ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຂໍລີ້ໄພຊາວ ອາຟຣິກັນ ປະທ້ວງຕໍ່ຕ້ານ ການເນລະເທດ ໃນປະເທດ ອິສຣາແອລ


ຜູ້ຂໍລີ້ໄພປະທ້ວງຕໍ່ຕ້ານການເນລະເທດໃນນະຄອນຫຼວງ ແທລ ອາວີຟ ປະເທດ ອິສຣາແອລ. 24 ກຸມພາ, 2018.
ຜູ້ຂໍລີ້ໄພປະທ້ວງຕໍ່ຕ້ານການເນລະເທດໃນນະຄອນຫຼວງ ແທລ ອາວີຟ ປະເທດ ອິສຣາແອລ. 24 ກຸມພາ, 2018.

ຜູ້ປະທ້ວງປະມານ 15,000 ຄົນໄດ້ອອກມາຖະໜົນຫຼາຍສາຍຂອງນະຄອນຫຼວງ ແທລ
ອາວີຟ ໃນວັນເສົາວານນີ້ ເພື່ອກ່າວຄັດຄ້ານຕໍ່ການເນລະເທດຜູ້ຂໍລີ້ໄພຄົນ ອາຟຣິກັນ,
ເຊິ່ງຫຼາຍຄົນໃນນັ້ນມາຈາກປະເທດ ຊູດານ ແລະ ເອຣິເທຣຍ.

ການປະທ້ວງໃນທິດໃຕ້ຂອງນະຄອນຫຼວງ ແທລ ອາວີຟ ແມ່ນຕັ້ງຢູ່ໃຈກາງຂອງຂົງ
ເຂດທີ່ຊາວ ອາຟຣິກັນ ຫຼາຍຄົນອາໄສຢູ່ ຫຼັງຈາກໄດ້ເດີນທາງຮອດເມືອງດັງກ່າວຜ່ານ
ສະຖານີລົດເມທີ່ຕັ້ງຢູ່ທີ່ນັ້ນ. ໃນ 12 ປີທີ່ຜ່ານມາ, ຊາວ ອາຟຣິກັນ ປະມານ 40,000
ຄົນ ຖືກຄາດວ່າໄດ້ເດີນທາງເຂົ້າໃນປະເທດ ອິສຣາແອລ ຢ່າງຜິດກົດໝາຍ.

ໃນຕົ້ນສັບປະດານີ້, ອິສຣາແອລ ໄດ້ເລີ່ມຄວບຄຸມຕົວຜູ້ຂໍລີ້ໄພຊາວ ອາຟຣິກາ ຜູ້ທີ່ໄດ້
ປະຕິເສດທີ່ຈະຮັບເອົາຂໍ້ຕົກລົງທີ່ຖືກສະເໜີໂດຍ ອິສຣາແອລ ທີ່ຮຽກຮ້ອງໃຫ້ເຂົາເຈົ້າ
ເດີນທາງອອກຈາກປະເທດ ດ້ວຍເງິນ 3,500 ໂດລາ ແລະ ປີ້ເຮືອບິນໄປທີ່ໝາຍປາຍ
ທາງໃນ ອາຟຣິກາ. ການປະຕິເສດອາດເຮັດໃຫ້ເຂົາເຈົ້າຖືກຈັບເຂົ້າຄຸກຢ່າງບໍ່ມີກຳນົດ.

ອົບພະຍົບດັ່ງກ່າວປະມານສິບກວ່າຄົນ ແມ່ນໄດ້ຖືກຈັບເຂົ້າຄຸກແລ້ວໃນສັບປະດານີ້.

ລັດຖະບານ ອິສຣາແອລ ໄດ້ພິຈາລະນາຄົນພວກນີ້ດັ່ງກັບຜູ້ຍົກຍ້າຍຖິ່ນຖານດ້ານ
ເສດຖະກິດ ຜູ້ທີ່ໄດ້ເດີນທາງໄປປະເທດ ອິສຣາແອລ ເພື່ອຊອກຫາວຽກເຮັດ ແທນທີ່
ຈະແມ່ນເພື່ອຫຼີກລ່ຽງການປະຫັດປະຫານ. ແຕ່ພວກປະທ້ວງຂອງວັນເສົາວານນີ້, ເຊິ່ງ
ແມ່ນຊາວ ອິສຣາແອລ ທີ່ມີຄວາມເຫັນອົກເຫັນໃຈ, ພ້ອມກັບພວກຂໍລີ້ໄພເອງ, ໄດ້ຖື
ປ້າຍທີ່ເວົ້າວ່າ “ຫ້າມການເນລະເທດ” ແລະ “ພວກເຮົາທຸກຄົນແມ່ນມະນຸດ.”

ໃນຕົ້ນສັບປະດານີ້, ຜູ້ຍົກຍ້າຍຖິ່ນຖານຊາວ ອາຟຣິກັນ ບາງຄົນ ໄດ້ລ່າມຕົນເອງດ້ວຍ
ໂສ້ ເພື່ອປະທ້ວງ, ຮ້ອງຄຳວ່າ “ພວກເຮົາແມ່ນອົບພະຍົບ, ບໍ່ແມ່ນອາຊະຍາກອນ.”

ຜູ້ຍົກຍ້າຍຖິ່ນຖານສ່ວນໃຫຍ່ກ່າວວ່າ ເຂົາເຈົ້າເລືອກຄຸກໃນປະເທດ ອິສຣາແອລ
ແທນການກັບຄືນໄປ ອາຟຣິກາ ບ່ອນທີ່ຊີວິດຂອງເຂົາເຈົ້າຈະຕົກຢູ່ໃນອັນຕະລາຍ.

ການປາບປາມດັ່ງກ່າວໄດ້ຖືກປະນາມໂດຍກຸ່ມສິດທິມະນຸດ ອິສຣາແອລ, ເຊິ່ງເວົ້າວ່າ
ໃນເມື່ອ ອິສຣາແອລ ໄດ້ຖືກສ້າງຂຶ້ນໂດຍອົບພະຍົບຈາກການທຳລາຍລ້າງ, ເຂົາເຈົ້າ
ມີພັນທະທາງສິນທຳ ເພື່ອຊ່ວຍເຫຼືອຄົນຜູ້ທີ່ກຳລັງປະເຊີນໜ້າກັບຊະຕາກຳທີ່ຄ້າຍຄື
ກັນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG