ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມປະຈໍາປີ ຂອງສະມັດຊາໃຫຍ່ ສປຊ ອັດລົງແລ້ວ (ວີດີໂອກັບສະໄລ໌)


ການ​ອະພິ​ປາຍ​ປະ​ຈໍາ​ປີ​ຂອງ​ສະມັດຊາ​
ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້ ສິ້ນ​ສຸດ​ລົງ​ເມື່ອ​ວັນ​ຈັນ​ຜ່າ​ນມາ
​ນີ້. ຄໍາ​ປາໄສ​ແລະກອງ​ປະຊຸມ​ຫຼາຍ​ບັ້ນ​ເປັນ ​ເວລາ​ນຶ່ງອາທິດ​ນັ້ນ
​ສ່ວນ​ໃຫຍ່ແມ່ນໄດ້​ສຸມ​ໃສ່ ​ບັນຫາ​ຕ່າງໆ​ໃນ​ຂົງ​ເຂດ​ຕາ​ເວັນອອກ​
ກາງແລະ​ອາຟຣິກາ ​ໂຮມ​ທັງ​ເລຶ່ອງສາສະໜາ​ອິສລາມ ຂໍ້​ຂັດ​ແຍ້​ງ
ກັນໃນ​ຊີ​ເຣຍ ​ໂຄງການ​ນີວ​ເຄຼຍຂອງອິຣ່ານ ​ແລະ​ຄວາມ​ພະຍາຍາມ​ເພື່ອ​ສົ່ງທະຫານ ​ໄປ​ຊ່ວຍ​ລັດຖະບານ​ປະ​ເທດ​ມາລີ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອບ​າມາ ​ໄດ້​ໃຊ້​ຄໍາ​ປາ​ໄສ​ ໂດຍສ່ວນ​ໃຫຍ່​ຂອງ​ທ່ານ ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ນໍາ​ອື່ນ​ໆ ຈົ່ງພາກັນ​ອອກປາກ​ອອກສຽງ​ຕໍ່ຕ້ານ​ຄວາມ​ຮຸນ​ແຮງ​ແລະ​ລັດທິ​ຫົວ​ຮຸນ​ແຮງ ​ລຸນ​ຫລັງທີ່​ມີການ​ ປະ​ທ້ວງຮ້າຍ​ແຮງ​ເຖິງ​ເລືອດ​ຕົກ​ຢາງ​ອອກ ຢູ່​ໃນ​ຫຼາຍ​ສິບ​ປະ​ເທດ ອັນສືບ​ເນື່ອງ​ມາ​ຈາກ​ຮູບ​ເງົາ​ສະໝັກຫຼິ້ນ​ທີ່ເຍາະ​ເຍີ້​ຍດູ​ໝິ່ນສາ​ສະໜາ​ອິສລາມນັ້ນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ​: “ບໍ່​ມີ​ຄໍາ​ເວົ້າ​ໃດ​ໆ​ ທີ່​ຈະ​ໃຊ້​ເປັນ​ຂໍ້ແກ້​ຕົວການເຂັ່ນຂ້າ​ຜູ້ຄົນ​ທີ່​ບໍ່​ມີຄວາມ​ຜິດ​ຫຍັງນັ້ນ​ໄດ້. ບໍ່​ມີ​ຮູບ​ວິ​ດີ​ໂອ​ໃດໆ​ ທີ່​ຈະອ້າງ​​ເປັນ​ເຫດຜົນ​ໃນການ​ໂຈມ​ຕີ​
ສະຖານທູດ​ໃດ​ນຶ່ງ
ໄດ້. ບໍ່​ມີ​ການ​ໃສ່​ຮ້າຍ​ປ້າຍ​ສີ​ໃດໆ​ ທີ່​ຈະໃຊ້​ເປັນ​ຂໍ້​ແກ້​ຕົວ​ ສໍາລັບ​​ໃຫ້
ປະຊາຊົນ​ໄປ​ຈູ​ດ​ເຜົາ​ຮ້ານ​ອາຫານ​ແຫ່ງ​ນຶ່ງ ​ໃນ​ປະ​ເທດ​ເລ​ບາ​ນອນ ຫຼື​ທໍາລາຍ​ໂຮງຮຽນ​
ຫຼັງ​ນຶ່ງ​ໃນ​
ນະຄອນຫລວງຕູ​ນີ​ຫຼືເຮັດ​ໃຫ້​ມີ​ການເສຍ​ຊີວິດແລະການ​ທໍາລາຍລ້າງຜານ
ຢູ່​ໃນປາ​ກີ​ສຖານ.”


​ໃນຊ່ວງທີ່​ເປັນ​ຄື​ກັນ​ກັບ​ການສະ​ແດງລະຄອນຫລາຍ​ທີ່​ສຸດຂອງ​ກອງ​ປະ​ຊຸມ​ສະມັດຊາ​ໃຫຍ່ນັ້ນ ທ່ານ ​ເບັນ​ຈາ​ມິນ ​ເນ​ຕັນ​ຢາ​ຮູ ນາ​ຍົກ​ລັດຖະມົນຕີ​ອີສຣາ​ແອ​ລ ​ໄດ້​ໃຊ້ຮູບ​ແຕ້ມ​ແບບກາ​ຕູນ
ຂອງລະ​ເບີດ​ລູກ​ນຶ່ງ​ ປະກອບ​ຄວາມ​ເຫັນ​ຂອງ​ທ່ານ ​ເພື່ອ​ພະຍາຍາມເກ້​ຍກ່ອມ​ປະຊາ​ຄົມ​ນາໆ​ຊາດ ​ໃຫ້​ເຊື່ອ​ວ່າ ​ໂຄງການ​ນີວ​ເຄຼຍທີ່​ເປັນຂໍ້​ຂັດ​ແຍ້​ງກັນ​ຂອງ​ອິຣ່ານນັ້ນ ບໍ່​ແມ່ນ​ເປັນ​ໄພ​ຂົ່ມຂູ່​ຕໍ່ ສະ​ເພາະ​ແຕ່ປະ​ເທດຂອງ​ທ່ານ​ປະ​ເທດ​ດຽວ​ເທົ່າ​ນັ້ນ ​ແຕ່​ຕໍ່​ໂລກ​ທັງໝົດ ​ແລະ​ວ່າ ເວລາ​ທີ່​ຈະ​ຢຸດເຊົາອິຣ່ານ​ບໍ່​ໃຫ້​ສ້າງ​ນີວ​ເຄຼຍນັ້ນ ມັນ​ອາດ​ກໍາລັງຈະ​ໝົດ​ໄປແລ້ວ.

ທ່ານ​ເນ​ຕັນ​ຢາ​ຮູເວົ້າວ່າ: “​ແລະ​ພາຍ​ໃນ​ລະດູບານ​ໃໝ່​ປີໜ້າຢ່າງ​ຊ້າ​ທີ່​ສຸດ​ພາຍໃນ​ລະດູ​ ແລ້ງ​ໜ້າ​ ​ໃນອັດຕາ​ການ​ກັ່ນ​ເພື່ອເສີມ​ສະມັດຖະພາບທາດ​ຢູ​ເຣນຽມຢູ່ຂະນະ​ນີ້ ອິຣ່ານ
ກໍ​ແມ່ນ
ຈະສໍາ​ເລັດ​ການກັ່ນໄດ້​ໃນ​ຄຸນ​ນະພາ​ບລະ ດັບ​ກາງ ​ແລະ​ກໍ​ຈະກ້າວໄປ​ສູ່​ຂັ້ນ​ຕອນ ຂັ້ນ​ສຸດ​ທ້າຍ. ຈາກ​ນັ້ນ​ໄປ ພຽງ​ສາມ​ສີ່ເດືອນ ຫຼື​ອາດ​ບໍ່​ເທົ່າ​ໃດ​ອາທິດ ພວກ​ເຂົາ​ກໍ​ຈະ​ມີ
ທາດ​ຢູ​ເຣນຽມ​​ ເກຣດຫລືຄຸນ​ນະພາ​ບສູງ ​ໃນ​ຈໍານວນ​ພຽງພໍ​ ທີ່​ຈະ​ສ້າງ​ລະ​ເບີດ​ນີວ​ເຄຼຍ
ລູກ​ທໍາອິດ​ໄດ້.”

ການ​ນໍາ​ສະ​ເໜີ​ຂອງ​ທ່ານ​ເນ​ຕັນ​ຢາ​ຮູ ປາກົດ​ວ່າ​ ໄດ້​ບົດ​ບັງຄໍາ​ຮຽກຮ້ອງ ໃນ​ມື້​ດຽວ​ກັນຂອງ
ປະທານາທິບໍດີປາເເລ​ສຕາຍ ທ່ານ Mahmoud Abbas ທີ່ຂໍ​ໃຫ້​ຍົກ​ລະດັບສະຖານະພາບ
ຂອງ​ປາ​ແລ​ສຕາຍຂຶ້ນນັ້ນ. ນອກ​ນີ້​ແລ້ວ ກໍ​ຍັງໄດ້​ບົດບັງຄໍາ​ປາ​ໄສ ​ທີ່​ອ່ອນ​ຄວາມ​ແຂງ​ຂັນ​ລົງກ່ວາ​ແຕ່​ກ່ອນ​ ຂອງ​ຜູ້​ນໍາ​ອິຣ່ານ ທ່ານ Ahmadinejad ​ທີ່​ໂດຍ​ສ່ວນ​ໃຫຍ່​ແລ່​ວ ​ແມ່ນໄດ້
ສຸມ​ໃສ່​ການ​ນໍາ​ສະ​ເໜີ ​ແນ​ວຄິດ​ຂອງ​ທ່ານສໍາລັບການຈັດ​ຕັ້ງລະບົບ​ໃໝ່​ຂອງ​ໂລ​ກ.



​ແຕ່ຢ່າງ​ໃດ​ກໍ​ຕາມ ບັນຫາຂັດ​ແຍ້​ງໃນ​ຊີ​ເຣຍແມ່ນໄດ້​ຢູ່​ໃນລະດັບສູງ​ສຸດ​ຂອງວາລະການອະ
ພິປາຍ​ກ່ຽວ​ກັບ​ບັນຫາ​ນາໆ​ຊາດ ​ໂດຍທີ່​ບັນດາ​ຜູ້​ນໍາປະ​ເທດ​ນ້ອຍ​ໃຫຍ່​ທັງຫຼາຍ​ ຕ່າງ​ກໍໄດ້
ຮຽກຮ້ອງ​ໃຫ້​ຍຸດຕິການ​ນອງ​ເລືອດ​ ​ແລະ​ໃຫ້​ເລີ່​ມການ​ໂອ້ລົມ​ສົນທະນາ​ກັນ. ທ່ານ Walid Mouallem ລັດຖະມົນຕີ​ຕ່າງປະ​ເທດ​ຊີເຣຍ ເປັນ​ຜູ້​ນຶ່ງ​ໃນບັນດາ​ຜູ້​ກ່າວ​ຄໍາ​ປາ​ໄສ​ໃນ​ຕອນ​ທ້າຍ ຂອງ​ກອງ​ປະຊຸມ ຊຶ່ງ​ໃນ​ຄໍາ​ປາ​ໄສ​ທີ່​ມີ​ນາຍ​ພາສາແປ​ເປັນ​ພາສາ​ອັງກິດ​ນັ້ນ ທ່ານ​ໄດ້​ຖິ້ມ​ໂທດ​ໃສ່​ຫຼາຍໆ​ປະ​ເທດ ​ສໍາລັບ​ວິ​ກິດການ​ໃນ​ຊີ​ເຣຍ.

ທ່ານ ມວລ​ເລັມ ​ເວົ້າ​ວ່າ: “ພວກເຮົາ​ຍັງ​ສົງ​ໃສ​ຢູ່​ວ່າ ຄໍາຖະ​ແຫຼ​ງຕ່າງໆ​ຈາກ ຄາ​ຕ້າ, ຊາ​ອຸ​
ດີ ອາ​ເຣ​ເບຍ, ​ເທີ​ກີ, ສະຫະລັດ, ຝຣັ່ງ ​ແລະ​ປະ​ເທດ​ອື່ນໆ​
ທີ່​ຊັກ​ຊວນ​ຢ່າງ​ແຈ້ງ​ຂາວ ​ແລະ​ສະໜັບສະ​ໜຸນ​ພວກ​ກໍ່​ການ​ຮ້າຍຢູ່​ໃນ​ຊີ​ເຣຍ ດ້ວຍ​ເງິນ ອາວຸດ ​ແລະ​ພົນ​ລົບ​ຈາກ​ຕ່າງປະ​ເທດນັ້ນ ​ມີ​ຄວາມສ​ອດຄ່ອງ​ຫລາຍ​ປານ​ໃດ ກັບຄວາມ​ຮັບຜິດຊອບ​ຕໍ່ນາໆຊາດ​ຂອງ
​ປະ​ເທດ​ເຫຼົ່າ​
ນີ້ ​ໃນ​ການຕໍ່ສູ້​ປາບ​ປາມ​ພວກ​ກໍ່​ການ​ຮ້າຍ​ນັ້ນ?”

​ເຫດການ​ຮຸນ​ແຮງ​ໃນພາກ​ເໜືອ​ຂອງ​ປະ​ເທດ​ມາລີ ກໍໄດ້ຖືກ​ຍົກ​ຂຶ້ນ​ມາ​ປຶກສາຫາ​ລືກັນ​ ​ໃນ​
ການ​ພົບ​ປະກັນນອກກອງ​ປະຊຸມສະມັດຊາ​ໃຫຍ່. ​ໃນ​ກອງປະຊຸມ​ລະດັບ​ສູງ​ບັ້ນ​ນຶ່ງ ຝຣັ່ງ​ແລະ​ສະຫະລັດ ​ໄດ້​ຮຽກຮ້ອງ​ໃຫ້​ສະໜັບສະໜຸນ​ການ​ສົ່ງກໍາລັງຮັກສາ​ສັນຕິພາບ​ທີ່​ນໍາພາ​ໂດຍ​ສະຫະພາບອາ​ຟຣິກາ ​ໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ ​ເພື່ອ​ກອບ​ກູ້​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ໂດຍ​ກ່າວ​ວ່າ ກຸ່ມ​ຫົວ​ຮຸນ​ແຮງ Tuareg ​ແລະ​ພວກ​ກໍ່​ການ​ຮ້າຍ​ທີ່​ເຊື່ອມ​ໂຍງກັບ​ກຸ່ມ​ອາລ ຄາ​ອີ​ດາ ກໍາລັງຂົ່ມຂູ່​ທີ່ຈະບ່ອນ​ທໍາລາຍ​ສະຖຽນ​ລະພາບ​ ​ໃນທົ່ວ​ເຂດ Sahel ທັງ​ໝົດນັ້ນ.
XS
SM
MD
LG