ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ການປະທ້ວງຕໍ່ຕ້ານ ລະບອບການປົກຄອງທະຫານ ໃນມຽນມາ ຊຶ່ງເປັນການປະທ້ວງຖື ‘ໄຂ່ຂອງວັນບຸນອີສເຕີ’


ພວກປະທ້ວງຕໍ່ຕ້ານລັດຖະປະຫານ ພາກັນຍົກໄຂ່ອີສເຕີທີ່ຖືກຕົບແຕ່ງພ້ອມດ້ວຍສາມນິ້ວອັນເປັນສັນຍາລັກຂອງການຕໍ່ຕ້ານໃນລະຫວ່າງການປະທ້ວງຕໍ່ການກໍ່ລັດຖະປະຫານຂອງທະຫານ ໃນວັນບຸນອີສເຕີ (Easter), ວັນທີ 4 ມີນາ 2021, ໃນຢາງກຸ້ງ ຂອງມຽນມາin.
ພວກປະທ້ວງຕໍ່ຕ້ານລັດຖະປະຫານ ພາກັນຍົກໄຂ່ອີສເຕີທີ່ຖືກຕົບແຕ່ງພ້ອມດ້ວຍສາມນິ້ວອັນເປັນສັນຍາລັກຂອງການຕໍ່ຕ້ານໃນລະຫວ່າງການປະທ້ວງຕໍ່ການກໍ່ລັດຖະປະຫານຂອງທະຫານ ໃນວັນບຸນອີສເຕີ (Easter), ວັນທີ 4 ມີນາ 2021, ໃນຢາງກຸ້ງ ຂອງມຽນມາin.

ການເດີນຂະບວນປະທ້ວງຕໍ່ຕ້ານການປົກຄອງຂອງທະຫານ ຢູ່ໃນມຽນມາ ຍັງມີຢູ່ຕໍ່ມາ ໃນວັນອາທິດວານນີ້ ໂດຍມີຜູ້ປະທ້ວງຫຼາຍຄົນ ໄດ້ໃຊ້ພວກໄຂ່ຂອງວັນບຸນອີສເຕີ ເພື່ອຊ່ອຍເຫຼືອໃນຂະບວນການເຄື່ອນໄຫວຂອງພວກເຂົາ.

ໄຂ່ທັງຫຼາຍໄດ້ຖືກຂຽນຄຳຂວັນໃສ່ເຊັ່ນວ່າ “ການປະຕິວັດລະດູບານໃໝ່” ແລະ “ພວກເຮົາຕ້ອງຊະນະ” ພ້ອມດ້ວຍຮູບແຕ້ມຂອງການຄໍານັບດ້ວຍສາມນິ້ວນັ້ນ ແມ່ນຢູ່ໃນມືຂອງພວກປະທ້ວງຫຼາຍພັນຄົນໃນທົ່ວມຽນມາ ໃນວັນອາທິດວານນີ້ ຊຶ່ງເປັນການອ້າງເຖິງວັນພັກຂອງຊາວຄຣິສຕຽນ.

ພວກປະທ້ວງໄດ້ເລີ້ມພາກັນລົງສູ່ຖະໜົນຫົນທາງ ຫຼັງຈາກເກີດການກໍ່ລັດຖະປະຫານໂດຍທະຫານໃນວັນທີ 1 ກຸມພາ ຊຶ່ງຜູ້ນຳແທ້ຈິງ ທ່ານນາງອອງ ຊານ ຊູ ຈີ, ປະທານາທິບໍດີ ວິນ ມິນ ແລະບັນດາຜູ້ນຳລັດຖະບານຄົນອື່ນໆ ໄດ້ຖືກຈັບກຸມ.

ປະຊາຊົນຫຼາຍຮ້ອຍຄົນ ໄດ້ຖືກຂ້າຕາຍໃນການປາບປາມຢ່າງຮຸນແຮງຕໍ່ພວກປະທ້ວງຕະຫຼອດໄລຍະສອງເດືອນທີ່ຜ່ານມາ ອີງຕາມສື່ມວນຊົນ ແລະການເລົ່າສະຖານະການອື່ນໆ. ສະມາຄົມຊ່ອຍເຫຼືອນັກໂທດທາງການເມືອງ ຊຶ່ງເປັນອົງການຈັດຕັ້ງເພື່ອສິດທິມະນຸດ ທີ່ບໍ່ຫວັງຜົນກຳໄລ ມີຫ້ອງການຕັ້ງຢູ່ໃນມຽນມາ ໄດ້ນັບຈຳນວນຜູ້ເສຍຊີວິດ ມີຢູ່ 557 ຄົນ ແລະຫຼາຍກວ່າ 2,750 ຄົນໄດ້ຖືກຈັບກຸມ ນັບຕັ້ງແຕ່ການປະທ້ວງໄດ້ເລີ້ມຕົ້ນຂຶ້ນ.

ໃນວັນອາທິດວານນີ້ ການປະທ້ວງໄດ້ດຶງດູດເອົາຫຼາຍພັນຄົນລົງສູ່ຖະໜົນຫຼາຍສາຍຢູ່ໃນເມືອງຢາງກຸ້ງແລະມັນດາເລ ລວມຢູ່ໃນຫຼາຍໆຫົວເມືອງອື່ນໆ. ແຫຼ່ງຂ່າວຢູ່ໃນທ້ອງຖິ່ນໄດ້ລາຍງານວ່າ ກຳລັງຮັກສາຄວາມສະຫງົບໄດ້ເປີດສາກຍິງປືນໃສ່ພວກຝຸງຄົນປະທ້ວງຢູ່ໃນເມືອງປິນມານາ ທາງພາກກາງຂອງມຽນມາ ທີ່ໄດ້ສັງຫານຢ່າງໜ້ອຍຄົນນຶ່ງ.

ຢູ່ໃນນະຄອນຫຼວງເນປີດໍ ຕຳຫຼວດໄດ້ຍິງປືນໃສ່ພວກປະທ້ວງທີ່ຂີ່ລົດຈັກ ແລະໄດ້ສັງຫານສອງຄົນ ອີງຕາມລາຍງານຈາກອົງການຂ່າວ ອີຣຣາວາດີ. ຊາຍຄົນນຶ່ງໄດ້ຖືກຂ້າຕາຍກ່ອນໜ້ານີ້ ຢູ່ໃນເມືອງບາໂມ ຢູ່ທາງພາກເໜືອ ອີງຕາມການກ່າວຂອງອົງການຂ່າວ Myanmar Now.

ຕຳຫຼວດແລະໂຄສົງຜູ້ນຶ່ງສຳລັບລັດຖະບານທະຫານ ບໍ່ໄດ້ຕອບຮັບໂທລະສັບຫຼາຍສາຍທີ່ຕ້ອງການຄຳຕອບນັ້ນ.

ໃນລະຫວ່າງການເທດສະໜາ ໃນວັນບຸນອິສເຕີຂອງວັນອາທິດນັ້ນ ພະສັນຕະ ປາປາ ແຟຣນຊິສ ກໍໄດ້ຮັບຮູ້ເຖິງພວກຊາວໜຸ່ມຂອງມຽນມາ ໂດຍການສູດມົນພາວັນນາ ໃຫ້ແກ່ພວກເຂົາເຫຼົ່ານັ້ນທີ່ “ໄດ້ໝັ້ນໝາຍເພື່ອສະໜັບສະໜຸນປະຊາ ທິປະໄຕ ແລະໄດ້ພາກັນອອກສຽງ ໃຫ້ໂລກໄດ້ຍິນຢ່າງສັນຕິ ໃນການຮັບຮູ້ ວ່າ ຄວາມກຽດຊັງສາມາດປັດເປົ່າໄປໄດ້ ພຽງແຕ່ດ້ວຍຄວາມຮັກເທົ່ານັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG