ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ການ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ລ​ີ​ເບ​ຍ ອີກ​ບັ້ນ​ນຶ່ງ ແນ​ເປົ້າ​ໝາຍ​ໃສ່ ກຸ່ມກໍ່​ການ​ຮ້າຍ ລັດ​ອິ​ສ​ລາມ


ນັກ​ລົບ​ລີ​ເບຍ​​ໃນກອງ​ກຳ​ລັງ​ທີ່​ເປັນ​ພັນ​ທະ​ມິດ ກັບລັດ​ຖະ​ບານ​ທີ່​ໜຸນຫຼັງ​ໂດຍອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລ່ນ​ໄປ​ຫາ​ບ່ອນ​ຫລົບ​ລີ້ ພ​້ອມ​ກັບ​ນັກ​ລົບ​ອີກ​ຄົນ​ນຶ່ງ ຂະ​ນະ​​ທີ່​ແບກ​ເອົາ​ນັກ​ລົບ​ຜູ້​ໄດ້​ຮັບ​ບາດ​ເຈັບ ໃນ​ລະ​ຫ​ວ່າງ​ຕໍ່​ສູ້​ກັບ​ກຸ່ມ​ລັດ​ອິ​ສ​ລາມ, ວັນ​ທີ 31 ກໍ​ລະ​ກົດ 2016.
ນັກ​ລົບ​ລີ​ເບຍ​​ໃນກອງ​ກຳ​ລັງ​ທີ່​ເປັນ​ພັນ​ທະ​ມິດ ກັບລັດ​ຖະ​ບານ​ທີ່​ໜຸນຫຼັງ​ໂດຍອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລ່ນ​ໄປ​ຫາ​ບ່ອນ​ຫລົບ​ລີ້ ພ​້ອມ​ກັບ​ນັກ​ລົບ​ອີກ​ຄົນ​ນຶ່ງ ຂະ​ນະ​​ທີ່​ແບກ​ເອົາ​ນັກ​ລົບ​ຜູ້​ໄດ້​ຮັບ​ບາດ​ເຈັບ ໃນ​ລະ​ຫ​ວ່າງ​ຕໍ່​ສູ້​ກັບ​ກຸ່ມ​ລັດ​ອິ​ສ​ລາມ, ວັນ​ທີ 31 ກໍ​ລະ​ກົດ 2016.

ການ​ໂຈມ​ຕີ​ທາ​ງ​ອາ​ກາດ ໃນ​ລີ​ເບຍ ຂອງ​ສະ​ຫະ​ລັດ ນັ້ນ ໄດ້​ສັງ​ຫານ ພວກ​ນັກ​ລົບ​ຂອງ
​ກຸ່ມ​ລັດ​ອິ​ສ​ລາມ 7 ຄົນ ອີງ​ຕາ​ມ​ລາຍ​ງານ​ຂອງ ກອງ​ບັນ​ຊາ​ການ ກຳ​ລັງ​ ສະ​ຫະລັດ ໃນ
​ເຂດ​ອາ​ຟ​ຣິ​ກາ ຫຼື AFRICOM.

ມັນ​ເປັນ​ກາ​ນ​ໂຈມ​ຕີ​ທາງ​ອາ​ກາດ ​ຄັ້ງ​ທີສີ່ຂອງ​ສ​ະ​ຫະ​ລັດ ພາຍ​ໃນ​ເດືອນນີ້ ຕໍ່​ກຸ່ມກໍ່​ການ
​ຮ້າຍ​ດັ່ງ​ກ່າວ ຢູ່​ໃນເມືອງ ເມີ​ຊຸກ (Murzuq) ຕັ້ງ​ຢູ່ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ປະ​ເທ​ດ
​ລີ​ເບຍ.

ການ​ໂຈມ​ຕີ​ທາງ​ອາ​ກາດບັ້ນ​ນຶ່ງ ເມື່ອ​ສັບ​ປະ​ດາ​ແລ້ວນີ້ ໄດ້​ສັງ​ຫານ​ພວກ​ຫົວ​ຮຸນ​ແຮງ
ລັດ​ອິ​ສ​ລາມ ຈຳ​ນວນ 17 ຄົນ ແລະ ອີກ 11 ຄົນ ກໍ​ໄດ້​ຖືກ​ຂ້າ​ຕາຍ ອີງ​ຕາມ​ລາຍ​ງານ
​ຂອງ AFRICOM. ແລະການ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ວັນ​ທີ 19 ກັນ​ຍາ ​ກໍໄດ້​ສັງ​ຫານ​
ພວກຫົວ​ຮຸນ​ແຮງ ລັດ​ອິ​ສ​ລາມ 8 ຄົນ.

​ການ​ໂຈມ​ຕີ​ດັ່ງ​ກ່າວ ໄດ້​ຖືກ​ປະ​ຕິ​ບັດ​ການ ໂດຍ​ການ​ປະ​ສານ​ງານ​ກັບ ລັດ​ຖະ​ບານ​ແຫ່ງ
​ຊາດຂອງ​ລີ​ເບຍ ເພື່ອຫລຸດ “​ປະ​ສິດ​ທິ​ພາບ ແລະຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ກາ​ນ
​ຕໍ່​ຕ້ານ​ປະ​ຊາ​ຊົນ​ລີ​ເບຍ” ​ຂອງ​ກຸ່ມ​ລັດ​ອິ​ສ ດັ່ງ​ທີ່ ພົນ​ຕີ​ກອງ​ທັບ​ບົກ​ສະ​ຫະ​ລັດ ວີ​ລ​ລ້ຽມ
ເກ​ເລີ ຜູ້​ບັນ​ຊາ​ການ​ດ້ານ​ປະ​ຕິ​ບັດການ​ ປະ​ຈຳ AFRICOM ໄດ້​ກ່າວ​ໄປ​ນັ້ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກ່າວ​ວ່າ ສະ​ຖາ​ນະ​ການ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ຊຸດ​ໂຊມ​ລົງ
ໃນ​ລີ​ເບຍ ໄດ້​ອຳ​ນວຍ​ໃຫ້​ພວກ​ຫົວ​ຮຸນ​ແຮງ ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ
ຂະ​ຫຍາຍ​ການ​ມີ​ໜ້າ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ບໍ​ລິ​ເວນ​ທະ​ເລ​ຊາຍ ທີ່​ຂາດ​ການ​ປົກ​ຄອງ​
ຢູ່ທາງ​ພາກ​ໃຕ້​ຂອງ​ປະ​ເທດ.

ສ່ວນ​ພວກ​ທະ​ຫານ​ຢູ່​ໃນ​ສັງ​ກັດ​ຂອງ​ລັດ​ຖະ​ບານ​ແຫ່ງ​ຊາດ​ຂອງ​ບີ​ເບຍ ໄດ້​ທຳ​ການ​ສູ້​ລົບ
ກັບ​ກອງ​ກຳ​ລັງ​ທີ່​ນຳ​ພາ​ໂດຍ ຈອມ​ຜະ​ເດັດ​ການ ຄາ​ລີ​ຟາ ຮັ​ຟ​ຕາ ຊຶ່ງ​ເປັນ​ຜູ້​ບັນ​ຊາ​ການ
ຂອງກອງ​ທັບ​ແຫ່ງ​ຊາດ​ຂອງ​ລີ​ເບຍ. ການ​ສູ້​ລົບ​ກັນ​ນັ້ນ ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ​ຮ້ອຍ
​ຄົນ ຢູ່​ໃນ​ນະ​ຄອນຫຼວງ ​ຕ​ຣີ​ໂປ​ລີ ແລະ​ໃນຫົວ​ເມືອງ​ໃຫຍ່​ຕ່າງໆ​ຢູ່​ໃກ້​ຄຽງ ແລະເມືອງ​
ນ້ອຍ ລົ້ມຫາຍ​ຕາຍ​ຈາກ​ໄປ.

ໃນ​ສອງ​ສາມ​ເດືອນ​ມໍ່ໆ​ມານີ້ ກຸ່ມ​ລັດ​ອິ​ສ​ລາມ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ສຳ​ລັບ
ການ​ໂຈມ​ຕີທີ່​ຮ້າຍ​ແຮງ​ເຖິງ​ແກ່​ຊີ​ວິດ ຕໍ່​ພວກ​ພົນ​ລະ​ເຮືອນ​ຊາວ​ລີ​ເບຍ ແລະ​ພວກ​ກຳ​ລັງ
​ທະ​ຫານ​ ນັ້ນ.

ແຕ່​ໃນ​ຂະ​ນະ​ທີ່ ກຸ່ມ​ລັດ​ອິ​ສ​ລາມ ໄດ້ມີ​ຄວາມ​ກ້າ​ຫານເພີ້ມ​ຂຶ້ນ ​ກໍຍ້ອນ​ຄວາມ​ວຸ້ນ​ວາຍ​
ທາງ​ດ້ານ​ການ​ເມືອງ​ໃນ​ປັດ​ຈຸ​ບັນ ຢູ່​ໃນ​ລີ​ເບຍ ອີງ​ຕາ​ມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່
​ສ​ະ​ຫະ​ລັດ ຕໍ່​ອົງ​ການ​ຂ່າວ​ວີ​ໂອ​ເອ ແລະ​ວ່າ ພວກ​ເຂົາ​ເຈົ້າ ໄດ້ເປີດ​ຕົວ​ພວກ​ເຂົາ​ເຈົ້າ​ເອງ
​ຈຶ່ງ​ເຮັດໃຫ້ຕົກ​ເປັນ​ເປົ້າ​ໝາຍ ຕໍ່​ການ​ໂຈມ​ຕີ​ໄດ້​ຢ່າງ​ງ່າຍ​ດາຍ.

ລາຍ​ງານ​ບາງ​ສ່ວນ​ກ່າວ​ວ່າ ​ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ປະ​ມານ ລະ​ຫວ່າງ 500
ຫາ 750 ຄົນ ແມ່ນ​ກຳ​ລັງ​ເຄື່ອນ​ໄຫວ​ຢູ່​ໃນ​ລີ​ເບຍ ໃນ​ປັດ​ຈຸ​ບັນ​ນີ້ ແຕ່​ບັນ​ດາ​ນັກ​ຊ່ຽວ​ຊານ
ຄຶດ​ວ່າ ຕົວ​ເລກນັ້ນ ແມ່ນ​ສູງກວ່າ ​ອັນທີ່​ໄດ້​ຖືກ​ລາຍ​ງານ​ໄປ ວ່າ ເປັນ​ນັກ​ລົບ​ຈາກ​ຕ່າງ
​ປະ​ເທດ ​ທີ່ສືບ​ຕໍ່​ຫລົບ​ໜີ​ອອກ​ມາ​ຈາກ​ຊີ​ເຣຍນັ້ນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG