ທູດພິເສດຂອງອົງການສະຫະປະຊາຊາດ ທ່ານ Kofi Annan ເຕືອນວ່າ ຄວາມລົ້ມແຫຼວ
ໃນການແກ້ໄຂວິກິດການໃນຊີເຣຍອາດພາໃຫ້ເກີດຜົນທີ່ຕິດ ຕາມມາທີ່ຄາດຄະເນບໍ່ໄດ້.
ທ່ານໃຫ້ຄວາມເຫັນດັ່ງກ່າວໃນວັນອັງຄານມື້ນີ້ ຫຼັງຈາກໄດ້ເຈລະຈາຫາລືກັບ ລັດຖະມົນຕີ
ການຕ່າງປະເທດອີຣ່ານ ທ່ານ Ali Akbar Salehi ທີ່ນະຄອນ ຫຼວງເຕຫະຣ່ານ ອັນເປັນ
ພາກສ່ວນນຶ່ງໃນການດຳເນີນຄວາມພະຍາຍາມເພື່ອກອບກູ້ແຜນການສ້າງສັນຕິພາບຂອງ
ທ່ານໃນຊີເຣຍ. ອີຣ່ານ ແມ່ນພັນທະມິດທີ່ໃກ້ຊິດທີ່ສຸດຂອງຊີເຣຍຢູ່ໃນຂົງເຂດ.
ທ່ານ Annan ກ່າວວ່າ ລັດຖະບານອີຣ່ານໄດ້ໃຫ້ການຮ່ວມມືໃນການດຳເນີນ ຄວາມພຍາ
ຍາມຂອງທ່ານ ແລະທ່ານຫວັງວ່າຈະສືບຕໍ່ດຳເນີນງານກັບເຕຫະ ຣ່ານໄປສູ່ການແກ້ໄຂວິ
ກິດການດ້ວຍສັນຕິວິທີ.
ທ່ານ Annan ເວົ້າວ່າ ຖ້າພວກເຮົາຫາກບໍ່ດຳເນີນຄວາມພະຍາຍາມຢ່າງຈິງ ຈັງເພື່ອແກ້ໄຂ
ບັນຫາດັ່ງກ່າວ ດ້ວຍສັນຕິວິທີ ແລະໄດ້ກາຍເປັນບັນຫາທີ່ຄວບ ຄຸມບໍ່ໄດ້ ແລກໍແຜ່ລາມໄປ
ທົ່ວຂົງເຂດ ມັນອາດນຳພາໄປຜົນທີ່ຕິດຕາມມາທີ່ ພວກເຮົາບໍ່ສາມາດວາດມະໂນພາບ
ເຫັນໄດ້.
ທ່ານ Annan ໄດ້ເຈລະຈາຫາລືກັບປະທານາທິບໍດີຊີເຣຍ ທ່ານ Bashar al-Assad ໃນ
ມື້ວັນຈັນວານນີ້ ແລະກ່າວວ່າ ພວກທ່ານທັງສອງໄດ້ເຫັນພ້ອມນຳ ກັນກ່ຽວກັບວິທີການ
ໃໝ່ເພື່ອຍຸຕິຄວາມຮຸນແຮງໃນຊີເຣຍ.