ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາວັກຊີນ ກັນໂຄວິດ-19 ອີກຊະນິດນຶ່ງ ໃຫ້ຄວາມຫວັງ ທີ່ຈະໃຊ້ໄດ້ຜົນ


ຮູບພາບແກ້ວຢາທີ່ຂຽນວ່າ ວັກຊີນ ຂອງບໍລິສັດເພຊັດຊະກຳ AstraZeneca ເມື່ອວັນທີ 9 ກັນຍາ 2020.
ຮູບພາບແກ້ວຢາທີ່ຂຽນວ່າ ວັກຊີນ ຂອງບໍລິສັດເພຊັດຊະກຳ AstraZeneca ເມື່ອວັນທີ 9 ກັນຍາ 2020.

ວັນພະຫັດວານນີ້ ໄດ້ມີຂ່າວດີຕື່ມອີກ ຈາກຄວາມພະຍາຍາມຢູ່ໃນທົ່ວໂລກ ເພື່ອ ຜະລິດ
ຢາວັກຊີນ ທີ່ມີຄວາມປອດໄພ ແລະມີປະສິດທິຜົນ ຕ້ານໄວຣັສໂຄໂຣນາ ທີ່ກໍ່ໃຫ້ເກີດ
ພະຍາດໂຄວິດ-19.

ລາຍງານສະບັບນຶ່ງ ທີ່ໄດ້ພິມເຜີຍແຜ່ຢູ່ໃນວາລະສານການແພດທີ່ມີຊື່ສຽງ The Lancet
ກ່າວວ່າ ໂອກາດໃນການພັດທະນາຢາວັກຊີນຂອງບໍລິສັດເພຊັດຊະກໍາ ຍັກໃຫຍ່ອັງກິດ
ອາສຕຣາເຊເນກາ (AstraZeneca) ໃນການຮ່ວມມືກັບມະຫາວິທະຍາໄລອອກສ໌ຟອດ
(Oxford) ນັ້ນ ແມ່ນເປັນທີ່ປອດໄພແລະຜະລິດພູມຕ້ານທານ ທີ່ເຂັ້ມແຂງເພື່ອຕອບໂຕ້ຢູ່ບັນ
ດາຜູ້ເຂົ້າຮ່ວມການທົດລອງທັງໜຸ່ມແລະມີອາຍຸສູງ.

ຢາວັກຊີນທີ່ໃຊ້ສອງໂດສ ໄດ້ສັກໃຫ້ບັນດາຜູ້ໃຫຍ່ອາສາສະໝັກ ທີ່ມີສຸຂະພາບດີ 580
ຄົນ ຢູ່ໃນການທົດລອງຂັ້ນທີສອງ ພ້ອມດ້ວຍອາສາສະໝັກ 240 ຄົນ ທີ່ມີອາຍຸ 70 ປີ
ແລະແກ່ກວ່ານັ້ນ. ດຣ. ມາເຮຊີ ຣາມາຊາມີ (Maheshi Ramasamy) ນັກຄົ້ນຄວ້າ
ຢູ່ມະຫາວິທະຍາໄລອອກສ໌ຟອດ ແລະຄູ່ຮ່ວມງານໃນການສຶກ ສາຄົ້ນຄວ້າ ໄດ້ອະທິ
ບາຍເຖິງ ພູມຕ້ານຮ່າງກາຍ ແລະ T-cell ທີ່ສະໜອງຕອບ ໃນບັນດາອາສາສະໝັກທີ່
ມີອາຍຸແກ່ກວ່າວ່າ “ແຂງແຮງ.”

ພະຍາດໂຄວິດ-19 ມີຄວາມສ່ຽງຫຼາຍສຸດຕໍ່ພວກຜູ້ໃຫຍ່ທີີມີອາຍຸແກ່ແລ້ວແລະຄົນ ທີ່
ມີບັນຫາດ້ານສຸຂະພາບຢູ່ແລ້ວນັ້ນ. “ພວກເຮົາຫວັງວ່າ ນີ້ໝາຍເຖິງຢາວັກຊີນ ຂອງ
ພວກເຮົາຈະຊ່ວຍປ້ອງກັນ ຄົນທີ່ຢູ່ໃນອັນຕະລາຍຈຳນວນນຶ່ງໃນສັງຄົມ” ນັ້ນ ຄືຄຳ
ເວົ້າຂອງ ດຣ. ຣາມາຊາມີ ທີ່ໄດ້ກ່າວໄວ້ ແຕ່ທ່ານໄດ້ໃຫ້ຂໍ້ສັງເກດວ່າ ການ ຄົ້ນຄວ້າ
ເພີ້ມຕື່ມຍັງມີຄວາມຈຳເປັນຢູ່. ປັດຈຸບັນນີ້ ຢາວັກຊິນກຳລັງຢູ່ໃນການທົດ ລອງຂັ້ນ
ສຸດທ້າຍ ໃນທົ່ວໂລກ ເພື່ອພິສູດໃຫ້ເຫັນວ່າ ມີຄວາມປອດໄພທີ່ແນ່ນອນ ແລະໄດ້ຜົນ.

ຂໍ້ມູນຈາກການທົດລອງຂັ້ນທີສອງຂອງມະຫາວິທະຍາໄລ Oxford ແລະບໍລິສັດ
AstraZeneca ມີຂຶ້ນໃນຂະນະທີ່ບໍລິສັດເພຊັດຊະກຳຢູ່ໃນສະຫະລັດ 2 ບໍລິສັດລາຍ
ງານວ່າ ຢາວັກຊິນກັນໂຄວິດ-19 ຂອງເຂົາເຈົ້ານັ້ນ ໄດ້ຜົນຫຼາຍກວ່າ 90 ເປີເຊັນ
ສຳລັບຕໍ່ຕ້ານໄວຣັສ. ບໍລິສັດ Pfizer ໄດ້ປະກາດໃນວັນພຸດຜ່ານມານີ້ ວ່າ ຕົນຈະຊອກ
ຫາຊ່ອງທາງ ເພື່ອໃຫ້ມີການນຳໃຊ້ສຸກເສີນ ຢາວັກຊີນທີ່ຕົນໄດ້ ພັດທະນາມຮ່ວມມືກັບ
ບໍລິສັດເຢຍຣະມັນ BioNTec. ບໍລິສັດ Moderna ກໍໄດ້ ປະກາດໃນຕົ້ນອາທິດນີ້ວ່າ
ຢາວັກຊີນຂອງຕົນ ໄດ້ຜົນ 95 ເປີເຊັນ ຫຼັງຈາກໄດ້ ຜ່ານການວິເຄາະຄົ້ນຄວ້າຂັ້ນ
ຫລ້າສຸດ.

ຄວາມຄືບໜ້າທີ່ເຫັນຈະແຈ້ງກ່ຽວກັບຢາວັກຊິນກັນໂຄວິດ-19 ມີຂຶ້ນໃນຂະນະທີ່ຫຼາຍ
ປະເທດໄດ້ອອກມາດຕະການຈຳກັດຮັດແຄບບຢ່າງເຄັ່ງຄັດຄືນໃໝ່ເພື່ອຮັບມືກັບຄື້ນ
ຟອງຫົວໃໝ່ຂອງໂຄວິດ-19.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG