ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຄົນງານສະຫະລັດ ອີກ 1 ລ້ານ 5 ແສນຄົນ ຍັງຊອກຫາ ການຊ່ວຍເຫຼືອ


ລາຍງານວຽກງານ ແລະເສດຖະກິດ ຂອງສະຫະລັດ.
ລາຍງານວຽກງານ ແລະເສດຖະກິດ ຂອງສະຫະລັດ.

ຄົນງານສະຫະລັດອີກ 1 ລ້ານ 5 ແສນຄົນ ທີ່ຖືກຫວ່າງງານນັ້ນ ໄດ້ຍື່ນຄໍາຮ້ອງຂໍເງິນການຊ່ວຍເຫຼືອໃນອາທິດແລ້ວນີ້ ເປັນຈຳນວນຕໍ່າສຸດໃນຮອບສາມ ເດືອນ ທີ່ກະຊວງແຮງງານ
ໄດ້ລາຍງານໃນວັນພະຫັດວານນີ້ ໃນຂະນະທີ່ບັນ ດານາຍຈ້າງສະຫະລັດຫຼາຍຄົນ ເລີ້ມ
ເປີດທຸລະກິດຂອງເຂົາເຈົ້າຄືນຢ່າງຊ້າໆ ຫຼັງຈາກການແຜ່ລະບາດໄວຣັສໂຄໂຣນາໄດ້ບັງ
ຄັບໃຫ້ເຂົາເຈົ້າປິດກິດຈະການ ເຫລົ່ານັ້ນ.

ບັນດາແຮງງານທີ່ຊອກຫາການຊ່ວຍເຫຼືອ ບັດນີ້ ໄດ້ຫລຸດລົງເປັນອາທິດທີ 12 ຕິດຕໍ່ກັນ
ແຕ່ພວກເຈົ້າໜ້າທີ່ເສດຖະກິດສະຫະລັດທີ່ສຳຄັນໆພາກັນທຳນາຍວ່າ ການຟື້ນໂຕຄືນ
ຂອງປະເທດ ຈາກການແຜ່ລະບາດຂອງພະຍາດ ຈະໃຊ້ເວລາ ດົນນານອອກໄປຕື່ມຈົນ
ເຖິງປີ 2021.

ພວກຄົນງານທັງໝົດ 44 ລ້ານຄົນໄດ້ຍື່ນຄຳຮ້ອງຂໍການຊ່ວຍເຫຼືອເງິນຫວ່າງງານ ນັບແຕ່
ກາງເດືອນມີນາເປັນຕົ້ນມາ ຫຼາຍກວ່ານຶ່ງສ່ວນສີ່ຂອງຄົນງານສະ ຫະລັດ 164 ລ້ານ 6
ແສນຄົນ. ແຕ່ໂຕເລກພວກທີ່ໄດ້ຮັບເງິນຫວ່າງງານໃນ ປັດຈຸບັນໄດ້ຫລຸດລົງມາເປັນ 20
ລ້ານ 9 ແສນຄົນ ໃນຂະນະທີ່ເວລານີ້ ຄົນ ງານຫຼາຍລ້ານຄົນພາກັນກັບຄືນໄປເຮັດວຽກ
ຂອງເຂົາເຈົ້າ.

ອັດຕາການຫວ່າງງານທີ່ເປັນທາງການຂອງສະຫະລັດແມ່ນ 13.3 ເປີເຊັນ ໃນ ເດືອນພຶດ
ສະພາ ເຖິງແມ່ນວ່າພວກເຈົ້າໜ້າທີ່ກ່າວວ່າ ເວລາໄດ້ພົບເຫັນຄວາມ ຜິດພາດໃນການສຳ
ຫຼວດ ອັດຕາຄວນເປັນທັງໝົດ 14.6 ເປີເຊັນ.

ທະນາຄານລັດຖະບານກາງສະຫະລັດ ທຳນາຍໃນວັນພຸດທີ່ຜ່ານມາວ່າ ການ ຫວ່າງງານ
ຂອງສະຫະລັດຈະຫລຸດລົງມາ 9.3 ເປີເຊັນ ພາຍໃນທ້າຍປີນີ້ແລະ 6.5 ເປີເຊັນ ໃນທ້າຍປີ
2021 ຊຶ່ງເປັນຄວາມກ້າວໜ້າທີ່ດີກວ່າບັນດານັກເສດ ຖະສາດໄດ້ທຳນາຍໄວ້.

ປະທານທະນາຄານກາງສະຫະລັດ ທ່ານເຈີໂຣມ ພາວເວີ ໄດ້ຮັບຮູ້ເຖິງຄວາມ ຍາກລໍາ
ບາກການໃນຫວ່າງງານຂອງຊາວອາເມຣິການຫຼາຍລ້ານຄົນ.

ທ່ານກ່າວຢູ່ກອງປະຊຸມນັກຂ່າວວ່າ “ການຫວ່າງງານຍັງຄົງມີຢູ່ສູງເປັນປະຫວັດການ.
ການຫລຸດລົງຍັງບໍ່ສະເໝີພາບກັນ ສຳລັບຊາວອາເມຣິກັນທັງໝົດ. ການ ເພີ້ມຂຶ້ນໃນການ
ຫວ່າງງານແມ່ນຮ້າຍແຮງສຳລັບບັນດາຄົນງານທີ່ມີລາຍໄດ້ຕໍ່າ ພວກແມ່ຍິງອາເມຣິກັນ
ເຊື້ອສາຍອາຟຣິກາ ແລະສະແປນິສ.

ທະນາຄານກາງ ຢູ່ໃນກອງປະຊຸມນະໂຍບາຍສອງມຶ້ກ່າວວ່າ “ວິກິດການດ້ານ ສາທາລະ
ນະສຸກທີ່ຍັງດຳເນີນຢູ່ຕໍ່ໄປນັ້ນສ່ວນໃຫຍ່ແລ້ວຈະຂຶ້ນຢູ່ກັບກິດຈະການ ດ້ານເສດຖະກິດ
ວຽກງານ ແລະເງິນເຟິ້ ໃນໄລຍະສັ້ນ

ແລະອາດຈະມີຄວາມ ສ່ຽງ ຫຼາຍສົມຄວນ ຕໍ່ສະພາບເສດຖະກິດໃນອະນາຄົດໃນໄລຍະ
ປານກາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG