ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ບອກໃຫ້ ໜັງສືພິມ ນິວຢອກໄທມສ໌ ສົ່ງຊື່ ເຈົ້າໜ້າທີ່ ທີ່ບໍ່ປະສົງອອກນາມ ໃຫ້ ລັດຖະບານທ່ານ ໂດຍດ່ວນ


ປະທານາບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ຖາມ ພວກນັກຂ່າວ ໃຫ້ຟັງຄໍາຖາມຂອງທ່ານ ກ່ຽວກັບ ຜູ້ຂຽນບົດຄວາມເຫັນ ທີ່ບໍ່ປະສົງອອກນາມ ໃນ ໜັງສືພິມນິວຢອກໄທມສ໌ ຢູ່ຫ້ອງປະຊຸມ ໃນຫ້ອງການກໍ້າຕາເວັນອອກ ຂອງທໍານຽບຂາວ ພາຍຫລັງທ່ານໄດ້ຮຽກພວກຕໍາຫລວດ ປາມປາມຄົນຮ້າຍທົ່ວປະເທດ ເຂົ້າມາປະຊຸມໃນວັນທີ 5 ກັນຍາ, 2018
ປະທານາບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ຖາມ ພວກນັກຂ່າວ ໃຫ້ຟັງຄໍາຖາມຂອງທ່ານ ກ່ຽວກັບ ຜູ້ຂຽນບົດຄວາມເຫັນ ທີ່ບໍ່ປະສົງອອກນາມ ໃນ ໜັງສືພິມນິວຢອກໄທມສ໌ ຢູ່ຫ້ອງປະຊຸມ ໃນຫ້ອງການກໍ້າຕາເວັນອອກ ຂອງທໍານຽບຂາວ ພາຍຫລັງທ່ານໄດ້ຮຽກພວກຕໍາຫລວດ ປາມປາມຄົນຮ້າຍທົ່ວປະເທດ ເຂົ້າມາປະຊຸມໃນວັນທີ 5 ກັນຍາ, 2018

ປະທານາບໍດີສະຫະລັດ ທ່ານ ດໍໂນລ ທຣໍາ, ໂດຍການຂຽນຢູ່ໃນທວີດເຕີ ໃນຕອນ
ແລງວັນພຸດວານນີ້ ໄດ້ຮຽກຮ້ອງໃຫ້ໜັງສືພິມນິວຢອກໄທມສ໌ (New York Times)
ສົ່ງຊື່ເຈົ້າໜ້າທີ່ ທີ່ບໍ່ປະສົງອອກນາມນັ້ນ ໃຫ້ລັດຖະບານຂອງທ່ານ ໃນທັນທີ ທັນໃດ
ເພື່ອຈະເອົາໄປດໍາເນີນຄະດີ.

"ສິ່ງທີ່ເອີ້ນວ່າ 'ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ' ນັ້ນ ມີຕົວຕົນຈິງຫລືບໍ່ ຫລືວ່າມັນ
ເປັນພຽງເລື້ອງທີ່ໜັງສືພິມນິວຢອກໄທມສ໌ (New York Times) ທີ່ຫລົ້ມແຫລວໃຊ້
ເປັນແຫລ່ງຂ່າວ ທີ່ເສກສັນປັ້ນແຕ່ງຂຶ້ນມາ ອີກອັນນຶ່ງເທົ່ານັ້ນ?" ນັ້ນຄືຄໍາເວົ້າຂອງ
ທ່ານທຣຳ ທີ່ຂຽນຢູ່ໃນທວີດເຕີ. ທ່ານຂຽນເພີ້ມອີກວ່າ "ຖ້າຫາກຄົນບໍ່ປະສົງອອກ
ນາມທີ່ຂີ້ຂາດຕາຂາວນັ້ນ ມີຈິງແທ້ ໜັງສືພິມນິວຢອກໄທມສ໌ ຈະຕ້ອງສົ່ງໂຕຜູ້ກ່ຽວ
ໃຫ້ລັດຖະບານດຽວນີ້ໂລດ ເພື່ອຈຸດປະສົງໃນການຮັກສາຄວາມໝັ້ນຄົງແຫ່ງຊາດ!"

ຄໍາຮຽກຮ້ອງດັ່ງກ່າວ ມີຂຶ້ນໃນເວລາບໍ່ດົນພໍເທົ່າໃດ ພາຍຫລັງທີ່ທ່ານທຣໍາ ໄດ້ພິມຂໍ້
ຄວາມທີ່ໃຊ້ຄໍາເວົ້າຄໍາດຽວຢູ່ໃນທວີດເຕີວ່າ "TREASON?" ຊື່ງແປວ່າ ຂາຍຊາດ
ແມ່ນບໍ່?

ທ່ານປະທານາທິບໍດີ ແລະທໍານຽບຂາວມີປະຕິກິລິຍາໂຕ້ຕອບແບບບໍ່ພໍໃຈຢ່າງແຮງຕໍ່
ບົດຄວາມເຫັນ ທີ່ພິມຢູ່ໃນໜັງສືພິມນິວຢອກໄທມສ໌ ທີ່ໜັງສືພິມດັ່ງກ່າວບອກວ່າ ຂຽນ
ໂດຍເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານທ່ານທຣໍາທີ່ຢືນຢັນເຖິງອາລົມປັ່ນປ່ວນທີ່ຮ້າຍ
ແຮງທີ່ສຸດຂອງທ່ານທຣໍາ ມັກຈະຖືກລະງັບໃຫ້ງຽບລົງໂດຍພະນັກງານຂອງທ່ານເອງ
ຢູ່ເລື້ອຍໆ.

ທ່ານນາງຊາຣາ ແຊນເດີສ໌ ກ່າວໃນກອງປະຊຸມນັກຂາວໃນທໍານຽບຂາວໃນວັນທີ 7 ພຶດສະພາ, 2018
ທ່ານນາງຊາຣາ ແຊນເດີສ໌ ກ່າວໃນກອງປະຊຸມນັກຂາວໃນທໍານຽບຂາວໃນວັນທີ 7 ພຶດສະພາ, 2018

ມີການຖາມທ່ານທຣໍາ ກ່ຽວກັບບົດຄວາມດັ່ງກ່າວ ພາຍຫລັງທີ່ມີເຫດການເກີດຂຶ້ນ ຢູ່ຫ້ອງການກໍ້າຕາເວັນອອກຂອງທໍານຽບຂາວ ໂດຍເອີ້ນມັນວ່າ "ຂີ້ຂາດຕາຂາວ" ແລະກໍເລີ້ມທໍາການຕິຕຽນໜັງສືພິມດັ່ງກ່າວ ຢ່າງຍືດຍາວ.

ທ່ານປະທານາທິບໍດີບອກພວກນັກຂ່າວວ່າ "ພວກເຂົາບໍ່ມັກດໍໂນລ ທຣໍາແລະຂ້ອຍ
ກໍບໍ່ມັກພວກເຂົາ ເພາະວ່າພວກເຂົາເປັນພວກທີ່ບໍ່ມີຄວາມຊື່ສັດຫລາຍ."

ທ່ານໄດ້ກ່າວເຖິງ ຜູ້ຂຽນບົດຄວາມເຫັນນີ້ ວ່າ ເປັນຜູ້ນຶ່ງ "ທີ່ອາດຈະປະສົບກັບຄວາມ
ຫລົ້ມແຫລວ ແລະມາຢູ່ບ່ອນໜີ້ ຍ້ອນເຫດຜົນທີ່ຜິດທັງນັ້ນ."

ທ່ານທຣໍາ ໄດ້ມ້ວນທ້າຍຕອນຄໍ່າຂອງທ່ານລົງ ດ້ວຍການຂຽນຢູ່ໃນທວີດເຕີ ໂດຍປະ
ກາດວ່າ "ຂ້ອຍກໍາລັງກໍາຈັດນໍ້າເນົ່າອອກໄປ ແລະນໍ້າເນົ່ານັ້ນ ກໍາລັງພະຍາຍາມທີ່ຈະ
ຕໍ່ສູ້ຕ້ານຄືນ. ບໍ່ຕ້ອງເປັນຫ່ວງ, ພວກເຮົາຈະຊະນະ!"

ຜູ້ຂຽນບົດຄວາມດັ່ງກ່າວຢູ່ໃນໜັງສືພິມນິວຢອກໄທມສ໌ ເອີ້ນທ່ານທຣໍາວ່າ "ຂາດຄຸນ
ນະທໍາ," ພ້ອມທັງວ່າ "ໂດຍລວມແລ້ວ ທ່ານຕ້ານການຄ້າ ແລະຕ້ານການມີປະຊາ
ທິປະໄຕ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG