ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກ​ລົດ​ເມ​ແລະ​ລົດ​ໂຮງໝໍ ພ້ອມທີ່​ຈະ​ຍົກ​ຍ້າຍຜູ້​ຄົນ​ອອກ​ຈາກ ນະຄອນ Aleppo


Syria Aleppo Evaccuations
please wait

No media source currently available

0:00 0:02:41 0:00

ພວກ​ລົດ​ເມ​ແລະ​ລົດ​ພະຍາບານ ​ແມ່ນ​ພ້ອມ​ແລ້ວ ທີ່​ຈະ​ຍົກ​ຍ້າຍຜູ້​ຄົນ​ອອກ​ຈາກ​ທີ່​ໝັ້ນ
ບ່ອນສຸດ​ທ້າຍຂອງພວກຝ່າຍ​ຄ້ານ ​ໃນ​ຂົງ​ເຂດ​ນະຄອນ Aleppo ​ໃນ​ຊິ​ເຣຍ ​ໃນ​ວັນ​ພະຫັດ
ມື້​ນີ້ ​ແຕ່ວ່າ ​ໃນ​ມື້​ທີ 2 ນີ້ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ນັ້ນ​ ແມ່ນ​ເອົາ​ແນ່​ບໍ່​ໄດ້ ກ່ຽວ​ກັບ​ວ່າ ​ແຜນການ​ທີ່​ວ່າ​ນີ້ ຈະ​ດຳ​ເນີນ​ຢູ່​ຕໍ່ໄ​ປໄດ້ຫຼືບໍ່.

ພວກ​ທີ່​ຈຳ​ເປັນ ທາງ​ດ້ານ​ຢຸກຢາ ຮັກສາ​ບົວລະບັດ ​ແມ່ນ​ຈະ​ຖືກ​ສົ່ງ​ອອກ​ຈາກ​ພາກ​ຕາ​ເວັນ​ອອກ​ຂອງນະຄອນ Aleppo ຊຶ່ງ​ຝ່າຍ​ຄ້ານ ​ໄດ້​ຍຶດ​ເອົາ ​ໃນ​ປີ 2012. ພວກ​ພົນລະ​ເຮືອນ​ອື່ນໆ ​ແລະ​ພວກ​ນັກ​ຕໍ່​ສູ້​ຝ່າຍ​ຄ້ານ ຈະ​ຄ່ອຍ​ທະຍອຍ​ຕາມ​ໄປ.

ພວກ​ນັກ​ເຄື່ອນ​ໄຫວ ​ແລະ​ພວກ​ພະນັກງານ​ແພດ​ປະຈຳ​ທ້ອງ​ຖິ່ນ ​ໄດ້​ກ່າວ​ວ່າ ກອງ​ກຳລັງ
​ທີ່​ສະໜັບສະໜຸນ​ລັດຖະບານ ​ໄດ້​ຍິງ​ປືນ​ໃສ່ລົດ​ພະຍາບານ ທີ່​ພະຍາຍາມ​ອອກ​ຈາກ​ເຂດ
​ທີ່​ຍຶດໝັ້ນ​ຂອງ​ກຸ່ມ​ຝ່າຍ​ຄ້ານ ​ຍັງຜົນ​ໃຫ້​ມີ​ຜູ້​ຄົນ​ໄດ້​ຮັບ​ບາດ​ເຈັບ ຢ່າ​ງນ້ອຍ 3 ຄົນ​.

ຄວາມ​ຮຸນ​ແຮງ​ທີ່​ກັບ​ຄືນ​ມາໃໝ່ນີ້ ​ແມ່ນ​ສ່ວນ​ນຶ່ງ​ຂອງ​ເຫດຜົນ​ໃນ​ການ​ຍົກຍ້າຍ ຊຶ່ງ​ຖືກ
​ເລື່ອນ​ອອກ​ໄປ​ຈາກ​ແຜນທຳ​ອິດ​ໃນ​ວັນ​ພຸດ​ວານນີ້. ທັງ​ສອງ​ຝ່າຍ ທີ່​ບາດໝາງ​ກັນ ຕ່າງ​ກໍ່​ປະນາມ​ອີກ​ຝ່າ​ຍນຶ່ງ ທີ່​ລະ​ເມີດ​ຕໍ່​ກົດ​ລະບຽບ​ການ ທີ່​ທັງ ຣັດ​ເຊຍ ​ແລະ​ເທີ​ກີ ​ໄດ້​ປະ​ທະ​ກັນນັ້ນ.

ຜູ້ຍິງຊາວຊິເຣຍ ຈາກເຂດຄຸ້ມ al-Sukari ໄດ້ຖືກຊ່ອຍໄວ້ ໃນຂະນະທີ່ ກອງກຳລັງລັດຖະບານ ທີ່ຍຶດເອົາເຂດພາກເໜືອຂອງນະຄອນ Aleppo, 14 ທັນວາ, 2016
ຜູ້ຍິງຊາວຊິເຣຍ ຈາກເຂດຄຸ້ມ al-Sukari ໄດ້ຖືກຊ່ອຍໄວ້ ໃນຂະນະທີ່ ກອງກຳລັງລັດຖະບານ ທີ່ຍຶດເອົາເຂດພາກເໜືອຂອງນະຄອນ Aleppo, 14 ທັນວາ, 2016

ການ​ອອກ​ຈາກ​ເຂດ ນະຄອນ Aleppo ຄັ້ງ​ສຸດ​ທ້າຍ​ຈະ​ເປັນ​ຂີດ​ໝາຍ​ຂອງ​ການ​ໄດ້​ຮັບ​ໄຊຊະນະ​ຂອງ​ປະທານາທິບໍດີ​ຊິ​ເຣຍ Bashar al-Assad. ກອງ​ກຳລັງ​ຂອງ​ທ່ານໄດ້​ຜັກ​
ດັນ​ກອງ​ກຳລັງ​ທີ່​ໜຸນ​ຫຼັງ​ໂດຍຣັດ​ເຊຍ ທີ່​ຕໍ່ສູ້​ກັນ​ໃນ​ຮອບຫຼາຍໆ​ສັບປະດາ​ຜ່ານ​ມາ ​
ໃນ​ຂະນະ​ທີ່​ພວກ​ເຂົາຍຶດ​ເອົາ​ຫຼາຍໆ​ຂົງ​ເຂດ ຈາກ​ຝ່າຍ​ຄ້ານ.

​ໃນ​ການ​ຕໍ່ສູ້​ຫຼາຍໆ​ປີ ທີ່ລັດຖະບານ​ໄດ້​ຍຶດ​ເອົານະຄອນ Aleppo ​ໄດ້​ພາ​ໃຫ້​ບ້ານ​ເມືອງພັງ​ທະລາ​ຍລົງ ທີ່​ເປັນ​ສັນຍານ​ຕໍ່​ປະຊາ​ຄົມນາໆ​ຊາດ ​ແລະ​ອົງການ​ຊ່ອຍ​ເຫຼືອ​ຕ່າງໆ ກ່ຽວ​ກັບ​ປະຊາຊົນ​ຈຳ​ນວນຫຼາຍ​ພັນ​ຄົນ ທີ່​ຈຳ​ເປັນ​ທັງ​ອາຫານ​ແລະ​ຢຸກຢາ​ຕ່າງໆ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ພວກພົນລະເຮືອນພາກັນຕື່ີມນ້ຳໃສ່ຄຸ ທີ່ຢູ່ໃນເຂດ Aleppo, ຊິເຣຍ, 14 ທັນວາ, 2016.
ພວກພົນລະເຮືອນພາກັນຕື່ີມນ້ຳໃສ່ຄຸ ທີ່ຢູ່ໃນເຂດ Aleppo, ຊິເຣຍ, 14 ທັນວາ, 2016.

XS
SM
MD
LG