ທູດສັນຕິພາບນາໆຊາດ ທ່ານ Kofi Annan ຈະລາຍງານຕໍ່ສະພາ ຄວາມໝັ້ນຄົງ
ຂອງອົງການສະຫະປະຊາຊາດໃນວັນສຸກມື້ນີ້ ກ່ຽວກັບຄວາມພະຍາຍາມຂອງທ່ານ
ເພື່ອຫາທາງໄກ່ເກ່ຍແກ້ໄຂບັນຫາຊີເຣຍ ໃນຂະນະທີ່ວິກິດການດັ່ງກ່າວພວມກ້າວ
ເຂົ້າສູ່ປີທີ່ສອງ ຊຶ່ງຍັງບໍ່ເຫັນຮ່ອງຮອຍວ່າຈະສີ້ນສຸດລົງເທື່ອ.
ເປັນທີ່ຄາດກັນວ່າ ການຖະແຫລງທາງວີດີໂອຂອງທ່ານ Annan ທູດພິເສດຂອງອົງ
ການສະຫະປະຊາຊາດແລະສັນນິບາດອາຣັບນັ້ນຈະເປັນ ສິ່ງສໍາຄັນທີ່ສຸດ ຕໍ່ການດຳ
ເນີນຄວາມພະຍາຍາມຂອງປະເທດຕາເວັນຕົກ ເພື່ອໃຫ້ມີການຮັບຜ່ານຮ່າງຍັດຕິ
ຂອງສະຫະປະຊາຊາດ ປະນາມ ການປາບປາມຢ່າງນອງເລືອດ ຂອງປະທານາທິບໍດີ
ຊີເຣຍ ທ່ານ Bashar al-Assad.
ຣັດເຊຍແລະຈີນ ໄດ້ພາກັນໃຊ້ສິດຢັບຢັ້ງຫຼືວີໂຕສອງຄັ້ງມາແລ້ວຕໍ່ຮ່າງ ຍັດຕິປະນາມ
ຊີເຣຍ ແຕ່ພວກນັກການທູດຕາເວັນຕົກກ່າວວ່າ ອາດຈະມີການເລັ່ງໃນການຮ່າງຍັດ
ຕິສະບັບໃໝ່ລຸນຫຼັງການຖະແຫຼງຂອງທ່ານ Annan.
ອະດີດຫົວໜ້າສະຫະປະຊາຊາດ ໃນອາທິດນີ້ໄດ້ກັບຄືນມາຈາກການໄປຢ້ຽມຢາມ
ຊີເຣຍ ເພື່ອຊອກສະແຫວງຫາຊ່ອງທາງ ສ້າງສັນຕິພາບ ບ່ອນທີ່ທ່ານໄດ້ວາງຂໍ້ສະເໜີ
ເພື່ອໃຫ້ມີການຢຸດຍິງ ການຊ່ວຍເຫລືອດ້ານມະນຸດສະທໍາ ແລະເລີ້ມການເຈລະຈາດ້ານ
ການເມືອງ.
ໃນຂະນະດຽວກັນ ຄວາມຮຸນແຮງຍັງສືບຕໍ່ເພີ່ມທະວີຂຶ້ນໃນວັນພະຫັດວານນີ້ ຊຶ່ງເປັນ
ວັນຄົບຮອບນຶ່ງປີທຳອິດ ຂອງການລຸກຮືຂື້ນຕໍ່ຕ້ານລັດຖະບານ. ອົງການສັງເກດການ
ດ້ານສິດທິມະນຸດຂອງຊີເຣຍ ກ່າວວ່າໄດ້ພົບເຫັນສົບຄົນຕາຍ 23 ສົບຢູ່ເມຶອງ Idlib
ຊຶ່ງເປັນບ່ອນທີ່ກໍາລັງຂອງລັດຖະບານໄດ້ທໍາການໂຈມຕີກັບພວກກະບົດໃນໝໍ່ໆມານີ້.
ສື່ມວນຊົນຂອງທາງການຊີເຣຍລາຍງານວ່າ ໃນວັນພະຫັດວານນີ້ ພວກທະຫານລັດ
ຖະບານໄດ້ກວດລ້າງ “ພວກກໍ່ການຮ້າຍຕິດອາວຸດ” ອອກຈາກຫົວເມືອງໃນພາກຕາ
ເວັນຕົກສຽງເໜືອຂອງຊີເຣຍດັ່ງກ່າວ.
ພວກນັກລົບຝ່າຍກະບົດ ໄດ້ພາກັນຖອຍອອກໄປຈາກຫົວເມືອງຕ່າງໆ ທົ່ວປະເທດ
ຊີເຣຍ ແລະພວກນັກເຄື່ອນໄຫວຝ່າຍຄ້ານ ຍັງເປັນກ້ອນເປັນກຸ່ມ ໃນຄວາມບໍ່ພໍໃຈ
ຂອງພວກເຂົາເຈົ້າ. ແຕ່ບັນດາລັດຖະບານຂອງປະເທດຕາເວັນຕົກຍັງມີຄວາມລັງເລໃຈ
ທີ່ຕະຕິດອາວຸດໃຫ້ພວກ ຝ່າຍຄ້ານໃນຊີເຣຍ ຍ້ອນຢ້ານວ່າ ສະຖານະການອາດຍິ່ງ
ເພີ້ມຄວາມຮຸນແຮງຂື້ນໄປກົ່ວເກົ່າອີກ.