ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດເຫດລະເບີດ ຄັ້ງໃໝ່ອີກ ຢູ່ໂຮງງານເຄມີ ໃນປະເທດ ຈີນ


ເກີດເຫດລະເບີດຄັ້ງໃໝ່ອີກ ຢູ່ໂຮງງານເຄມີ ເມືອງ Dongying ໃນແຂວງ Shandong ທາງພາກຕາເວັນອອກຂອງປະເທດຈີນ.
ເກີດເຫດລະເບີດຄັ້ງໃໝ່ອີກ ຢູ່ໂຮງງານເຄມີ ເມືອງ Dongying ໃນແຂວງ Shandong ທາງພາກຕາເວັນອອກຂອງປະເທດຈີນ.

ເກີດເຫດ​ລະ​ເບີດ​ ​ຢູ່ທີ່ໂຮງງານ​ເຄມີແຫ່ງ​ນຶ່ງ ​ໃນ​ພາກ​ຕາ​ເວັນ
​ອອກ​ ຂອງປະ​ເທດ​ຈີນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍນຶ່ງ​ຄົນ
ອີງ​ຕາມ​ສື່ມວນຊົນຂອງ​ລັດ ຖະບານ ຊຶ່ງເປັນ​ເຫດລະ​ເບີດ​ທີ່
ຮ້າຍ​ແຮງເທື່ອຫລ້າ​ສຸດ​ຢູ່ສາງເກັບເຄື່ອງ ທີ່ມີມາເປັນລຳດັບ
ຊຶ່ງໄດ້​ພາໃຫ້ມີຄຳ​ຖາມ​ກ່ຽວ​ກັບ​ກົດ​ລະບຽບ​ດ້ານຄວາມ​ປອດ​
ໄພ​ທີ່​ບໍ່​ພຽງພໍ.

ຮູບ​ພາບ​ທີ່​ເຫັນ​ຢູ່ໃນ​ໜ້າ​ຕາໜ່າງສື່ສັງຄົມສະ​ແດງ​ໃຫ້​ເຫັນວ່າ
​ແປວໄຟ​ຂະໜາດ ໃຫຍ່​ໄດ້ພຸ່ງຂຶ້ນສູ່ທ້ອງຟ້າ ໃນອັນ​ທີ່​ປາ​ກົດ​
ວ່າ ​ເປັນ​ເຂດ​ອຸດສາຫະກຳຢູ່​ໃນ​ເມືອງ Dongying ​ທີ່ຕັ້ງ​ຢູ່
ໃນແຂວງ Shangdong ​ທາງພາກ​ຕາ​ເວັນ​ອອກ​ຂອງຈີນໃນ
​ຕອນ​ແລງ​ວັນ​ຈັນ​ວານ​ນີ້.

​ເວັບ​ໄຊ​ທ໌ຂ່າວແຫ່ງ​ນຶ່ງ ຂອງ​ລັດຖະບານ​ທ້ອງ​ຖິ່ນ ລາຍ​ງານ​ວ່າ ເຫດ​ລະ​ເບີດເກີດ​ຂື້ນ​ຢູ່ທີ່
ໂຮງງານ​ເຄມີ Shangdong Binyuan​. ລາຍ​ງານ​ແຈ້ງວ່າໄຟ​ໄດ້​ຖືກ​ມອດ​ລົງ ​ໃນ​ເວລາ
​ຫ້າ​ຊົ່ວ​ໂມງ​ຕໍ່​ມາ.

​ອົງການຂ່າວດັ່ງກ່າວ ຍັງແຈ້ງໃຫ້ຊາບຕື່ມວ່າ ບັນດາ​ຜູ້​ບໍລິຫານ ຂອງບໍລິສັດ​ຫລາຍ​ຄົນ
​ໄດ້​ຖືກ​ກັກ​ຂັງ ​ແລະ​ສາ​ເຫດ​ຂອງ​ໄຟ​ໄໝ້​ຍັງ​ຢູ່​ພາຍໃຕ້​ການ​ສືບສວນ.

ອຸບັດ​ເຫດນີ້​ເກີ​ດຂື້ນ​ບໍ່ຮອດ​ເດືອນ ຫລັງ​ຈາກ​ໄດ້​ເກີດເຫດລະ​ເບີດ​ທີ່​ໃຫຍ່​ກວ່າທີ່ເຮັດ​ໃຫ້
158 ຄົນ​ເສຍ​ຊີວິດຢູ່​ທີ່ສາງ​ເກັບ​ສານ​ເຄມີທີ່ເມືອງ​ທ່າ Tianjin ໃນ ພາກເໜືອຂອງຈີນ.
ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ໄດ້​ກັກ​ຂັງພວກພະນັກງານຂອງບໍລິ ສັດ 12 ຄົນ ແລະ​ເຈົ້າ​ໜ້າ​ທີ່
​ລັດຖະບານ 11 ຄົນ ໃນ​ການ​ສືບສວນດັ່ງກ່າວ.

XS
SM
MD
LG