ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການປະທ້ວງຕໍ່ຕ້ານ ການກໍ່ລັດຖະປະຫານ ໃນ ມຽນມາ ຍັງດຳເນີນຕໍ່ໄປ ເຖິງແມ່ນຈະມີການໃຊ້ກຳລັງ ເພີ່ມຂຶ້ນກໍຕາມ


ຜູ້ປະທ້ວງສະແດງສັນຍາລັກການຄຳນັບດ້ວຍສາມນິ້ວ, ເພື່ອສະແດງການຄັດຄ້ານຢູ່ສີ່ແຍກແຫ່ງນຶ່ງໃນນະຄອນ ຢ່າງກຸ້ງ, ມຽນມາ.
ຜູ້ປະທ້ວງສະແດງສັນຍາລັກການຄຳນັບດ້ວຍສາມນິ້ວ, ເພື່ອສະແດງການຄັດຄ້ານຢູ່ສີ່ແຍກແຫ່ງນຶ່ງໃນນະຄອນ ຢ່າງກຸ້ງ, ມຽນມາ.

ການປະທ້ວງທົ່ວປະເທດ ຕໍ່ການໂຄ່ນລົ້ມອຳນາດຂອງລັດຖະບານພົນລະເຮືອນ ມຽນມາ ໂດຍທະຫານໃນອາທິດທີ່ຜ່ານມາ ໄດ້ກ້າວເຂົ້າສູ່ວັນທີຫ້າຕິດຕໍ່ກັນໃນວັນພຸດມື້ນີ້, ເຖິງແມ່ນຈະມີການໃຊ້ກຳລັງໂດຍທະຫານຕໍ່ພວກປະທ້ວງເພີ່ມຂຶ້ນກໍຕາມ.

ກອງກຳລັງຮັກສາຄວາມປອດໄພໄດ້ຍິງປືນເຕືອນ, ລູກປືນຢາງ ແລະ ປືນສີດນໍ້ າສີດໃສ່ພວກປະ ທ້ວງໃນຄວາມພະຍາຍາມທີ່ຈະກະຈາຍຝູງຄົນ, ຈົນນຳໄປສູ່ການລາຍງານ ກ່ຽວກັບ ຜູ້ປະທ້ວງໄດ້ຮັບບາດເຈັບ.

ແພດທີ່ບໍ່ປະສົງອອກຊື່ຄົນນຶ່ງຜູ້ທີ່ໄດ້ປິ່ນປົວຜູ້ປະທ້ວງຢູ່ໂຮງໝໍ ເນປີດໍ ໄດ້ກ່າວຕໍ່ວີໂອເອພະແນກພາກສາ ມຽນມາ ວ່າ ຜູ້ປະທ້ວງຢ່າງໜ້ອຍສອງຄົນ ມີບາດແຜຈາກສິ່ງທີ່ທ່ານເຊື່ອວ່າເປັນລູກປືນແທ້, ຄົນນຶ່ງຢູ່ຫົວ ແລະ ອີກຄົນນຶ່ງຢູ່ໜ້າເອິກ.

ນາງ ມຽດ ທເວ ອາຍຸ 20 ປີ, ໄດ້ໃສ່ເຄື່ອງຊ່ວຍຫາຍໃຈ ໃນຂະນະທີ່ລາວໄດ້ມີອາການສາຫັດ ຫຼັງ ຈາກຖືກຍິງດ້ວຍລູກປືນຢູ່ຫົວ, ອີງຕາມແພດຄົນດັ່ງກ່າວ, ຜູ້ທີ່ໄດ້ເວົ້າວ່າພາບ X-ray ໄດ້ສະແດງໃຫ້ເຫັນລູກປືນຍັງຄາຢູ່ໃນຫົວຂອງລາວຢູ່.

ແພດໝໍດັ່ງກ່າວໄດ້ເວົ້າວ່າ ທ້າວ ໂຊ ໄວ, ອາຍຸ 23 ປີ, ມີບາດແຜຈາກລູກປືນຢູ່ໜ້າເອິກ.

ແພດໝໍ່ທີ່ວ່ານັ້ນບໍ່ໄດ້ເວົ້າວ່າ ມີຜູ້ປະທ້ວງຈັກຄົນທີ່ໄດ້ຮັບບາດເຈັບຍ້ອນລູກປືນ ຫຼື ປືນສີດນໍ້າ, ແຕ່ໄດ້ກ່າວວ່າ ຫຼາຍຄົນໃນຈຳນວນ 20 ຄົນທີ່ໄດ້ປິ່ນປົວຢູ່ໂຮງໝໍນັ້ນ ແມ່ນບໍ່ໄດ້ຮັບບາດເຈັບຍ້ອນລູກປືນຢາງ.

ດົນກວ່ານຶ່ງອາທິດຫຼັງຈາກທະຫານໄດ້ຄວບຄຸມຕົວຜູ້ນຳພົນລະເຮືອນທີ່ແທ້ຈິງຂອງປະເທດ ທ່ານນາງ ອອງ ຊານ ຊູ ຈີ ແລະ ສະມາຊິກອາວຸໂສຄົນອື່ນໆຂອງລັດຖະບານພົນລະເຮືອນນັ້ນ, ກອງທັບໄດ້ຂະຫຍາຍການກົດດັນຂອງເຂົາເຈົ້າຕໍ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ອອງ ຊານ ຊູ ຈີ ດ້ວຍການບຸກເຂົ້າໄປໃນສຳນັກງານໃຫຍ່ຂອງພັກໃນນະຄອນ ຢ່າງກຸ້ງ ໃນ ຕອນເດິກຂອງຄືນວັນອັງຄານວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG