ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຕໍ່ຕ້ານຄົນເຂົ້າເມືອງ ຂອງ ເຢຍລະມັນ ສ້າງຜົນງານ ໄດ້ດີ ໃນການເລືອກຕັ້ງ


ປະທານພັກທາງເລືອກຕໍ່ຕ້ານຄົນເຂົ້າເມືອງສຳລັບ ເຢຍລະມັນ
ຫຼື AfD ທ່ານນາງ Frauke Petryກຳລັງກ່າວຄຳປາໄສໃນ
ການເລີ່ມຕົ້ນໂຄສະນາຫາສຽງຂອງ ພັກທາງເລືອກຕໍ່ຕ້ານ
ຄົນເຂົ້າເມືອງສຳລັບ ເຢຍລະມັນ ໃນການເລືອກຕັ້ງຢູ່ລັດ Mecklenburg-West Pomerania. 4 ກັນຍາ 2016.
ປະທານພັກທາງເລືອກຕໍ່ຕ້ານຄົນເຂົ້າເມືອງສຳລັບ ເຢຍລະມັນ ຫຼື AfD ທ່ານນາງ Frauke Petryກຳລັງກ່າວຄຳປາໄສໃນ ການເລີ່ມຕົ້ນໂຄສະນາຫາສຽງຂອງ ພັກທາງເລືອກຕໍ່ຕ້ານ ຄົນເຂົ້າເມືອງສຳລັບ ເຢຍລະມັນ ໃນການເລືອກຕັ້ງຢູ່ລັດ Mecklenburg-West Pomerania. 4 ກັນຍາ 2016.

ພັກປະຊາທິປະໄຕ ສັງຄົມນິຍົມກາງອຽງຊ້າຍ ຫຼື SPD ແລະ ພັກທາງເລືອກຕໍ່ຕ້ານຄົນ ເຂົ້າເມືອງສຳລັບ ເຢຍລະມັນ ຫຼື SfD ປາກົດວ່າຈະໄດ້ຮັບຕຳແໜ່ງເປັນທີ 1 ແລະ 2 ໃນ ການເລືອກຕັ້ງຂອງວັນອາທິດວານນີ້ ໃນລັດຂອງປະເທດ ເຢຍລະມັນ ບ່ອນທີ່ນາຍົກລັດ ຖະມົນຕີທ່ານນາງ Angela Merkel ມີພັກການເມືອງຂອງເພິ່ນຕັ້ງຢູ່.

ການຢັ່ງຫາງສຽງຂອງໂທລະພາບລັດຖະບານ ARD ແລະ ZDF ໄດ້ໃຫ້ການສະໜັບສະ ໜູນແກ່ພັກ SPD ໃນລັດ Mecklenberg Western Pomeranian ດ້ວຍຄະແນນປະ ມານ 30 ເປີເຊັນ. ພວກເຂົາເຈົ້າໄດ້ໃຫ້ການສະໜັບສະໜູນແກ່ພັກ AfD21 ເປີເຊັນ, ພ້ອມກັບພັກສະຫະພັນປະຊາທິປະໄຕ ຄຣິສຕຽນ ຂອງທ່ານນາງ Merkel ດ້ວຍຄະແນນ ປະມານ 19 ເປີເຊັນ.

ນະໂຍບາຍອົບພະຍົບຂອງທ່ານນາງ Merkel ແມ່ນບັນຫາທີ່ໂດດເດັ່ນທີ່ສຸດໃນການໂຄ ສະນາຫາສຽງສຳລັບການເລືອກຕັ້ງຂອງວັນອາທິດວານນີ້, ເຊິ່ງຖືກຈັດຂຶ້ນມາປີໜຶ່ງຫຼັງ ຈາກເພິ່ນໄດ້ອະນຸຍາດໃຫ້ພວກຍົກຍ້າຍຖິ່ນຖານເດີນທາງເຂົ້າ ເຢຍລະມັນ ຈາກປະເທດ ຮັງກາຣີ, ເປັນການຫຼັ່ງໄຫຼເຂົ້າປະເທດຫຼາຍທີ່ສຸດໃນປີກາຍນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG