ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສ​ຫລ ລະ​ນຶກ​ເຖິງ ຂີດໝາຍຄົບຮອບ 45 ປີ ຂອງຍານ Apollo 13


ນັກບິນອະວະກາດ Thomas Stafford, ຊ້າຍ, ແລະ ທ່ານ Donald Slayton ຫົວໜ້າລູກເຮືອປະຕິບັດງານການບິນ.
ນັກບິນອະວະກາດ Thomas Stafford, ຊ້າຍ, ແລະ ທ່ານ Donald Slayton ຫົວໜ້າລູກເຮືອປະຕິບັດງານການບິນ.

“Houston ພວກເຮົາມີບັນຫາແລ້ວ”

ບັນດາຄຳ​ເວົ້າ​ດັ່ງກ່າວ ແມ່ນກ່າວກັນ​ເມື່ອ 45 ປີ​ກ່ອນ ​ໂດຍ​ນັກ
​ບິນ​ອະວະ​ກາດ ອາ​ເມຣິກັນ ທ່ານ Jack Swigert ຫລັງ​ຈາກ
ເກີດ​ລະ​ເບີດຢູ່ຍານ Apolo 13 ຂະນະທີ່ພວມເດີນທາງໄປສູ່
ດວງຈັນ.

ເຫດ​ລະ​ເບີດ​ຂອງຖັງ oxygen ​ເມື່ອ​ວັນ​ທີ 13 ​ເດືອ​ນ​ເມສາ ປີ
1970 ​ເວລາ ຍານ​ດັ່ງກ່າວ ຢູ່ຫ່າງຈາກໂລກເຮົາ​ເກືອບ
322,000 ກິ​ໂລ​ແມັດ ໄດ້ຂົ່ມຂູ່​ທີ່​ຈະເຮັດ​ໃຫ້ທ່ານ Swigert
​ແລະ​ບັນດາ​ເພື່ອນ​ນັກ​ບິນ​ອະວະກາດ ປະກອບດ້ວຍ ທ່ານ Jim Lovell ​ແລະ ທ່ານ Sy Liebergot ຕົກຄ້າງຢູ່ໃນ ອະວະກາດ​ຕະ ຫລອດ​ໄປ.

ບັນດານັກບິນອະວະກາດ ​ແລະ​ຫໍ​ບັງຄັບ​ການປະຕິບັດ​ງານອົງການອະວະກາດສະຫະລັດ
ຫລື NASA ​ໄດ້ຄິດຄົ້ນແຜນການ​ຢ່າງ​ຕໍ່​ເນື່ອງ​ ເພື່ອຮັບມືກັບເຫດ ການ​ສຸກ​ເສີນ ທີ່​ຈະ​ນຳ​ເອົາຍານ​ອະວະກາດ ກັບ​ຄືນ​ມາສູ່​ໂລກ​ມະນຸດ. ຄວາມ​ພະຍາ​ຍາມ​ຂອງ​ເຂົາ​ເຈົ້າ ສີ້​ນສຸດ​ລົງ​ດ້ວຍ​ຄວາມ​ສຳ​ເລັດ ໂດຍນຳເອົາຍານ​ລົງສູ່​ມະຫາ​ສະ​ມຸດ​ປາຊິ​ຟິກ ​ໃນ​ວັນ​ທີ 17 ​ເດືອນ​ເມສາ.

​ເພື່ອ​ເປັນ​ຂີດ​ໝາຍ​ຄົ​ບຮອບ 45 ປີ ລະຫວ່າງວັນ​ທີ 11 ​ເດືອນ​ເມສາ ຫາ​ວັນ​ທີ 17 ​ເດືອນ​ເມສານີ້ ຫ້ອງ​ທ້ອງຟ້າ​ຈຳລອງ Adler ​ໃກ້​ກັບ​ບ້ານ​ເຮືອນ​ຂອງ ທ່ານ Lovell ​ໃນ​ນະຄອນ Chicago ​ໄດ້​ເປີດ​ການສະ​ແດງ ​ໃນ​ວັນ​ເສົາ​ມື້​ນີ້ ​ຮ້ອງ​ວ່າ “ການ​ປະຕິບັດ​ງານ ໄປຍັງດວງ
ຈັນ” ທີ່ເລົ່າ​ເລື້ອງຄວາມ​ເປັນ​ມາ​ກ່ຽວກັບບາດ ກ້າວຂັ້ນທຳອິດຂອງອາ​ເມຣິກາ ໄປ​ສູ່​ອະວະກາດ​.

ຍານ Apolo 13 ທະຍານຂື້ນ​ສູ່​ອະວະກາ​ດ ​ໃນ​ວັນ​ທີ 11 ​ເດືອນ​ເມສາ ປີ 1970 ​ດ້ວຍ​ຄວາມ​ຄາດ​ຫວັງຢ່າງເຕັມທີ່ວ່ວາ ​ຈ​ະ​ເປັນການ​ປະຕິບັດ​ງານທີ່ສຳ ເລັດຜົນຂອງອົງການ NASA ​ໄປສູ່ດວງຈັນຄັ້ງທີ 3.

Spacewalk
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG