ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳປັ່ນຈີນ ພວມໄປຊ່ອຍ ກຳປັ່ນຄົ້ນຄວ້າ ທີ່ຕິດນໍ້າກ້ອນ ຢູ່ ຂົ້ວໂລກໃຕ້ (ວີດີໂອ)


ກຳປັ່ນຕັດນໍ້າແຂງ ມັງກອນ​ຫິ​ມະ ທີ່ຈີນເອີ້ນວ່າ Xuelong ຫລື Snow Dragon ໃນພາສາອັງກິດ ພວມຈອດຢູ່ ທ່າກຳປັ່ນ Tianjin (3 ພະຈິກ 2013)
ກຳປັ່ນຕັດນໍ້າແຂງ ມັງກອນ​ຫິ​ມະ ທີ່ຈີນເອີ້ນວ່າ Xuelong ຫລື Snow Dragon ໃນພາສາອັງກິດ ພວມຈອດຢູ່ ທ່າກຳປັ່ນ Tianjin (3 ພະຈິກ 2013)
ເຈົ້າໜ້າທີ່ຄວບຄຸມການເດີນເຮືອທາງທະເລ ຂອງອອສເຕຣເລຍ
ກ່າວວ່າ ກຳປັ່ນຣັດເຊຍລຳນຶ່ງທີ່ຕົກຄ້າງ ຫຼືຖືກນໍ້າກ້ອນໜາໆ ໃນ ເຂດຂົ້ວໂລກໃຕ້ຫຸ້ມໄວ້ມາຕັ້ງແຕ່ວັນອັງຄານແລ້ວ ພວມຈະໄດ້ຮັບ
ການຊ່ອຍເຫຼືອຂະນະທີ່ກຳປັ່ນຕັດນໍ້າແຂງມັງກອນ​ຫິ​ມະຫຼື Snow
Dragon ຂອງຈີນ ເດີນທາງໄປໃກ້ຈະຮອດ.

ເຈົ້າໜ້າທີ່ຄວບຄຸມການເດີນເຮືອ ຂອງອອສເຕຣເລຍ ຊຶ່ງເປັນຜູ້
ປະສານງານໃນການກູ້ໄພຄັ້ງນີ້ກ່າວວ່າ ກຳປັ່ນຫິມະມັງກອນຈະ
ໄປເຖິງກຳປັ່ນ MV Akademik Shokalsky ຂອງຣັດເຊຍ ໃນ
ຕອນແລງຂອງວັນສຸກມື້ນີ້. ນອກນັ້ນຍັງມີກຳປັ່ນຕັດນໍ້າແຂງອື່ນໆ
ອີກ 2 ລຳ ພວມມຸ່ງໜ້າໄປຍັງບໍລິເວນດັ່ງກ່າວ.

ກຳປັ່ນຣັດເຊຍລຳນີ້ ຊຶ່ງບັນທຸກ 75 ຄົນ ຮວມທັງພວກລູກເຮືອ ພວກນັກວິທະຍາສາດ ແລະ ນັກທ່ອງທ່ຽວ ໄດ້ຕົກຄ້າງຢູ່ໃນບໍລິເວນດັ່ງກ່າວ ຂອງຂົ້ວໂລກໃຕ້ ເວລາລົມແຮງຈາກພາຍຸຫິ ມະພັດເອົາທະເລນໍ້າກ້ອນໄຫຼໄປອ້ອມກຳປັ່ນ ແລະແຂງກ້າມຄາທີ່.

ເຈົ້າໜ້າທີ່ເວົ້າວ່າ ການປັ່ນຣັດເຊຍລຳນີ້ ບໍ່ໄດ້ຕົກຢູ່ໃນອັນຕະລາຍທີ່ຈະຫຼົ້ມແຕ່ປະການໃດ ແລະກໍມີອາຫານການກິນ ສຳລັບຜູ້ຄົນ ທີ່ຢູ່ໃນກຳປັ່ນຢ່າງພຽງພໍ. ກຳປັ່ນລຳນີ້ ຊຶ່ງອອກເດີນ ທາງຈາກນິວຊີແລນ ໃນວັນທີ 28 ພະຈິກ ພວມຢູ່ໃນລະຫວ່າງ ການປະຕິບັດງານ ຕິດຕາມ ຮອຍຂອງນັກສຳຫຼວດອອສເຕຣເລຍ ທ່ານ Douglas Mawson ເມື່ອນຶ່ງສັດຕະວັດຜ່ານມາ ໃນການເດີນທາງໄປຂົ້ວໂລກໃຕ້ ເວລາທີ່ກຳປັ່ນຕິດນໍ້າກ້ອນ.

antarctica
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG