ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເທີ​ກີ ຂົ່ມ​ຂູ່ຈະ​ຕອບ​ໂຕ້ ສະ​ຫະ​ລັດ ຖ້າ​ຖືກ​ມາດ​ຕະ​ການ​ລົງ​ໂທດ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເທີ​ກີ ທ່ານ ເມວ​ລຸດ ຈາ​ວຸ​ຊອກກ​ລູ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ອົງ​ການ NATO, ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ, ປະ​ເທດ ແບ​ລ​ຈ້ຽມ. 20 ພະ​ຈິກ, 2019.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເທີ​ກີ ທ່ານ ເມວ​ລຸດ ຈາ​ວຸ​ຊອກກ​ລູ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ອົງ​ການ NATO, ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ, ປະ​ເທດ ແບ​ລ​ຈ້ຽມ. 20 ພະ​ຈິກ, 2019.

ລັດ​ຖະ​ບານ ອັງ​ກາ​ຣາ ຂອງ ເທີ​ກີ ໄດ້​ຂົ່ມ​ຂູ່​ທີ່​ຈະ​ທຳ​ການ​ແກ້​ແຄ້ນ​ຕໍ່​ລັດ​ຖະ​ບານ ວໍ​ຊິງ​ຕັນ ຖ້າ​ເຂົາ​ເຈົ້າ​ຫາກ​ໄດ້​ຮັບ​ຜົນກະ​ທົບ​ໂດຍ​ມາດ​ຕະ​ການ​ລົງ​ໂທດ.

ການ​ເຕືອນ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ສະ​ພາ​ສູງ ສະ​ຫະ​ລັດ ໄດ້​ກະ​ກຽມ​ທີ່​ຈະ​ລົງ​ຄ​ະ​ແນນ​ສຽງ​ເອົາ​ມາດ​ຕະ​ການ​ຕ່າງໆ​ຕໍ່ ເທີ​ກີ ກ່ຽວ​ກັບ ການ​ຊື້​ລະ​ບົບ​ປ້ອງ​ກັນລູກ​ສອນ​ໄຟຂອງ​ເຂົາ​ເຈົ້າ​ຈາກ ຣັດ​ເຊຍ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເທີ​ກີ ທ່ານ ເມວ​ລຸດ ຈາ​ວູ​ຊອກກ​ລູ (Mevlut Cavusoglu) ໄດ້​ກ່າວ​ໃນ​ລະ​ຫວ່າງ​ການ​ສຳ​ພາດ​ອອກ​ໂທ​ລະ​ພາບ​ໃນ​ວັນ​ພຸດ​ວານນີ້​ວ່າ “ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ຕ້ອງ​ເຂົາ​ເຈົ້າ​ໃຈ​ວ່າ ເຂົາ​ເຈົ້າ​ຈະ​ໄປ​ບໍ່​ຮອດ​ໃສ​ກັບ​ການ​ກຳ​ນົດ​ໂທດ​ຂອງ​ເຂົາ​ເຈົ້າ. ຖ້າ ສະ​ຫະ​ລັດ ເຂົ້າ​ຫາ​ເຮົາ​ໃນ​ທາງ​ທີ່​ເປັນ​ແງ່ບວກ, ​ພວກ​ເຮົາ​ກໍ​ຈະ​ຕອບ​ສະ​ໜອງ​ໃນ​ທາງ​ທີ່​ເປັນ​ແງ່ບວກ​ເຊັ່ນ​ກັນ. ແຕ່​ຖ້າ​ເຂົາ​ເຈົ້າ​ເອົາ​ມາດ​ຕະ​ການ​ທີ່​ເປັນ​ແງ່​ລົບ​ຕໍ່​ພວກ​ເຮົາ, ແລ້ວ​ພວກ​ເຮົາ​ກໍ​ຈະ​ຕອບ​ໂຕ້​ຄືນ.”

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ຄາດ​ວ່າ​ຈະ​ສະ​ເໜີ​ຮ່າງ​ກົດ​ໝາຍ​ສະ​ບັບ​ນຶ່ງ​ໃນ​ວັນ​ພຸດ​ວານນີ້ ທີ່​ແນ​ເປົ້າ​ໃສ່ ເທີ​ກີ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ ເທີ​ກີ ແລະ ສະ​ຖາ​ບັນ​ຕ່າງໆ. ມາດ​ຕະ​ການ​ທີ່​ວ່າ​ນັ້ນ​ແມ່ນ​ການ​ຕອບ​ໂຕ້​ຕໍ່​ການ​ຊື້​ລະ​ບົບ​ລູກ​ສອນ​ໄຟ S-400 ຂອງ ຣັດ​ເຊຍ ໂດຍລັດ​ຖະ​ບານ ອັງ​ກາ​ຣາ, ເຊິ່ງ​ຖືກວ່າ​ໄດ້​ລະ​ເມີດ​ກົດ​ໝາຍ ການ​ຕອບ​ໂຕ້​ສັດ​ຕູ​ຂອງ ອາ​ເມ​ຣິ​ກາ ຜ່ານ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ລັດ​ຖະ​ສະ​ພາ ຫຼື CAATSA.

ມາດ​ຕະ​ການ​ລົງ​ໂທດ​ຕ່າງໆ​ຕໍ່ ເທີ​ກີ ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ ຫຼວງ ຫຼາຍ​ຈາກ​ສອງ​ພັກ​ການ​ເມືອງ. ພັກ​ຣີ​ພັບ​ບ​ລີ​ກັນ ແລະ ເດ​ໂມ​ແຄ​ຣັດ ບໍ່​ພຽງ​ແຕ່ ບໍ່​ພໍ​ໃຈ​ກັບການ​ຫັນ​ໄປ​ຫາ ມົ​ສ​ກູ ຂອງ ອັງ​ກາ​ຣາ ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ໂຈມ​ຕີ​ຂອງ ເທີ​ກີ ຕໍ່​ທະ​ຫານ​ບ້ານ​ຊາວ ເຄີດ ໃນ ຊີ​ເຣຍ, ຊື່​ວ່າ YPG, ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຊີ​ເຣຍ.

ເທີ​ກີ ໄດ້​ກຳ​ນົດກຸ່ມ YPG ເປັນ​ພວກ​ກໍ່​ການ​ຮ້າຍ, ແຕ່​ທະ​ຫານ​ບ້າ​ນ​ດັ່ງ​ກ່າວ ແມ່ນ​ພັນ​ທະ​ມິດ​ທີ່​ສຳ​ຄັນ​ ໃນ​ສົງ​ຄາມ​ຕໍ່​ສູ້​ກັບ​ກຸ່ມ​ລັດ​ອິ​ສ​ລາມ​ ທີ່​ນຳພາໂດຍ​ລັດ​ຖະ​ບານ ວໍ​ຊິງ​ຕັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG