ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາສິນລະປິນຊື່ດັງ ຮ່ວມສະແດງຄອນເສີດ ເພື່ອຜູ້​​ປະສົບ​ໄພ​​ພາຍຸ Sandy (ວີດິໂອ)


ປ້າຍ "12-12-12" ຂອງການສະແດງດົນຕີການກຸສົນ ທີ່ Madison Square Garden ໃນນະຄອນ New York
ປ້າຍ "12-12-12" ຂອງການສະແດງດົນຕີການກຸສົນ ທີ່ Madison Square Garden ໃນນະຄອນ New York
ວົງ​ດົນຕີຣ໊ອກ​ The Rolling Stones ​ແລະ Paul McCartney,
Kanye West ພ້ອມ​ທັງນັກ​ຮ້ອງ​ຊື່​ດັງ​ຄົນ​ອື່ນໆ​ອີກຫຼາຍໆຄົນ ​
ໄດ້​ສະ​ແດງ​ຄອນ​ເສີດກາ​ນກຸສົນ ​ເມື່ອ​ຄືນ​ວັນ​ພຸດ​ຜ່ານ​ມາ​ນີ້
ເພື່ອຫາ​ລາຍ​ໄດ້ໄປບັນ​ເທົາ​ທຸກ​ແກ່ ​ຜູ້​ທີ່​ປະສົບ​ໄພ​ນໍ້າ​ຖ້ວ​ມ
ຈາກ​ພາຍຸ Sandy ອັນ​ຮ້າຍ​ກາດຈາກ​ມະຫາ​ສະມຸດ Atlantic
​ໃນ​ເຂດ​ລັດNew York ​ແລະ New Jersey ນັ້ນ.

ນັກ​ສິນລະປິນຣ໊ອກຊື່​ດັງ Bruce Springsteen ທີ່​ເປັນ​ຄົນ​ລັດ
New Jersey ທີ່ໄດ້ຖືກ ​ກະທົບ​ຮ້າຍແຮງສຸດຕາມ​ຊາຍຝັ່ງ
ທະ​ເລນັ້ນ ​ເປັນ​ຄົນ​ເປີດ​ການສະ​ແດງ​ຄອນ​ເສີດການ​ກຸສົນ
ວັນ​ທີ 12-12-12 ຢູ່ Madison Square Garden ​ໃນນະຄອນ
New York ຊຶ່ງ​ຕໍ່​ມາ ​ເພື່ອ​ນສິນລະປິນຣ໊ອກ Jon Bon Jovi
ທີ່​ເປັນ​ຄົນ​ລັດ New Jersey ​ຄື​ກັນ ກໍ​ໄດ້​ອອກ ມາຮ້ອງເພງ
Classic ຂອງ Bruce Springsteen ຮ່ວມ​ກັນ ​ໃນ​ບົດ​ເພງ
“Born to Run.”

Deborah Winshel, President and CEO, Robin Hood Foundation
Deborah Winshel, President and CEO, Robin Hood Foundation
ພວກຈັດ​ງານ​ການ​ກຸສົນ​ຄັ້ງ​ນີ້ກ່າວ​ວ່າ ຈະ​ມີ​ປະມານ 2 ພັນ​ລ້ານ
​ຄົນ​ໃນ​ທົ່ງ​ໂລກ​ ທີ່​ຈະ​ໄດ້​ຊົມ ການສະ​ແດງ​ດົນຕີ​ການ​ກຸສົນໃນ​
ວັນ​ພິ​ເສດ 12-12-12 ​ນີ້ໂດຍ​ຜ່ານ​ທາງ video online ​
ແລະ​ທາງ​ວິທະ​ຍຸແລະ​ໂທລະພາບ​ນໍາ ຫຼື​ແມ້ກະ​ທັງ​ໃນໂຮງສາຍ
​ຮູ​ບເງົາ​ ທີ່​ມີ​ອຸບປະກອນ​ພິເສດ​ ທີ່​ສາມາດ​ຮັບ​ການຖ່າຍ​ທອດ​ໄດ້ນັ້ນ.

​ໄດ້​ມີລາຍ​ໄດ້​ເຂົ້າ​ມາ​ຫຼາຍ​ກວ່າ 30 ລ້ານ​ແລ້ວ ຈາກ​ການ​ຂາຍປີ້
ແລະ​ຈາກ​ບັນດາ​ຜູ້​ອຸບປະຖໍາ​ທັງຫຼາຍ. ​ໄດ້​ມີ​ການ​ຮຽກຮ້ອງເຊີນ
ຊວນໃຫ້​ພວກ​ຜູ້ຊົມ ຜູ້ຟັງຢູ່​ທາງ​ບ້ານ ​ບໍລິຈາກ​ທາງ​ໃດ​ທາງ​ນຶ່ງ
ບໍ່​ວ່າ​ຈະ​ເປັນ​ທາງ online ຫຼື ສົ່ງ​ຂໍ້ຄວາມທາງ text message
​ໄປ​ຍັງ ​ມູນ​ນິທິຕໍ່ຕ້ານ​ຄວາມ​ຍາກຈົນ​ທີ່​ບໍ່​ຫາ​ຜົນ​ກໍາ​ໄລ​ທ້ອງ​ຖິ່ນ
Robin Hood Foundation ທີ່​ພົວພັນ​ກັບ​ການ​ຊ່ອຍ​ເຫຼືອ​ບັນ
​ເທົາ​ທຸກພວກ​ໄດ້​ຮັບ​ເຄາະ​ ຈາກ​ Sandy ນັ້ນ.

ພາຍຸ Sandy ອັນ​ຮ້າຍ​ກາດ ​ໄດ້​ປະ​ທະເຂດ​ຝັ່ງ​ຕາ​ເວັນ​ອອກ
ຂອງ​ສະຫະລັດ ​ໃນ​ເດືອນຕຸລາ ທີ່​ໄດ້ເຮັດ​ໃຫ້ມີຫຼາຍ​ກວ່າ 100
ຄົນ​ເສຍ​ຊີວິດ ​ແລະສ້າງ​ຄວາມ​ເສຍຫາຍ​ເປັນ​ມູນ​ຄ່າ ຫຼາຍ ກວ່າ​ 50 ພັນ​ລ້ານ ​ໂດ​ລ່າ. ຜູ້​ຄົນ
ທີ່ຢູ່​ອາ​ໄສ​ໃນ​ຂົງ​ເຂດ​ລັດ New York ​ແລະ NewJersey ຕ້ອງ​ໄດ້ອົບ​ພະຍົບອອກຈາກ
ບ້ານ​ຂອງ​ພວກ​ເຂົາ​ ເຈົ້າ ຫຼື​ບໍ່​ກໍ​ບໍ່​ມີໄຟຟ້າ​ໃຊ້​ເປັນ​ຫຼາຍໆ​ອາທິດ.​
ຄອນເສີດຊ່ວຍ ຜູ້ປະສົບໄພພາຍຸ Sandy
please wait

No media source currently available

0:00 0:00:45 0:00
ລິງໂດຍກົງ
XS
SM
MD
LG