ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການປະທ້ວງລັດຖະບານ ໃນເທີກີ ຜ່ອນຄາຍລົງ ແດ່ແລ້ວ (ວີດິໂອ)


ຊາວເທີກີຈຸນຶ່ງ ທີ່ປະທ້ວງ ຕໍ່ຕ້ານລັດຖະບານ
ຊາວເທີກີຈຸນຶ່ງ ທີ່ປະທ້ວງ ຕໍ່ຕ້ານລັດຖະບານ
ພວກ​ຊາວ​ເມືອງອິສຕັນ​ບູນ ​ແລະ​ອັງຄາ​ຣາ ປະ​ເທດ​ເທີ​ກີ ຕື່ນຂຶ້ນ​ມາ​ພົບ​ຍາມເຊົ້າທີ່​ສະ ຫງົບ​ງຽບ​ໃນວັນ​ອາທິດມື້​ນີ້ ​ຂະນະ​ທີ່ປະກົດ​ວ່າ​ ການ​ປະ​ທ້ວງ​ຕໍ່ຕ້ານລັດຖະບານ​ຂອງ​ນາ ຍົກລັດຖະມົນຕີ Recep Tayyip Erdogan ໄດ້​ເບົາບາງລົງ​ໄປ​ແດ່​ແລ້ວ​ ໃນ​ເວລາ​ນີ້.

ຊາວ​ເທີ​ກີຫຼາຍພັນ​ຄົນ​ໃນ​ເມືອງ​ອີສຕັນ​ບູນ ​ໄດ້​ພາກັນ​ປະ​ທ້ວງ​ຈົນ​ເຖິງ​ຕອນເດິກ​ຂອງ​ວັນ​ເສົາ​ວານ​ນີ້ ​ໃນ​ສິ່ງ​ທີ່​ໄດ້​ກາຍ​ເປັນ​ການ​ປະ​ທ້ວງ​ ທີ່​ລາມໄປທົ່ວ​ປະ​ເທດ.

ພວກ​ປະ​ທ້ວງ​ທີ່​ນະຄອນຫຼວງ Ankara ພາກັນ​ຈູດ​ລົດ ຈູດ​ຕຶກ​ອາຄານ​ ຕ່າງໆ ທີ່​ເຮັດ​ໃຫ້​ເກີດ​ໝອກ​ຄວັນ​ກຸ້ມ ປະປົນ​ໃສ່​ກັບ​ລະ​ເບີດ​ນໍ້າຕາ.

​ການ​ປະ​ທ້ວງທີ່ເລີ່​ມຕົ້ນ​ດ້ວຍ​ກຸ່ມ​ຄົນ​ນ້ອຍໆ​ກຸ່ມ​ນຶ່ງ ທີ່ພາກັນ​ນັ່ງ​ປະທ້ວງ​ຕໍ່​ຕ້ານ​ການ​ບູລະນະ​ສ້ອມ​ແປງ​ຈະຕຸ​ລັດ​ໃນ​ໃຈກາງ​ເມືອງ​ອີສຕັນ​ບູນ ​ໄດ້​ຂະ ຫຍາຍ​ກ້ວາງ​ອອກ ຈົນ​ກາຍ​ມາ​ເປັນ​ຄວາມ​ວຸ້ນວາຍ​ ​ເວລາ​ປະຊາຊົນຫຼາຍ ພັນ​ຄົນ​ພາກັນ​ລົງ​ສູ່ຖະໜົນ​ຫົນທາງ​ ເພື່ອ​ປະ​ທ້ວງ​ໃນ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເຫັນ​ວ່າ ​ເປັນວິທີ​ການ​ປົກຄອງປະ​ເທດ​ແບບ​ຜະ​ເດັດ​ການ ທີ່​ເພີ່ມ​ຂຶ້ນ​ໄປ​ນັບ​ມື້​ ຂອງ​ທ່ານ Erdogan ​ນັ້ນ.

ທ່ານ Muammer Guler ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ເທີ​ກີ ​ເວົ້າ​ວ່າ ມີຫຼາຍກວ່າ 900 ຄົນ​ຖືກ​ຈັບ​ກຸມ​ໃນ​ການ​ປະ​ທ້ວງ​ທົ່ວ​ປະ​ເທດ ພ້ອມ​ກັບ​ເຈົ້າໜ້າ​ທີ່​ຕໍາຫຼວດ 26 ຄົນ ​ແລະ​ປະຊາຊົນອີກ 53 ຄົນ​ໄດ້​ຮັບບາດ​ເຈັບ. ພວກ​ປະ​ທ້ວງ​ທີ່​ຖືກ​ຈັບ​ບາງ​ຄົນ​ ກໍ​ໄດ້​ຖືກ​ປ່ອຍ​ຕົວ​ແລ້ວ.

(ເບິ່ງວີດີໂອ)

ການປະທ້ວງຕໍ່ຕ້ານລັດຖະບານໃນປະເທດເທີກີ
please wait

No media source currently available

0:00 0:01:02 0:00
XS
SM
MD
LG