ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ໂປຣທີ​ນ PMT ສໍາຄັນ​ຕໍ່​ ເຊື້ອກາ​ຝາກ ທີ່​ພາ​ໃຫ້​ເປັນ ໄຂ້​ມາ​ເລ​ເຣຍ (ເບີ່ງວີດີໂອ)


ພາບຂອງເຊື້ອPlasmodium
falciparum ຊຶ່ງເປັນ ເຊື້ອກາ​ຝາກ ທີ່ມີເຊລດຽວ ທີ່ອາໃສຢູ່ໃນ​ໂຕຍຸງ ແລະເປັນເຊື້ອ
ພະຍາດໄຂ້ມາເລເຣຍປະເພດທີ່ກັນດານທີ່ສຸດ.
ພາບຂອງເຊື້ອPlasmodium falciparum ຊຶ່ງເປັນ ເຊື້ອກາ​ຝາກ ທີ່ມີເຊລດຽວ ທີ່ອາໃສຢູ່ໃນ​ໂຕຍຸງ ແລະເປັນເຊື້ອ ພະຍາດໄຂ້ມາເລເຣຍປະເພດທີ່ກັນດານທີ່ສຸດ.

ໃນ​ອັນ​ທີ່​ເປັນຄວາມ​ກ້າວໜ້າ​ທາງ​ການ​ແພດອັນ​ນຶ່ງ​ນັ້ນ, ພວກ​ນັກວິທະຍາສາດໄດ້​ຄົ້ນ​ພົບ ວ່າ ​ການ​ທໍາ​ງານ​ຂອງທາດ​ໂປຣ​ທີນ ​​​ມີຄວາມສໍາຄັນ​ຕໍ່​ເຊື້ອກາ​ຝາກ ​ທີ່​ເຮັດ​ໃຫ້​ເກີດພະຍາດ ​ໄຂ້​ມາ​ເລ​ເຣຍ ຊຶ່ງ​ເປັນ​ໂຣກທີ່​ເຮັດ​ໃຫ້​ຫລາຍ​ກວ່າ 200 ລ້ານ​ຄົນປ່ວຍ​ໃນ​ແຕ່ລະ​ປີ ​ຢູ່​ໃນ​ໂລກ ​ແລະ​ເຮັດ​ໃຫ້​ຫລາຍ​ກວ່າ 5 ​ແສນ​ຄົນ​ເສຍ​ຊີວິດນັ້ນ. ພວກ​ນັກຄົ້ນຄວ້າ​ກ່າວ​ວ່າ ຜົນການ​ວິ​​ໄຈ ທາດ​ໂປຣ​ທີນຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ເປີດ​ເຜີ​ຍ​ໃຫ້​ຮູ້ກ່ຽວກັບ​ຈຸດ​ອ່ອນທີ່​ສໍາຄັນ​ໃນ​ເຊື້ອກາ​ ຝາກ​ໂຕ​ນ້ອຍໆນັ້ນ ​ແລະອໍາ​ນວຍ ຈຸດ​ເລີ້ມຕົ້ນທີ່​ດີ ສໍາລັບການ​ຜະລິດ​ຢາ​ຕ້ານ​ໄຂ້​ມາ​ເລ​ເຣຍ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Vidushi Sinha ມີ​ລາຍ​ງານ​ກ່ຽວກັບ​ເລື້ອງນີ້ ຊຶ່ງດາຣາ​ຈະ​ນໍາ​ມາສະ​ເໜີທ່ານ​.

ເບິ່ງວີດີໂອພາສາອັງກິດ:

ຟັງລາຍງານພາສາລາວໂດຍເຕັມ:

ນັກວິທະຍາສາດຈຸ​ນຶ່ງ ທີ່​ມະຫາວິທະຍາ​ໄລ ວໍ​ຊິງ​ຕັນ ​ໃນ​ເມືອງ ​St. Louis ລັດມີຊູຣີ
ໄດ້ໃຊ້ເວລາ 6 ປີ ທໍາ​ການຄົ້ນຄວ້າ​ເພື່ອ​ພະຍາຍາມໃຫ້ເຂົ້າໃຈເຖິງ ໂຄງສ້າງແລະການ
ທໍາງານຂອງທາດໂປຣທີ​ນ ທີ່ຈໍາເປັນທີ່ສຸດຕໍ່ການຢູ່ລອດຂອງເຊື້ອ Plasmodium
falciparum ຊຶ່ງເປັນ ເຊື້ອກາ​ຝາກ ທີ່ມີເຊລດຽວ ທີ່ອາໃສຢູ່ໃນ​ໂຕຍຸງ ແລະເປັນເຊື້ອ
ພະຍາດໄຂ້ມາເລເຣຍປະເພດທີ່ກັນດານທີ່ສຸດ. ເຊື້ອກາຝາກນ້ອຍໆ​ທີ່​ວ່າ​ນີ້ ຕ້ອງການ
ທາດໂປຣທີ​ນ ຫລືທາດເອນຊາຍມ໌ ທີ່ມີຊື່ວ່າ PMT ເພື່ອໄປເຮັດເປັນເນື້ອເຫຍື່ອຫຸ້ມ
ເຊລຂອງ​ມັນ ແລະມັນ ກໍບໍ່ສາມາດຢູ່ລອດໄດ້ ຖ້າຫາກຂາດທາດນີ້ໄປ.

ທ່ານໝໍ ໂຈເຊັຟ ເຈສ ຊຶ່ງເປັນຜູ້ນໍາພາທີມງານນັກຄົ້ນຄວ້າດັ່ງກ່າວເວົ້າວ່າ ການທັບ
ມ້າງລະຫັດຂອງ​ໂຄງ​ສ້າງຂອງ​ໂປຣທີ​ນ PMT ກໍຄືກັນ ກັບການຄົ້ນພົບຈຸດອ່ອນ ທີ່
ເປັນຈຸດຈົບຂອງເຊື້ອໄຂ້ມາເລເຣຍ ຊຶ່ງທ່ານອະທິບາຍວ່າ:

“ຖ້າຫາກເຮົາສາມາດແນເປົ້າໃສ່ທາດໂປຣທີ​ນທີ່​ວ່າ​ນີ້ ເວົ້າແລ້ວກໍຄື ກໍາຈັດ
ການເຄື່ອນໄຫວຂອງມັນ ກໍແມ່ນເຮົາອັດການຜະລິດໂຄງສ້າງ​ສໍາລັບເນື້ອ
ເຫຍື່ອຫຸ້ມເຊລ ທີ່ວ່າ ຫລັງຈາກນັ້ນ ຈະເຮັດໃຫ້ເຊື້ອໂຣກຕາຍໄປ ຫລືບໍ່ກໍ
ເຮັດໃຫ້ມັນເຕີບ​ໂຕ ຢ່າງຊ້າໆ.”

ດຣ. ເຈສ ແລະເພື່ອນຮ່ວມງານຂອງທ່ານ ໃຊ້ວິທີການທີ່ສະ​ລັບ​ຊັບຊ້ອນ ແລະຍາກ
ລໍາບາກ​ຫລາຍ ທີ່ເອີ້ນວ່າ ການເຮັດໃຫ້ທາດໂປຣທີ​ນໃສ ເພື່ອ​ໃຫ້​ສາມາດສ່ອງເບິ່ງ
ໂຄງສ້າງຂອງ​ໂມ​ເລ​ກູລຂອງ​ໂປຣທີ​ນ PMT ໃນສາມມິ​ຕິ ຊຶ່ງທ່ານ​ເວົ້າ​ວ່າ ວິທີການ
ທີ່​ວ່ານີ້ແມ່ນມີຄວາມຈໍາເປັນທີ່ສຸດ ຕໍ່ການສຶກສາຄົ້ນຄວ້າຂອງພວກ​ທ່ານ. ດຣ. ເຈສ
ຊີ້​ແຈງ ເພີ້ມວ່າ:

“ຖ້າຫາກທ່ານສາມາດເຂົ້າໃຈ​ໄດ້ວ່າ ໂມ​ເລກູລມີ​ລັກສະນະ​ເປັນຄືແນວໃດ
ໃນສາມມິ​ຕິນັ້ນ ທ່ານກໍ​ຈະສາມາດເລີ້ມອອກແບບ ຫລື ພັດທະນາຢາ ທີ່
ແນໃສ່ມັນເປັນການສະເພາະ. ຄວາມພິເສດຂອງການ​ຄົ້ນ​ພົບນີ້ ກໍຄື
ມັນ
ເປັນທ່າແຮງ​ໃໝ່​ໃນການຕໍ່ຕ້ານພະຍາດກາຝາກ Plasmodium ແລະ
ຕໍ່ຕ້ານແມ່ພະຍາດເສັ້ນດ້າຍ ຫລື ແມ່ພະຍາດໂຕກົມ, ຊຶ່ງເປັນເຊື້ອກາ
ຝາກນັ້ນ ນໍາດ້ວຍ.”

ການສ່ອງກ້ອງຈຸນລະທັດເບິ່ງ ພະຍາດກາຝາກ Plasmodium
ການສ່ອງກ້ອງຈຸນລະທັດເບິ່ງ ພະຍາດກາຝາກ Plasmodium

ດຣ. ເຈສ ກ່າວຕື່ມວ່າ ​
ເນື່ອງ​ຈາກວ່າ​ໂປຣທີ​ນ
PMT ສໍາລັບ​ເຊື້ອ​ກາຝາກ
Plasmodium ບໍ່ມີຢູ່ໃນ
ເຊລຂອງມະນຸດ ຢາໃດກໍ
ຕາມທີ່ແນເປົ້າໝາຍໃສ່
ທາດໂປຣທີ​ນດັ່ງກ່າວ
ແມ່ນສາມາດນໍາມາໃຊ້ກັບ
ມະນຸດໄດ້.

ດຣ. ນີຣາຈ ມິສຕຣີ(Neeraj
Mistry), ຜູ້ອໍານວຍການຝ່າຍ
ຄຸ້ມ​ຄອງຂອງເຄືອຂ່າຍໂລກ
ສໍາລັບພະຍາດເຂດຮ້ອນທີ່
ຖືກປະລະບໍ່​ເອົາ​ຫົວຊາ ຫລື
Global Network for Neglected Tropical Diseases ເວົ້າວ່າ ການຄົ້ນຄວ້ານີ້
ແມ່ນເປັນບາດກ້າວອັນສໍາຄັນ ໄປສູ່ການຜະລິດຢາ​ໃໝ່ ທີ່ມີພະລັງແລະປອດໄພ ເພື່ອ
ຕໍ່ສູ້ກັບພະຍາດໄຂ້ມາເລເຣຍ ຢູ່ທົ່ວໂລກ. ຊຶ່ງທ່ານກ່າວດັ່ງນີ້:

ການຄົ້ນຄວ້ານີ້ ເປີດປະຕູ ໃຫ້ແກ່ການພັດທະນາຢາໃໝ່ ທີ່ມີຜົນກະທົບ
ຕໍ່ເຊື້ອກາຝາກ
ໂດຍສະເພາະ ແຕ່​ບໍ່​ກະທົບ​ຕໍ່​ຜູ້​ເປັນ​ພະຍາດ ແລະ​ຈະ​ບໍ່​ສົ່ງ​
ຜົນ​ໃຫ້​ມີ​ອາການ​ແຊກຊ້ອນ​ທີ່​ຮ້າຍ​ແຮງ ​ເພາະ​ມັນ​ຈະກະທົບ​ແຕ່​ເຊື້ອ​ກາ​
ຝາກ​ເທົ່ານັ້ນ ຊຶ່ງ​ໝາຍ​ຄວາມ​ວ່າ ພາຍຫລັງໄດ້ຄົ້ນພົບຊ່ອງທາງອັນນັ້ນ
ແລ້ວ ພວກເຮົາກໍອາດສາມາດຄິດຫາຢາທີ່ມີລັກສະນະພິເສດ ທີ່ສາມາດ
ມີຜົນກະທົບຕໍ່​ເຊື້ອກາຝາກຂອງໄຂ້ມາເລເຣຍໄດ້ ຢ່າງແທ້ຈິງ.”

ວຽກງານໃນການຊອກຫາສ່ວນປະກອບທີ່ແນໃສ່ ໂປຣທີ​ນ PMT ສໍາລັບ​ເຊື້ອ​ກາ​ຝາກ
Plasmodium ນັ້ນ ແມ່ນເປັນພຽງຂັ້ນເລີ້ມຕົ້ນ ເທົ່ານັ້ນ. ແຕ່ວ່າ ການຄົ້ນຄວ້າຂອງມະຫາ
ວິທະຍາໄລ ວໍຊິງຕັນ ກໍ​ໄດ້ ໃຫ້ຄວາມຫວັງໃໝ່ ບໍ່ພຽງແຕ່ໃນດ້ານຢາ​ໃໝ່​ສໍາລັບຕ້ານໄຂ້ມາ
ເລເຣຍ​ເທົ່ານັ້ນ ແຕ່ຍັງໃນດ້ານສ່ວນປະກອບ ທີ່ສາມາດທໍາລາຍ​ແມ່ພະຍາດຫລາຍໆຊະນິດ
ທີ່​ເປັນ​ເຊື້ອ​ກາ​ຝາກ ທີ່ພາໃຫ້​ເປັນພະຍາດຕ່າງໆ ພ້ອມທັງກາຝາກທີ່ຢູ່ນໍາກົກໄມ້ ທີ່ກາງຕໍ່
ອາ​ໄສ ທາດໂປຣທີ​ນ PMT ອີກດ້ວຍ.

XS
SM
MD
LG