2018.
ຂະບວນການນັກລົບປົດປ່ອຍແຫ່ງຊາດ ປະທະກັບພວກປະທ້ວງ ໃນລະຫວ່າງ ການເດີນຂະບວນປະທ້ວງ ຕໍ່ຕ້ານ ປະທານາທິບໍດີ ວາລາດີເມຍ ປູຕິນ ໃນຈະຕຸລັດ ພູຊກິນ (Pushkin Square) ໃນນະຄອນຫຼວງ ມົສກູ ຂອງຣັດເຊຍ, ວັນທີ 5 ພຶດສະພາ 2018.

ພາຍໃນບໍ່ເທົ່າໃດນາທີ ທີ່ທ່ານ ນາວາລນີ ໄດ້ເດີນທາງມາຮອດ ຈຸດປະທ້ວງ ໃນກາງ
ນະຄອນຫຼວງ ມົສກູ ທ່ານກໍໄດ້ຖືກຈັບກຸມ ພ້ອມກັນກັບທ່ານ ນິໂກລາຍ ລີອັສກິນ
(Nikolai Lyaskin) ພັນທະມິດຂອງທ່ານ.

ພວກຕຳຫຼວດປາບຈະລາຈົນ ແກວ່ງໄມ້ຄ້ອນ ແລະແມ່ນກະທັງ ພວກຜູ້ຊາຍແຕ່ງເຄື່ອງ
ແບບພື້ນເມືອງຂອງ ໂຄສແສັກ (Cossack) ໄດ້ບຸກເຂົ້າໄປໃນຝຸງຄົນ ທີ່ສ່ວນໃຫຍ່
ເປັນຊາວໜຸ່ມ ພົນລະເມືອງມົສກູຂອງຣັດເຊຍ ເພື່ອທຳການຈັບກຸມພວກເຂົາເຈົ້າ.

ຕຳຫຼວດ ຣັດເຊຍ ຄວບຄຸມໂຕ ພວກປະທ້ວງ ຢູ່ການເດີນຂະບວນປະທ້ວງຕໍ່ຕ້ານ ປະທານາທິບໍດີ ວາລາດີເມຍ ປູຕິນ ໃນຈະຕຸລັດ ພຸຊກິນ (Pushkin Square) ໃນຂະນະທີ່ ຊາວຣັດເຊຍ ບໍ່ພໍໃຈ ໃນການກີດຂວາງ ການສາບານໂຕ ເປັນປະທານາທິບໍດີ ສະໄໝໃໝ່ ຂອງທ່ານ ວາລາດີເມຍ ປູຕິນ ທີ່ສະແດງອອກເຖິງການປະທ້ວງໃນທົ່ວປະເທດ ເມື່ອວັນເສົາ ທີ 4 ພຶດສະພາ 2018.

ທ່ານ ອາເລັກໄຊ ອາເລັກແຊນດຣອຟ (Aleksei Aleksandrov) ນັກຂ່າວຂອງ
Current Time ລາຍການໂທລະພາບ ພາສາຣັດເຊຍ ທີ່ຜະລິດໂດຍວີໂອເອ ແລະ
ວິທະຍຸເສລີ ຢູໂຣບ/ວິທະຍຸເສລີ ໄດ້ຖືກຄວບຄຸມໂຕໄວ້ ບໍ່ດົນ ຢູ່ບ່ອນປະທ້ວງ ໃນ
ນະຄອນຫຼວງ ມົສກູ. ທ່ານໄດ້ລາຍງານວ່າ ຕຳຫຼວດໄດ້ທຸບຕີພວກປະທ້ວງດ້ວຍໄມ້
ຄ້ອນ ທັງເຕະ ແລະຊຸກຍູ້ພວກນັກຂ່າວ. ທ່ານ ອາເລັກແຊນດຣອຟ ກ່າວວ່າ ທ່ານບໍ່
ສາມາດຈື່ໄດ້ວ່າ ມີ “ການກະທຳທີ່ຮຸນແຮງເຊັ່ນນີ້ ໂດຍພວກຕຳຫຼວດ” ໃນການ
ປະທ້ວງຂອງທ່ານນາວາລນີ ໃນເມື່ອກ່ອນ.

ພວກປະທ້ວງ ເຂົ້າຮ່ວມການໂຮມຊຸມນຸມ ໃນນະຄອນ ເສັ້ງ ປີເຕີສເບີກ (St. Petersburg) ຂອງຣັດເຊຍ, ວັນທີ 5 ພຶດສະພາ 2018.
ພວກປະທ້ວງ ເຂົ້າຮ່ວມການໂຮມຊຸມນຸມ ໃນນະຄອນ ເສັ້ງ ປີເຕີສເບີກ (St. Petersburg) ຂອງຣັດເຊຍ, ວັນທີ 5 ພຶດສະພາ 2018.

ກຸ່ມ OVD-Info ທີ່ເປັນກຸ່ມສັງເກດການອິດສະລະ ໄດ້ກະປະມານວ່າ 1,300 ຄົນ ໄດ້
ຖືກຄວບຄຸມໂຕ ໃນທົ່ວປະເທດໂດຍຕຳຫຼວດ ຜູ້ທີ່ເອີ້ນພວກປະທ້ວງວ່າ “ບໍ່ໄດ້ຮັບ
ອະນຸຍາດ.”
ເກືອບເຄິ່ງນຶ່ງຂອງການກັກໂຕໄວ້ ໄດ້ເກີດຂຶ້ນ ຢູ່ໃນນະຄອນຫຼວງແຫ່ງ
ດຽວເທົ່ານັ້ນ ອີງຕາມການກ່າວຂອງ ກຸ່ມ OVD-Info.

Russia Putin
please wait
Embed

No media source currently available

0:00 0:02:05 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG