ພວກປະທ້ວງທີ່ຈະຕຸລັດ Tahrir ໃນນະຄອນຫຼວງໄຄໂຣ ຊຶ່ງເປັນຈຸດສູນ ກາງໃນການລຸກຮືຂຶ້ນເມື່ອປີ 2011 ທີ່ໄດ້ໂຄ່ນລົ້ມ ອະດີດປະທານາທິບໍດີ Hosni Mubarak ນັ້ນ ໄດ້ພາ ກັນຂວ່າງກ້ອນຫີນໃສ່ພວກຕໍາຫຼວດ ເມື່ອວັນອາທິດມື້ນີ້. ຕໍາຫຼວດກໍຍິງຕອບໂຕ້ດ້ວຍລະເບີດນໍ້າຕາ.
ເມື່ອວັນເສົາວານນີ້ ທ່ານ Mohammed Elbaradei ຂອງກຸ່ມສະໜັບ ສະໜຸນປະຊາທິ ປະໄຕອີຈິບ ທີ່ມີຊື່ສຽງ ໄດ້ຮຽກຮ້ອງໃຫ້ປະທານາທິບໍດີ Morsi ຈົ່ງເລີກລົ້ມແຜນການທີ່ຈະເຂົ້າກໍາອໍານາດເກືອບວ່າເດັດຂາດ ທີ່ທ່ານໄດ້ມອບໃຫ້ແກ່ຕົນເອງນັ້ນ.
ເວລາກ່າວຕໍ່ຝຸງຊົນທີ່ຈະຕຸລັດ Tahrir ນັ້ນ ທ່ານ Elbaradei ເວົ້າວ່າ ປະທານາທິບໍດີຈະຕ້ອງໄດ້ເອົາມາດຕະການຢ່າງໃດຢ່າງນຶ່ງເພື່ອຫຼີກລ່ຽງບໍ່ໃຫ້ເກີດເຫດການວຸ້ນວາຍທີ່ອາດເພີ່ມທະວີຂຶ້ນໄດ້ໃນອີຈິບ ຊຶ່ງເປັນປະເທດທີ່ຫາກໍໄດ້ຂັບໄລ່ລັດຖະບານກົດຂີ່ປະຊາຊົນມາດົນນານໄດ້ເມື່ອບໍ່ດົນມານີ້.
ສະຖາບັນຜູ້ພິພາກສາທີ່ມີອຳນາດສູງສຸດຂອງອີຈິບ ກໍຄືສະພາຕຸລາການສູງສຸດນັ້ນ ກໍໄດ້ປະນາມດໍາລັດດັ່ງກ່າວຂອງປະທານາທິບໍດີ Morsi ນໍາເຊັ່ນກັນ.