ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະ​ຫະລັດກັບ ເກົາຫຼີ​ເໜ​ືອ ໄດ້ຕົກ​ລົງກັນ ​ຈັດ ​ກອງ​ປະ​ຊຸມ​ ສຸດຍອດ​ຄັ້ງ​ທີສອງ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ຍົກ​ເອ​ກະ​ສານ​ທີ່​ທ່ານ ກັບ ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ໄດ້​ເຊັນ ຢູ່​ບ້ານ​ພັກ​ຕາກ​ອາ​ກາດ ຄາ​ແປ​ລ​ລາ, ເກາະ ເຊັນ​ໂຕ​ຊາ, ສິງ​ກາ​ໂປ. 12 ມິ​ຖຸ​ນາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ຍົກ​ເອ​ກະ​ສານ​ທີ່​ທ່ານ ກັບ ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ໄດ້​ເຊັນ ຢູ່​ບ້ານ​ພັກ​ຕາກ​ອາ​ກາດ ຄາ​ແປ​ລ​ລາ, ເກາະ ເຊັນ​ໂຕ​ຊາ, ສິງ​ກາ​ໂປ. 12 ມິ​ຖຸ​ນາ, 2018.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ແລະ ຜູ້​ນຳ ເກົາຫຼີ
ເໜືອ ທ່ານ ກິມ ຈົງ ອຶນ ໄດ້ຕົກລົງກັນວ່າ ຈະຈັດກອງປະຊຸມສຸດຍອດ ສະຫະລັດ-
ເກົາຫຼີເໜືອ ຄັ້ງທີສອງ “ໄວທີ່ສຸດເທົ່າທີ່ຈະເຮັດໄດ້.”

ອີງ​ຕາມ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ, ທ່ານ ພອມ​ພຽວ ກັບ ທ່ານ ກິມ “ໄດ້​ພາ​
ກັນເລືອກສະຖານທີ່ ແລະ ວັນທີຂອງກອງປະຊຸມຄັ້ງຕໍ່ໄປ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ນາງ ແຮ​ເດີ ນາວ​ເອີດ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​
ວານນີ້ວ່າ, “ລັດຖະມົນຕີ ພອມພຽວ ກັບປະທານ ກິມ ຍັງໄດ້ຕົກລົງທີ່ຈະຊີ້ນຳ ໃຫ້ກຸ່ມ
ຜູ້ຊ່ຽວຊານຂອງພວກເພິ່ນ ປະຊຸມກັນໃນໄວໆນີ້ ເພື່ອເລັ່ງລັດການປຶກສາຫາລື ກ່ຽວ
ກັບ ບັນຫາສຳຄັນທີ່ຍັງມີຢູ່ ເພື່ອແກ້ໄຂ ໃນຖະແຫຼງການຮ່ວມກອງປະຊຸມສຸດຍອດ
ສິງກະໂປ.”

ທ່ານ​ນາງ​ໄດ້​ກ່າວ​ຕື່ມ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ “ຫວັງ​ວ່າ​ຈະ​
ສືບຕໍ່ສ້າງຄວາມເຊື່ອຖື ທີ່ໄດ້ສ້າງຂຶ້ນກັບປະທານ ກິມແລ້ວ ໃນປະເທດ ສິງກະໂປ.”

ການ​ປະ​ກາດ​ໃນວັນ​ອາ​ທິດ​ວານນີ້ ໄດ້​ມີ​ຂຶ້ນບໍ່​ດົນ ຫຼັງ​ຈາກ​ທ່ານ ພອມ​ພຽວ ໄດ້​ເດີນ​
ທາງຮອດນະຄອນຫຼວງ ໂຊລ, ຕິດຕາມມາດ້ວຍການຢ້ຽມຢາມ ເກົາຫຼີ​ເໜືອ ຄັ້ງ​ທີ 4
ຂອງທ່ານ, ບ່ອນທີ່ທ່ານ ໄດ້ພົບປະກັບທ່ານ ກິມ.

ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ມູນ ແຈ ອິນ ໄດ້​ກ່າວ​ຂອບ​ໃຈ​ທ່ານ ພອມ​ພຽວ ສຳ​ລັບ​
ການຢ້ຽມຢາມຂອງທ່ານ ແລະ ໄດ້ອວຍພອນທ່ານ ສຳລັບໂອກາດຂອງກອງປະຊຸມ
ສຸດຍອດທີ່ໃກ້ຈະມາເຖິງນີ້. ຜູ້ນຳທັງສອງທ່ານໃຫ້ໄດ້ພົບປະກັນ ເມື່ອເດືອນມິຖຸນາທີ່
ຜ່ານມາໃນປະເທດ ສິງກະໂປ.

ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາ​ມ​ໃນ ທວິດ​ເຕີ ໃນ​ຕອນ​ເຊົ້າ​ຂອງວັນ​ອາ​ທິດວານນີ້​ວ່າ ທ່ານ
ກິມ ກັບ ທ່ານ ພອມພຽວ “ໄດ້ມີການປະຊຸມທີ່ດີນຳກັນ.”

ທ່ານ​ໄດ້​ຂຽນ​ວ່າ “ໄດ້​ມີ​ຄວາມ​ກ້າວ​ໜ້າ​ ກ່ຽວ​ກັບ ຂໍ້​ຕົກ​ລົງ​ກອງ​ປະ​ຊຸມ​ສຸດຍອດ ສິງ​ກະ​
ໂປ. ຂ້າພະເຈົ້າຫວັງວ່າຈະໄດ້ພົບປະທານ ກິມ ອີກຄັ້ງນຶ່ງໃນອະນາຄົດອັນໃກ້ນີ້.”

South Korea says U.S. Secretary of State Mike Pompeo and North Korean President Kim Jong Un have agreed arrange a second U.S.-North Korea summit "as soon as possible.

The announcement Sunday came shortly after Pompeo arrived in Seoul, following his fourth visit to North Korea, where he met with Kim.

Pompeo said the United States and North Korea had agreed to continue talks to determine a specific date and location for the next summit between Kim and Trump, according to a statement from South Korean President Moon Jae-In's office.

Moon thanked Pompeo for his visit and expressed his well-wishes for the potential upcoming summit. The two leaders last met in Singapore in June.

Trump tweeted Sunday morning that Kim and Pompeo "had a good meeting".

"Progress made on Singapore Summit Agreements! I look forward to seeing Chairman Kim again, in the near future," he wrote.

XS
SM
MD
LG