ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ການປະທ້ວງ ຂອງຝ່າຍຄ້ານ ໃນໄທ ເຮັດໃຫ້ ບາງກອກ ເປັນເປ້ຍລ່ອຍ (ສະໄລດ໌/ວີດີໂອ)


Anti-Government Protesters Paralyze Downtown Bangkok
please wait

No media source currently available

0:00 0:03:25 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ພວກ​ປະ​ທ້ວງ​ຝ່າຍ​ຄ້ານ​ໄດ້​ເລີ້ມຕົ້ນ​ຄວາມພະຍາຍາມ ທີ່​ຈະ
ອັດ​ນະຄອນຫຼວງ​ບາງກອກ​ລົງນັ້ນແລ້ວ ເພື່ອ​ໂຄ່ນ​ລົ້ມ​ລັດຖະ
ບານ​ຂອງ​ນາຍົກລັດຖະມົນຕີ​ຢິ່ງ​ລັກ ຊິນນະ​ວັດ ແລະຂັດຂວາງ
ການ​ເລືອກ​ຕັ້ງ ​ທີ່​ກຳນົດໃສ່​ວັນ​ທີ 2 ກຸມພາ​ ​ເດືອນໜ້າ​ນີ້.

ພວກ​ປະ​ທ້ວງ​ຫຼາຍ​ພັນ​ຄົນ​ພາກັນ​ໄປໂຮມ​ຊຸມນຸມ​ ຢູ່ທີ່​ຈຸດ​ຍຸດ​
ທະ​ສາດ​ຕ່າງໆ​ໃນ​ບາງກອກ ​ໃນ​ວັນ​ຈັນ​ມື້​ນີ້​ ເພື່ອ​ກີດ​ກັນ​ທາງ
​ຫຼວງ​ສາຍສຳຄັນ​ແລະຂັດຂວາງ​ບໍ່​ໃຫ້​ໂຮງການ​ລັດຖະບານ
​ເຮັດ​ວຽກ​ໄດ້.

ນາຍົກລັດຖະມົນຕີຢິ່ງລັກ​ ໄດ້​ຍຸບ​ສະພາ ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ກ່ອນ​ກຳນົດ ​ແລະ​ສະ​ເໜີ​ໃຫ້​ຈັດ​ຕັ້ງ​ສະພາ​ປະຕິ​ຮູບ​ແຫ່ງ​ຊາດ​ຂຶ້ນ ​ເພື່ອ​ເປັນ​ຊ່ອງ​
ທາງ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ທາງການ​ເມືອງ​ທີ່​ດຳ​ເນີນ​ມາ​ໄດ້​ຫຼາຍເດືອນ​ແລ້ວ​ນັ້ນ.

​ແຕ່​ພວກ​ຝ່າຍ​ຄ້ານ​ກ່າວ​ວ່າ ມັນ​ຍັງ​ບໍ່​ພຽງພໍ. ທ່ານ​ສຸ​ເທບ ​ເທືອກ​ສຸບັນ ຜູ້ນຳຝ່າຍ​ຄ້ານໄດ້​ຮຽກຮ້ອງ​ໃຫ້​ຈັດ​ຕັ້ງ​ສະພາ​ປະຊາຊົນ ​ທີ່​ບໍ່ແມ່ນປະຊາຊົນເລືອກ​ຕັ້ງ​ເອົາ​ນັ້ນຂຶ້ນມາ​ສັບ​ປ່ຽນ
ລັດຖະບານ​ຊຸດປັດຈຸບັນ ​ແລະ​ຈັດ​ຕັ້ງ​ປະຕິບັດ​ຕາມ​ການ​ປະຕິ​ຮູບຕ່າງໆ​ເພື່ອ​ຍຸດຕິ​ການ​ສໍ້​
ລາດ​ບັງ​ຫຼວງ ​ແລະ​ການ​ເມືອງ​ທີ່ເຫັນ​ແກ່​ເງິນ​ນັ້ນ.


ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ພັກ​ຂອງ​ນາຍົກລັດຖະມົນຕີທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ​ມີ​
ທາງວ່າຈະ​ຊະນະ​ການ​ເລືອກ​ຕັ້ງກ່ອນ​ກຳນົດ​ນີ້.

ຝ່າຍ​ຄ້ານ​ມອງ​ເຫັນ​ທ່ານ​ນາງ​ຢິ່ງ​ລັກວ່າ ​ເປັນ​ຫຸ່ນ​ຂອງ​ອ້າຍ​ຂອງ​ທ່ານ​ນາງ ກໍ​ຄືອະດີດນາ ຍົກລັດຖະມົນຕີທັກສິນ ຊິນນະ​ວັດ​ນັ້ນ.

ທ່ານ​ທັກສິນ ນັກທຸລະກິດ ມະຫາ​ເສດຖີ​ເງິນ​ພັນ​ລ້ານ ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ​ໂດຍ​ການ​ກໍ່​ລັດຖະປະຫານ​ຂອງ​ພວກ​ທະຫານ​ໃນ​ປີ 2006 ​ແລະ​ຖືກ​ສານ​ຕັດສິນ​ວ່າ​ມີ​ຄວາມຜິດໃນ​ຂໍ້​ຫາ​ຖານ​ທຳ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ​ເວລາ​ນີ້​ ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ.

Thai protest
please wait
Embed

No media source currently available

0:00 0:01:04 0:00
XS
SM
MD
LG