ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບໍລິຫານສູງສຸດ ຂອງຮົງກົງ ຖືກກ່າວຫາວ່າ ກິນສິນບົນ


ຜູ້ບໍລິຫານສູງສຸດຂອງຮົງກົງ ທ່ານ Leung Chun-ying
ຜູ້ບໍລິຫານສູງສຸດຂອງຮົງກົງ ທ່ານ Leung Chun-ying

ຜູ້ບໍລິຫານສູງສຸດຂອງຮົງກົງ ຜູ້ຊຶ່ງໄດ້ຖືກກົດດັນໃຫ້ລາອອກຈາກ
ຕຳແໜ່ງ ໂດຍພວກປະທ້ວງເພື່ອປະຊາທິປະໄຕນັ້ນ ກຳລັງປະເຊີນ
ກັບຂໍ້ຫາ ວ່າ​ທ່ານ​ໄດ້ຮັບເງິນສິນບົນ ທີ່​ບໍ່​ແຈ້ງ​ໃຫ້​ຊາບ ຈາກບໍລິສັດ
ນຶ່ງ​ຂອງອອສເຕຣເລຍ ໃນຂະນະທີ່ຢູ່​ໃນຕຳແໜ່ງນັ້ນ.

ອົງການ​ຂ່າວ Fairfax Media ຂອງອອສເຕຣເລຍ ລາຍງານວ່າ
ທ່ານ Leung Chun-ying ໄດ້ຮັບເງິນ ຈຳນວນ 6 ລ້ານ 4 ແສນ
ຈາກບໍລິສັດ ວິສະວະກຳ UGL ໃນປີ 2012 ແລະ 2013.
ເງິນດັ່ງກ່າວ​ແມ່ນກ່ຽວຂ້ອງກັບການຊື້ເອົາ ບໍລິສັດ DTZ ​
ໂດຍບໍລິສັດ UGL. ບໍລິສັດDTZ ​ແມ່ນ​ເປັນບໍລິສັດທີ່ປຶກສາ
ດ້ານອະສັງຫາລິມະສັບ ທີ່ທ່ານ Leungໄດ້ເຮັດວຽກນຳ ກ່ອນທີ່ທ່ານຈະຖືກເລືອກໃຫ້ເປັນ ຜູ້ບໍລິຫານສູງສຸດ ຂອງຮົງກົງ.

​ໃນ​ສັນຍາ​ຊື້​ຂາຍ​ນັ້ນ ບໍລິສັດ UGL ໄດ້ຕົກລົງ ຈ່າຍເງິນໃຫ້ທ່ານ Leung ​ເພື່ອບໍ່​ໃຫ້ ແຂ່ງຂັນ
ກັບເຂົາເຈົ້າ ແລະບໍລິສັດ UGL ຍັງໄດ້ໃຫ້ທ່ານ Leung ເປັນທີ່ປືກສາໃຫ້​ຕົນເປັນບາງ
ຄັ້ງຄາວ.

ຫ້ອງການຂອງທ່ານ Leung ຢືນການວ່າ ສັນຍາດັ່ງກ່າວນັ້ນແມ່ນ​ເຮັດ​ຕາມມາດຕະຖານ ການປະຕິບັດທາງທຸລະກິດ​ເທົ່າ​ນັ້ນ ຊຶ່ງມີຈຸດປະສົງ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ໃຫ້ທ່ານ Leung ເຂົ້າແຂ່ງຂັນ ຫຼືວ່າຈ້າງພະນັກງານ ຈາກບໍລິສັດ DTZ. ທາງຫ້ອງການຍັງກ່າວອີກວ່າ
ທ່ານ Leung ບໍ່ໄດ້ໃຫ້ບໍລິການຫຍັງເລີຍ​ແກ່ ບໍລິສັດ UGL ຫຼັງຈາກທີ່ທ່ານໄດ້ລົງນາມ ໃນສັນຍາທີ່ວ່ານີ້.

ລັດຖະບານຮົງກົງ ຍົກເລີກການເຈລະຈາ ກັບພວກປະທ້ວງ:

​ແຕ່​ຄຳ​ຖະ​ແຫລ​ງຂອງຜູ້ບໍລິຫານສູງສຸດຂອງຮົງກົງ ບໍ່ໄດ້ປະຕິເສດຕໍ່ການໄດ້ຮັບເງິນດັ່ງກ່າວ ແຕ່ຢືນຢັນວ່າ ກົດໝາຍຂອງຮົງກົງ ບໍ່ໄດ້ບັງຄັບໃຫ້ທ່ານ Leung ຕ້ອງລາຍງານ ກ່ຽວກັບ
ການຂໍ້ຕົກລົງທີ່ວ່ານີ້ ຊຶ່ງຄຳ​ຖະ​ແຫລ​ງ​ເວົ້າ​ວ່າ ເປັນເລື້ອງຄວາມ​ລັບ​ສ່ວນ​ຕົວ.

ແຕ່ວ່າສະມາຊິກສະພາຝ່າຍຄ້ານທັງຫຼາຍ ໄດ້ຮຽກຮ້ອງໃຫ້ມີການສືບສວນສອບສວນ ໂດຍກ່າວວ່າ ທ່ານ Leung ບໍ່ຄວນທີ່​ຈະ​ກຳ​ຕຳ​ແໜ່​ງຄວບ ຄື​ເປັນ​ທັງປຶກສາທາງ​ທຸລະ​ກິດ ແລະເປັນຜູ້ນຳສູງສຸດຂອງຂົງເຂດ ໃນເວລາດຽວກັນ.

ເບິ່ງວີດີໂອກ່ຽວກັບ ສະຖານະການຢູ່ຮົງກົງ ໃນວັນທີ 9 ຕຸລາ:

XS
SM
MD
LG