ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວເຢຍຣະມັນ ເດີນຂະບວນ ຕໍ່ຕ້ານ ການ​ຫັນປ່ຽນໃຫ້ ຕາເວັນຕົກ ​ເປັນ​ອິສລາມ


‘Anti-Islamization’ Marches Increase Tensions In Germany
please wait

No media source currently available

0:00 0:03:16 0:00

ເບິ່ງວີດີໂອ ລາຍງານກ່ຽວກັບເລື້ອງນີ້

ໄດ້ມີການ​ໂຮມຊຸມນຸມປະ​ທ້ວງ​ຕໍ່ຕ້ານຄົນ​ເຂົ້າ​ເມືອງ ໃນ​ເຢຍຣະມັນ
ທີ່ກຳລັງ​ກໍ່ຕັ້ງຂຶ້ນ​ໃນຫຼາຍໆ​ອາທິດ​ບໍ່ດົນ​ນີ້ແລະ​ໄດ້​ເຖິງ​ຈຸດ​ສຸດ​ຍອດ
​ໃນຄ່ຳ​ຄືນ​ຂອງ​ວັນ​ຈັນ​ຜ່ານ​ມາ ທີ່​ເມືອງ Dresden ບ່ອນທີ່​ຫຼາຍສິບ​
ພັນ​ຄົນ​ ໄດ້​ພາກັນ​ອອກ​ມາ​ປະ​ທ້ວງຕໍ່ຕ້ານ​ ອັນ​ທີ່​ພວກ​ເຂົາ​ເຈົ້າ​ເອີ້ນ
​ວ່າ “ການ​ຫັນປ່ຽນ​ເປັນ​ອິສລາມ” ຂອງ​ຕາ​ເວັນ​ຕົກ. ປະ​ເທດ​
ເຢຍຣະມັນ​ໄດ້​ສະ​ເໜີ​ຮັບ​ເອົາ ​ບັນດາ​ຊາວ​ອົບ​ພະຍົບຊີ​ເຣຍ ຜູ້​ຂໍ​
ລີ້​ໄພ​ຕື່ມ​ອີກ ຊຶ່ງຫຼາຍເກີນ ​ກວ່າ​ປະ​ເທດ​ອື່ນໆ ​ແລະອັນນີ້​ປາກົດ
​ວ່າ​ໄດ້​ກໍ່​ໃຫ້​ມີ​ການ​ປະ​ທ້ວງ ເກີດຂຶ້ນ.

ປະມານ 15,000 ຄົນ​ໄດ້​ເຂົ້າຮ່ວມ​ການ​ເດີນ​ຂະ​ບວນ ​ໃນ​ເມືອງ
Dresden ​ເມື່ອຄ່ຳ​ຄືນຂອງ​ວັນຈັນ​ຜ່ານ​ມາ ສ່ວນ​ນຶ່ງ​ຂອງ​ຂະບວນ
ການ​ເຄື່ອ​ນ​ໄຫ​ວ ທີ່​ເອີ້ນ​ຕົນ​ເອງ​ວ່າ “ຊາວ​ຢູ​ໂຣບຜູ້​ຮັກ​ຊາດ ຕໍ່ຕ້ານການ​ຫັນປ່ຽນ​ເປັນ​
ອິສລາມ​ຂອງ​ຕາ​ເວັນ​ຕົກ.”

ພວກ​ປະ​ທ້ວງດັ່ງກ່າວ ​ໄດ້​ຮ້ອງ​ໂຮ​ວ່າ “ພວກ​ເຮົາ​ແມ່ນ​ຄົນ​ທັງ​ໝົດ” ຊຶ່ງ​ເປັນການຮຽນ
ແບບມາ​ຈາກ​ພວກ​ປະ​ທ້ວງ ຜູ້​ທີ່​ໄດ້​ພາກັນ​ອອກ​ມາ​ຕາມ​ຖະໜົນ​ສາຍ​ຕ່າງໆ​ໃນ​ເມືອງ ​ເມື່ອ
25 ປີ​ກ່ອນນັ້ນ ​ຫຼາຍໆ​ອາທິດກ່ອນ ທີ່​ກຳ​ແພງ​ເບີ​ລິນ ຈະ​ຖືກ​ທັບ​ມ້າງ​ລົງ.

​ໃນ​ຄັ້ງນີ້ ພວກ​ປະ​ທ້ວງ ​ຄືນາງ Lana ອ້າງ​ວ່າ ຊາວ​ເຢຍຣະມັນ​ໃນ​ຍຸກ​ສະ​ໄໝ ສັດຕະວັດ​ທີ
21 ນີ້ ​ແມ່ນ​ກຳລັງ​ຖືກ​ຄອບ​ງຳ​ເອົາ​ໂດຍ​ສາສະໜາອິສລາມ.

ການ​ປະ​ທ້ວງ​ໄດ້​ແຜ່​ລາມ​ອອກ​ໄປຍັງ​ເມືອ​ງອື່ນ​ໆຂອງເຢຍຣະມັນ ລວມ​ທັງນະຄອນຫລວງ
​ເບີ​ລິນອີກ​ດ້ວຍ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ພວກ​ຂວາ​ຈັດ ທີ່ເຄື່ອນ​ໄຫວຕໍ່ຕ້ານຄົນ​ເຂົ້າ​ເມືອງ ​ໄດ້​ມີ​ມາ​ແຕ່​
ດົນ​ນານ​ແລ້ວ​ໃນ​ເຢຍລະ​ມັນ ​ແຕ່ສິ່ງທີ່ກໍ່ໃຫ້ເກີດ​ການ​ປະ​ທ້ວງ ປາກົດ​ວ່າ​ເປັນ​ຍ້ອນ​ການ​
ຕັດ​ສິນ​ໃຈ​ຂອງ​ເບີ​ລິນ ທີ່​ສະ​ເໜີ​ຮັບ​ເອົາຜູ້​ຂໍ​ລີ້​ໄພຊາວ​ອົບ​ພະຍົບຊີ​ເຣຍຫຼາຍ​ສິບ​ພັນ​ຄົນ ທີ່​
ກຳລັງ​ຫລົບໜີ ຈາກ​ສົງຄາມ​ກາງ​ເມືອງ.

ໃນການຖະ​ແຫລ​ງ​ເມື່ອວັນ​ຈັນ​ຜ່ານ​ມານີ້ ນາຍົກລັດຖະມົນຕີ​ເຢຍຣະມັນ​ທ່ານ​ນາງ Angela Merkel ກ່າວເຕືອນ​ວ່າ ຊາວ​ເຢຍຣະມັນ​ ຕ້ອງ​ບໍ່​ຫລົງ​ເຊື່ອ​ສຳນວນ​ໂອ​ຫານ ​ຂອງ​ພວກ​ນິຍົມ​ຂວາ​ຈັດ.

ທ່ານນາງ Merkel ​ເວົ້າວ່າ “ຢູ່​ເຢຍຣະມັນ ຍັງ​ມີ​ອິດ​ສະຫຼະພາ​ບ​ໃນ​ການ​ເຕົ້າ​ໂຮມ​ຊຸມ​ນຸມກັນ ​ແຕ່ ບໍ່ແມ່ນ​ສະຖານ​ທີ່​ສຳ​ຫລັບ​ການ​ຍຸ​ແຍ່ ​ແລະ ຕົວະ​ຍົວະ ກ່ຽວ​ກັບ​ພວກ​ຄົນ​
ທີ່​ເຂົ້າມາ​ຂໍ​ອາ​ໄສ​ກັບ​ພວກ​ເຮົາ​ຈາກ​ປະ​ເທດ​ອື່ນໆ​ນັ້ນ”
ທ່ານນາງ​ ກ່າວ​ຕໍ່ໄປ​ວ່າ ​
“ແລະ ​ເພາະສະ​ນັ້ນ ໝົດ​ທຸກ​ຄົນ ຕ້ອງລະມັດລະວັງ ວ່າ​ພວກ​ເຂົາ​ເຈົ້າບໍ່​ໄດ້​ຖືກ​
ເອົາ​ລັດ​ເອົາ​ປຽບ​ ໂດຍ​ພວກ​ຄົນ​ທີ່​ກຳລັງ​ຈັດ​ແຈງ​ ການ​ປະ​ທ້ວງ​ນີ້.”

ການ​ປະ​ທ້ວງ​ເພື່ອຕອບ​ໂຕ້​ພວກ​ຕໍ່ຕ້ານ​ຄົນ​ເຂົ້າ​ເມືອງ ​ໄດ້​ເກີດ​ຂຶ້ນ ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​
ການ​ຜ່ອນ​ຜັນ ​ແລະກ່າວ​ປະ​ນາມອັນ​ທີ່​ເອີ້ນວ່າ ການ ​ເດີນ​ຂະ​ບວນຕໍ່ຕ້ານ​ການ​ຫັນປ່ຽນ​
ເປັນ​ອິສລາມນັ້ນ.

Anti-immigrant rallies in Germany have been building in recent weeks, peaking Monday night in the city of Dresden where tens of thousands of
people turned out to demonstrate against what they call the 'Islamization' of the West.Germany has offered asylum to more Syrian refugees than any other country, and this appears to have set off the protests, as Henry Ridgwell reports from London.

About 15,000 people joined a march in the city of Dresden Monday night - part of a movement calling itself "Patriotic Europeans Against The Islamization of the West."

Protesters chanted, "We are the People" - copying demonstrators who took to the city streets 25 years ago in the weeks before the fall of the Berlin Wall.

This time, demonstrators like Lana claim 21st century Germany is being taken over by Islam.

The protests have spread to other German cities including Berlin.

Analysts say far right, anti-immigrant movements have long existed in Germany; but, the trigger for the protests appears to be Berlin's decision to offer asylum to tens of thousands of Syrians fleeing the civil war.

Speaking Monday, German Chancellor Angela Merkel warned Germans not be taken in by far-right rhetoric.

German Chancellor Angela Merkel says:

"There's freedom of assembly in Germany, but there's no place for incitement and lies about people who come to us from other countries," she says, "and therefore everyone needs to be careful that they're not taken advantage of by the people who organize such events."

Counterdemonstrations have taken place calling for tolerance and denouncing the so-called anti-Islamization marches.

XS
SM
MD
LG