ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍັງ​ມີ​ຫລາຍ​ຢ່າງ ທີ່ຈະ​ຕ້ອງ​ໄດ້​ເຮັດ​ ກ່ອນ​ຈະ​ມີ​ກອງ​ປະ​ຊຸມ​ສຸດຍອດ ລະ​ຫວ່າງ ສ​ຫລ ກັບ ເກົາ​ຫລີ​ເໜືອ​ຄັ້ງ ​ທີ 2


ທ່ານ ສ​ເຕັບ​ເຟັນ ບາຍ​ກັນ (Stephen Biegun), ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ​ກ່ຽວ​ກັບ​ເກົາ​ຫລີ​ເໜືອ ພົບ​ປະກັບຫົວໜ້າ​ຝ່າຍ​ຮັກສາ​ຄວາມ​ໝັ້ນ​ຄົງແຫ່ງ​ຊາດເກົາ​ຫລີ​ໃຕ້, ທ່ານ Chung Eui-yong ຢູ່​ນະ​ຄອນ​ໂຊ​ລ ຂອງ​ເກົາ​ຫລີ​ໃຕ້ ໃນ​ວ​ັນ​ທີ 4 ກຸມ​ພາ 2019.
ທ່ານ ສ​ເຕັບ​ເຟັນ ບາຍ​ກັນ (Stephen Biegun), ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ​ກ່ຽວ​ກັບ​ເກົາ​ຫລີ​ເໜືອ ພົບ​ປະກັບຫົວໜ້າ​ຝ່າຍ​ຮັກສາ​ຄວາມ​ໝັ້ນ​ຄົງແຫ່ງ​ຊາດເກົາ​ຫລີ​ໃຕ້, ທ່ານ Chung Eui-yong ຢູ່​ນະ​ຄອນ​ໂຊ​ລ ຂອງ​ເກົາ​ຫລີ​ໃຕ້ ໃນ​ວ​ັນ​ທີ 4 ກຸມ​ພາ 2019.

ທ່ານ ສ​ເຕັບ​ເຟັນ ບາຍ​ກັນ (Stephen Biegun), ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ​ກ່ຽວ​ກັບ​ເກົາ​ຫລີ​ເໜືອ ເອີ້ນ​ການ​ພົບ​ປະ​ຂອງ​ທ່ານ​ເມື່ອ ມໍ່ໆ​ມານີ້ ຢູ່​ໃນ​ນະ​ຄອນ​ພຽງ​ຢາງວ່າ ເປັນ​ການ​ພົບ​ປະ​ທີ່ "ມີ​ປະ​ສິດ​ທິ​ຜົນ​ດີ" ກ່ອນ​ຈະ​ມີ​ການ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 2 ລະ​ຫວ່າງປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳຂອງ​ສະ​ຫະ​ລັດ ກັບຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ ກິມ ຈົງ​ອຶນ ຂຶ້ນ ແຕ່ວ່າ​ກໍ​ໄດ້​ໃຫ້​ຄຳ​ເຫັນ​ວ່າ ຍັງ​ມີ​ຫລາຍ​ຢ່າງ ທີ່ຈະ​ຕ້ອງ​ໄດ້​ເຮັດ​ຢູ່.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ​ຍັງ​ໄດ້​ກ່າວ​ວ່າ ທ່ານ​ບາຍ​ກັນ (Biegun) ໄດ້​ຕົກ​ລົງ​ທີ່​ຈະ​ພົບ​ປະກັບ​ທ່ານ ກິມ ຮີ​ຢົກ ໂຈ​ລ (Kim Hyok Chol), ຄູ່​ຕຳ​ແໜ່ງ​ຂອງ​ທ່ານອີກ​ຢ່າງ​ໜ້ອຍ​ເທື່ອ​ນຶ່ງ ກ່ອນໜ້າ​ກອງ​ປະ​ຊຸມ​ສຸດຍອດ​ ທີ່​ຈະ​ຈັດຈັດ​ຂຶ້ນໃນ​ວັນ​ທີ 27-28 ກຸມ​ພາ​ຈະ​ມາ​ເຖິງນີ້ ຢູ່​ນະ​ຄອນ​ຫລວງ​ຮາ​ໂນ່ຍ​ຂອງ​ຫວຽດ​ນາມ.

ທ່ານ ກິມ ຈູນ-ຢຸງ, ອາ​ຈານ​ສອນ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລຮານ​ດົງ
(Handong), ພະ​ແນກ​ສຶກ​ສາ​ການ​ພົວ​ພັນ​ສາ​ກົນ ແມ່ນບໍ່​ມີ​ຄວາມ​ປະ​ຫລາດ​ໃຈ​ແຕ່ຢ່າງ​ໃດ​ເລີຍ​ທີ່​ຈະ​ມີ​ກອງ​ປະ​ຊຸມ​ຈັດ​ຂຶ້ນ​ອີກ, ໂດຍ​ເອີ້ນ​ກອງ​ປະ​ຊຸມ​ທີ່​ພຽງ​ຢາງວ່າ ເປັນກອງ​ປະ​ຊຸມ "ຂອງ​ຄົນໃນ​ລະ​ດັບ​ປະ​ຕິ​ບັດ​ການ​ທີ່​ເໝາະ​ສົມທີ່​ຢູ່​ໃນ​ຂັ້ນ​ຕົ້ນໆ."

ອາ​ຈານ ກິມ ຈູນ-ຢຸງ ກ່າວ​ວ່າ “ຝ່າຍ​ອາ​ເມ​ຣິ​ກາ ໄດ້​ຂໍ​ໃຫ້​ເກົາ​ຫລີ​ເໜືອຈັດ​ກອງ​ປະ​ຊຸມ​ໃນ​ລະ​ດັບ ​ປະ​ຕິ​ບັດ​ການ​ຮ່ວມ​ກັນ​ ​ຢູ່​ຕະ​ຫລອດມາ​; ແຕ່​ວ່າບໍ່​ມີ​ກອງ​ປະ​ຊຸມນັ້ນຈັດ​ຂຶ້ນຈົນ​ກວ່າ​ວ່າ ຈະມີ​ການ​ໄປ​ຢ້ຽມ​ຢາມ​ສະ​ຫະ​ລັດ​ຂອງ​ທ່ານ ກິມ ຢົງ ໂຈ​ລ ໃນ​ປີ​ກາຍນີ້. ເພາະ​ສະ​ນັ້ນ, ອັນ​ນີ້​ເປັນ ກອງ​ປະ​ຊຸມ​ໃນ​ລະ​ດັບ​ປະ​ຕິ​ບັດ​ການຮ່ວ​ມກັນ​ຄັ້ງ​ທຳ​ອິດ ລະ​ຫວ່າງ​ສອງ​ຝ່າຍ.”

"ພວກ​ເຮົາ​ບໍ່​ຮູ້​ວ່າ ມັນ​ຈະ​ກ້າວ​ໄປ​ເຖິງ​ຂັ້ນ​ໃດ​ກັນ​ແທ້. ແຕ່​ພວກ​ເຮົາ​ກຳ​ລັງ​ຢູ່​ທ່າມ​ກາງ​ການ​ສົນ​ທະ​ນາ​ກັບ​ເກົາ​ຫລີ​ເໜືອ. ແລະ​ການ​ສົນ​ທະ​ນາ​ຫາ​ລື​ຂອງ​ພວກ​ເຮົາ ແມ່ນ​ມີ​ປະ​ສິດ​ທິ​ຜົນດີ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ Biegun ໃນ​ຂະ​ນະ​ທີ່​ທ່າ​ນ​ພົບ​ປະກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ເກົາ​ຫລີ​ໃຕ້, ທ່ານ ຄາງ ຮ​ຢິງ ຫວາ (Kang Hyung-wha) ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ພາຍ​ຫລັງ​ທີ່​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ ກິມ ຮີ​ຢົກ ໂຈ​ລ (Kim Hyok Chol), ຄູ່​ຕຳ​ແໜ່ງ​ຂອງ​ທ່ານ​ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາ 3 ວັນແລ້ວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG