ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສ້າງຮູບເງົາ ຕ້ານຊາວມຸສລິມ ໄປຫຼົບລີ້ ຫລັງການໂຈມຕີ ກົງສຸນ ສຫລ (ສະໄລດ໌)


The Latin Patriarch of Jerusalem Fouad Twal (2nd R) carries a statuette of baby Jesus during Christmas midnight mass at the Church of St. Catherine, which is connected to the Church of the Nativity, in the West Bank town of Bethlehem.
The Latin Patriarch of Jerusalem Fouad Twal (2nd R) carries a statuette of baby Jesus during Christmas midnight mass at the Church of St. Catherine, which is connected to the Church of the Nativity, in the West Bank town of Bethlehem.
ຊາຍຜູ້ນຶ່ງທີ່ເອີ້ນຕົນເອງວ່າ Sam Bacile ອ້າງວ່າ ລາວເປັນຜູ້
ສ້າງຮູບເງົາ ສະໝັກຫລິ້ນ ເລື້ອງຄວາມໄຮ້ດຽງສາຊອງຊາວມຸສ
ລິມ ຫລື The Innocence of Muslims, ຊຶ່ງໄດ້ເຮັດໃຫ້ ຊາວມຸສ
ລິມບາງຄົນໂກດເຄືອງ ແລະນໍາໄປສູ່ ການເສຍຊີວິດຂອງນັກການ
ທູດສະຫະລັດສີ່ຄົນ ໃນຊ່ວງທີ່ມີການປະທ້ວງ ຢູ່ໃນລີເບຍ.

ໃນການໂອ້ລົມກັບອົງການຂ່າວ AP ຈາກບ່ອນທີ່ລີ້ຢູ່ນັ້ນ ຊາຍຄົນ
ນັ້ນເວົ້າວ່າ ລາວເປັນນັກຂຽນຊາວຢີວ ທີ່ເກີດຢູ່ອິສຣາແອລ ແລະ
ເປັນພໍ່ຄ້າອະສັງຫາລິມະ ຊັບ ຢູ່ລັດຄາລິຟໍເນຍ. ຜູ້ທີ່ກ່າວອ້າງວ່າ
ເປັນຄົນສ້າງຮູບເງົາເລື້ອງນີ້ເວົ້າວ່າ ລາວຢາກສ້າງຊີເນທີ່ກວນ
ປະສາດເລື້ອງນີ້ຂຶ້ນມາ ເພື່ອຊ່ວຍເຜີຍແບໃຫ້ໂລກ ໄດ້ຮູ້ເຖິງຂໍ້
ຂາດຕົກບົກຜ່ອງຂອງສາສໜາອິສລາມ.

ແຕ່ບໍ່ປະກົດວ່າ ມີຄົນຊື່ຄົນແລະອາຊີບແນວນັ້ນ ຢູ່ໃນບັນທຶກທົ່ວ
ໄປ ໃນລັດຄາລີຟໍເນຍ ແລະທາງດ້ານອິສຣາແອລກໍເຊັ່ນກັນເວົ້າວ່າບໍ່ມີປະຫວັດວ່າລາວ ເປັນສັນຊາດອິສຣາແອລ ເລີຍ.

ອົງການຂ່າວ AP ໄດ້ນໍາຊອກ ຕາມເບີໂທລະສັບມືຖື ທີ່ໃຊ້ຕິດຕໍ່ກັບຜູ້ສ້າງ ຮູບເງົາ ແລະ ພົບຊາວຄຣິສຕຽນ Coptic ຄົນນຶ່ງ ຢູ່ເຂດນະຄອນ Los Angeles ຊື່ Nakoula Basseley Nakoula. ແຕ່ ທ້າວ Nakula ກໍເວົ້າວ່າ ລາວເປັນຜູ້ຊ່ວຍໃນການສ້າງຮູບເງົານັ້ນ ແຕ່ປະຕິ
ເສດ ວ່າ ບໍ່ໄດ້ປອມຕົວເປັນນາຍ Sam Bacile.

ເບິ່ງສະໄລດ໌ກ່ຽວກັບ ເອກອັກຄະລັດຖະທູດສະຫະລັດ ທີ່ເສຍຊີວິດຢູ່ລີເບຍ

XS
SM
MD
LG