ສະຫະລັດ ແລະບັນດາປະເທດພາຄີໃນທົ່ວໂລກ ທີ່ກຳລັງຕໍ່ສູ້ ຕ້ານກຸ່ມລັດອິສ ລາມ ຫຼື
IS ໄດ້ສ້າງຄວາມຄືບໜ້າທີ່ສຳຄັນໃນລະຫວ່າງສອງສາມມື້ທີ່ຜ່ານມານີ້ ໂດຍສະເພາະ
ນັບແຕ່ການປົດປ່ອບເມືອງ Mosul ທີ່ບັນດາເຈົ້າໜ້າທີ່ຂັ້ນສູງໄດ້ກ່າວໃນວັນພະຫັດ
ວານນີ້ ແຕ່ເຂົາເຈົ້າກຳລັງວາງແຜນ ຫາທາງສ້າງສະຖຽນລະພາບ ແລະບູລະນະສ້າງ
ສາເມືອງດັ່ງກ່າວຄືນໃໝ່ ເວລາໃດກຸ່ມຫົວຮຸນແຮງຈັດ ດັ່ງກ່າວ ໄດ້ປະລາໄຊເປັນທີ່
ຮຽບຮ້ອຍໄປແລ້ວ ໃນອີຣັກ ແລະຊີເຣຍ.
ທ່ານ Brett McGurk ທູດພິເສດສະຫະລັດປະຈຳກຸ່ມແນວໂຮມຕ້ານພວກຫົວ ຮຸນ
ແຮງລັດອິສລາມ ກ່າວໃນວັນພະຫັດວານນີ້ວ່າ ການສູ້ລົບຈະດຳເນີນຕໍ່ໄປອີກດົນ ຢູ່
ອ້ອມແອ້ມເມືອງ Raqqa ແລະເຂດອື່ນໆ ບ່ອນທີ່ກຳລັງຂອງກຸ່ມ IS ຍັງເຄື່ອນໄຫວຢູ່
ນັ້ນ. ເຖິງຢ່າງໃດກໍດີທ່ານໄດ້ກ່າວເພີ້ິມວ່າກຸ່ມຫົວຮຸນແຮງຈັດນີ້ ກຳລັງຢູ່ໃນ “ເສັ້ນທາງ
ທີ່ຕ່າວປີ້ນບໍ່ໄດ້ ໄປສູ່ການປະລາໄຊ.”
ໃນເວລາດຽວກັນ ທ່ານໄດ້ກ່າວເພີ່ມອີກວ່າ ສະຫະລັດ ແລະບັນດາພາຄີໃນ 72 ປະເທດ
ໃນແນວໂຮມຕໍ່ຕ້ານລັດອິສລາມ ກຳລັງເຄື່ອນໄຫວໄປໜ້າດ້ວຍ “ແຜນ ການເພື່ອສ້າງ
ສະຖຽນລະພາບ.”
ທ່ານ McGurk ແລະບັນດາເຈົ້າໜ້າທີ່ຂັ້ນສູງຄົນອື່ນໆ ທີ່ພົວພັນໃນກອງປະຊຸມແນວ
ໂຮມເປັນເວລາສາມວັນ ກ່າວວ່າ ການສູ້ລົບໃນອີຣັກ ແລະຊີເຣຍບໍ່ໄດ້ຮັບຜົນກະທົບ
ຈາກວິການ ທາງການທູດ ທີ່ໄດ້ແບ່ງແຍກປະເທດຕ່າງໆຢູ່ໃນບັນດາປະເທດອາຣັບ
ນັບແຕ່ຕົ້ນເດືອນມິຖຸນາຜ່ານມາ ເວລາຊາອຸດີ ອາຣາເບຍ ແລະບັນດາປະເທດອື່ນໆ
ຕັດຄວາມສຳພັນດ້ານການທູດ ແລະການຄ້າກັບກາຕ້າ.
ຊາອຸດີ ສະຫະລັດ ອາຣັບ ເອເມີເຣັສ ບາເຣນ ແລະອີຈິບ ປະກາດວ່າ ກາຕ້າ ໄດ້ໃຫ້ທືນແກ່ພວກຫົວຮຸນແຮງ. ເຂົາເຈົ້າຕ້ອງການຢາກໃຫ້ພວກເຈົ້າໜ້າທີ່ ໃນສະຫະລັດ ອີເມີເຣັສ ຫລຸດລະດັບຄວາມສຳພັນລົງກັບອີຣ່ານ ທີ່ເປັນສັດຕູທີ່ສຳຄັນກັບ ຊາອຸດີ ອາເຣເບຍ ຢູ່ໃນພາກຕາເວັນອອກກາງ ກາຕ້າໄດ້ປະຕິເສດ ຕໍ່ການຮຽກຮ້ອງຂອງບັນດາປະເທດເພື່ອນບ້ານຂອງຕົນ ແລະປະຕິເສດວ່າບໍ່ໄດ້ໃຫ້ການສະໜູນສະໜູນ ຕໍ່ກໍ່ການຮ້າຍໃດໆ.
ບັນດາປະເທດອາຣັບທັງໝົດຮວມທັງກາຕ້າ ເປັນສະມາຊິກແນວໂຮມຂອງໂລກຕໍ່ຕ້ານກຸ່ມລັດອິສລາມ ທີ່ຍັງຮູ້ກັນອີກວ່າ Daesh ໃນພາສາອາຣັບນັ້ນ.
ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ